ບຸນຊ່ວງເຮືອຫຼວງພະບາງ

Author:

Category:

spot_img

ການທົດສອບແຫ່ງຄວາມອົດທົນ, ການເຮັດວຽກເປັນທີມ, ແລະ ການແຂ່ງຂັນຄວາມໄວປະຈໍາປີ
ເນື່ອງຈາກມີຝົນຕົກໜັກຕະຫຼອດຊ່ວງເຂົ້າພັນສາສາມເດືອນທີ່ຜ່ານມານັ້ນ ເຮັດໃຫ້ເກີດມີນໍ້າລົ້ນຝັ່ງໄຫຼສູ່ຮ່ອມຫ້ວຍເຊື່ອມຕໍ່ໃສ່ໄຮ່ນາຕາກ້າຂອງພໍ່ແມ່ປະຊາຊົນ, ໃນເວລານັ້ນ ກໍມີພະຍານາກຜູ້ປົກປັກຮັກສາບ້ານເມືອງທີ່ອ່າວດື້ແດ່ ໄດ້ອອກມາລອຍນໍ້າຫຼິ້ນ ແລ້ວຫຼົງເພີນກັບຄວາມມ່ວນຈົນເຂົ້າໄປຢູ່ໃນບໍລິເວນໄຮ່ນາຕາກ້າຂອງມະນຸດ. ເພື່ອລໍ້ເອົາພະຍານາກຜູ້ປົກປັກຮັກສາບ້ານເມືອງທີ່ອ່າວດື້ຕົນນັ້ນກັບຄືນໄປຍັງແມ່ນໍ້າໃຫຍ່ ກ່ອນທີ່ນໍ້າຈະບົກແຫ້ງລົງ, ປະຊາຊົນລາວ ໂດຍສະເພາະຊາວຫຼວງພະບາງ ຈຶ່ງພາກັນຈັດໃຫ້ມີການແຂ່ງຂັນເຮືອຍາວກັບບັນດາເພື່ອນບ້ານໃກ້ຄຽງ. ບັນດານັກແຂ່ງເພື່ອຊິງໄຊ ແລະ ຂອງລາງວັນຕ່າງກໍມາເຕົ້າໂຮມກັນເພື່ອລົງແຂ່ງເຮືອຊ່ວງ ຂະນະທີ່ບັນດາກອງເຊຍທັງຫຼາຍກໍພາກັນມາເຝົ້າເບິ່ງເພື່ອໃຫ້ກໍາລັງໃຈສີພາຍຈາກບ້ານຂອງຕົນ ພ້ອມສົ່ງສຽງຮ້ອງໂຮຢ່າງເບີກບານມ່ວນຊື່ນ.

ການແຂ່ງຂັນເຮືອຊ່ວງຫຼວງພະບາງ ໄດ້ຈັດຂຶ້ນທີ່ແມ່ນໍ້າຄານ ເຊິ່ງເປັນໄລຍະກາງຂອງຊ່ວງເຂົ້າພັນສາ (ປີນີ້ແມ່ນກົງກັບວັນທີ 14 ກັນຍາ) ໂດຍມີຜູ້ຊົມເຂົ້າຮ່ວມຢ່າງຄັບຄາໜາແໜ້ນຢູ່ເຕັມທັງສອງຝັ່ງແມ່ນໍ້າຄານ, ໃນນັ້ນກໍມີນາງສັງຂານ ແລະ ແຂກຜູ້ມີກຽດເຂົ້າຮ່ວມ ພ້ອມກັບມອບລາງວັນໃຫ້ແກ່ທີມຊະນະເລີດ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທບວົງສາ

Read More

Related Articles