Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

ຮ່ວມສ້າງທາງເລືອກ ທີ່ດີຂຶ້ນແກ່ວຽກງານທ່ອງທ່ຽວ ແບບຍືນຍົງ ໃນລາວ

posted by Billy
May 4, 2023 772 0 0
Share

ການເດີນທາງທ່ອງທ່ຽວ ຖືເປັນວິທີການໜຶ່ງ,ໃນການຮຽນຮູ້ກ່ຽວກັບວັດທະນະທໍາທີ່ຫຼາກຫຼາຍ, ລວມທັງໄດ້ລິ້ມລອງກັບລົດຊາດຂອງອາຫານໃໝ່ໆ, ແລະ ສະສົມຄວາມຊົງຈໍາດີໆທີ່ຍາກຈະລືມໄດ້. ຢ່າງໃດກໍຕາມ, ການທ່ອງທ່ຽວຍັງສົ່ງຜົນກະທົບທາງລົບຕໍ່ກັບສິ່ງແວດລ້ອມ ແລະ ຊຸມຊົນໃນທ້ອງຖິ່ນ. ໃນນາມນັກທ່ອງທ່ຽວທີ່ມີຄວາມຮັບຜິດຊອບ, ພວກເຮົາສາມາດຫຼຸດຜ່ອນຜົນກະທົບເຫຼົ່ານີ້ໃຫ້ເຫຼືອໜ້ອຍທີ່ສຸດໄດ້ ແລະ ຮັກສາສັນຍານອັນດີໄວ້ໃນແຕ່ລະສະຖານທີ່ທີ່ພວກເຮົາໄດ້ໄປທ່ຽວຊົມ. ເພື່ອບັນລຸເປົ້າໝາຍໃນທີ່ນີ້, ວິທີທໍາອິດທີ່ພວກເຮົາສາມາດເຮັດໄດ້ນັ້ນກໍຄື ການເລືອກສະຖານທີ່ພັກທີ່ເປັນມິດກັບສິ່ງແວດລ້ອມ ແລະ ຜູ້ໃຫ້ບໍລິການທ່ອງທ່ຽວທີ່ໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກທຣາເວວໄລຟ໌ (Travelife), ເຊິ່ງເປັນການຢັ້ງຢືນດ້ານການທ່ອງທ່ຽວແບບຍືນຍົງຊັ້ນນໍາໃນທົ່ວໂລກ. ສໍາລັບເນື້ອໃນຂອງບົດຄວາມນີ້, ພວກເຮົາຈະມີການສໍາຫຼວດຜົນປະໂຫຍດຂອງການເຂົ້າພັກໃນໂຮງແຮມທີ່ໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກ Travelife ແລະ ສະແດງຕົວຢ່າງກ່ຽວກັບວິທີການປະຕິບັດເພື່ອຄວາມຍືນຍົງ ທີ່ບັນດາໂຮງແຮມເຫຼົ່ານີ້ໄດ້ດໍາເນີນການຈັດຕັ້ງປະຕິບັດ.
Travelife ແມ່ນໂຄງການຢັ້ງຢືນຄວາມຍືນຍົງລະດັບໂລກສໍາລັບສະຖານທີ່ພັກແຮມ ແລະ ຜູ້ປະກອບການດ້ານການທ່ອງທ່ຽວ ທີ່ເປັນການສົ່ງເສີມການປະຕິບັດດ້ານວຽກງານການທ່ອງທ່ຽວແບບຍືນຍົງ. ເພື່ອເຮັດໃຫ້ໄດ້ຮັບການຢັ້ງຢືນ, ທຸລະກິດໃດໜຶ່ງນັ້ນຕ້ອງໄດ້ຜ່ານການປະເມີນຢ່າງເຂັ້ມງວດ ໂດຍສະເພາະການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຄວາມຮັບຜິດຊອບຕໍ່ສັງຄົມ, ແລະ ວິທີການປະຕິບັດໃນການຮັກສາວັດທະນະທໍາ. ທຸລະກິດໃນທ້ອງຖິ່ນ ຈະໄດ້ຮັບການຝຶກອົບຮົມ ແລະ ຝຶກສອນໂດຍບໍ່ເສຍຄ່າ ເພື່ອໃຫ້ໄດ້ຮັບການຢັ້ງຢືນຈາກໂຄງການ SUSTOUR Laos ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກສະຫະພາບເອີຣົບ.

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ), ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ແລະ ທ່ານ ໄນແອນ ລີໂອນາດ (Mr. Niall LEONARD) ຮັກສາການເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ. ເຊິ່ງທ່ານ ລີໂອນາດ ໄດ້ໃຫ້ກຽດມອບລາງວັນເປັນການສ່ວນຕົວໃຫ້ກັບໂຮງແຮມທັງຫ້າແຫ່ງ ທີ່​ເປັນ​ຜູ້​ນໍາດ້ານ​ການທ່ອງທ່ຽວ​ແບບ​ຍືນ​ຍົງ.
ທ່ານ ລີໂອນາດ ໄດ້ກ່າວວ່າ “ສະຫະພາບເອີຣົບ (EU) ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ໃຫ້ການສະໜັບສະໜູນແກ່ບັນດາຜູ້ປະກອບການຂະໜາດນ້ອຍ ແລະ ຂະໜາດກາງ ໃນການເຂົ້າສູ່ຂະແໜງການທ່ອງທ່ຽວສີຂຽວ. ປະເທດລາວ, ໃນຖານະທີ່ເປັນຈຸດໝາຍປາຍທາງສີຂຽວ ຈະສາມາດເພີ່ມລາຍຮັບ ແລະ ໂອກາດໃນການຈ້າງງານຫຼາຍຂຶ້ນ, ໃນຂະນະດຽວກັນກໍເປັນການເສີມສ້າງຄວາມເຂັ້ມແຂງໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການຫຼຸດຜ່ອນການປ່ຽນແປງສະພາບອາກາດ. ສໍາລັບຂັ້ນຕອນນີ້, ເວົ້າລວມແລ້ວແມ່ນໄດ້ສະແດງເຖິງການມີສ່ວນໃນການສະໜັບສະໜູນທີ່ສໍາຄັນຕໍ່ການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດຢ່າງຍືນຍົງ.”
ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ ກໍໄດ້ກ່າວວ່າ: “ໃນທ່າມກາງທຸລະກິດທີ່ມີການແຂ່ງຂັນສູງ ໂດຍສະເພາະກໍແມ່ນຂະແໜງອຸດສາຫະກໍາທ່ອງທ່ຽວ, ເຊິ່ງ ສຄອຊ ຮັບຮູ້ດີວ່າ ບັນດາທຸລະກິດຂະໜາດນ້ອຍ ແລະ ກາງໃນລາວຍັງມີທ່າແຮງທີ່ຈະເຕີບໃຫຍ່ຂະຫຍາຍຕົວ ແລະ ສອດຄ່ອງຕາມມາດຕະຖານລະດັບໂລກດ້ານຄວາມຍືນຍົງໃນການທ່ອງທ່ຽວ. ລັດຖະບານ ແລະ ສຄອຊ ໄດ້ມີການຊຸກຍູ້, ສົ່ງເສີມ, ແລະ ໃຫ້ການຊ່ວຍເຫຼືອແກ່ທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ ແພລນສາກົນ ປະຈໍາ ສປປ ລາວ ໃນຕ່ອງໂສ້ການສະໜອງຂອງພາກອຸດສາຫະກໍາການທ່ອງທ່ຽວ ເພື່ອປັບປຸງຄຸນນະພາບຂອງການປະຕິບັດງານ ແລະ ການບໍລິການແບບຍືນຍົງ. ສິ່ງນີ້ໄດ້ບົ່ງຊີ້ໃຫ້ເຫັນວ່າ ປະເທດລາວ ເປັນຈຸດໝາຍປາຍທາງສຸດທ້າຍຂອງນັກທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບຈໍານວນຫຼາຍ.”

ໂຮງແຮມຫ້າແຫ່ງໃນລາວທີ່ຫາກໍໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກ Travelife ໄດ້ແກ່: ໂຮງແຮມສຸພັດຕຣາ ຫຼວງພະບາງ, ໂຮງແຮມຫຼວງພະບາງວິວ, ໂຮງແຮມ ເມຊົງ ສຸວັນນະພູມ, ໂຮງແຮມ ເມຊົງ ດາລາບົວ, ແລະ ໂຮງແຮມ ຊາລານາ ບູຕິກ. ໃນງານວາງສະແດງ ຜະລິດຕະພັນລາວ Made in Laos, ໂຮງແຮມທັງຫ້າແຫ່ງ ໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກ Travelife ເຊິ່ງເປັນທີ່ຍອມຮັບໃນຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນໃນການພັດທະນາແບບຍືນຍົງ. ເມື່ອທ່ານເລືອກເຂົ້າພັກໂຮງແຮມໃດໜຶ່ງເຫຼົ່ານີ້, ສາມາດຮັບປະກັນໄດ້ເລີຍວ່າ ທ່ານໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ ແລະ ມີຄວາມຍືນຍົງ.
ບັນດາໂຮງແຮມທີ່ໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກ Travelife ໄດ້ມີການດໍາເນີນການຈັດຕັ້ງປະຕິບັດດ້ານຄວາມຍືນຍົງທີ່ຫຼາກຫຼາຍ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ຕົວຢ່າງ: ໂຮງແຮມສຸພັດຕຣາ ຫຼວງພະບາງ ແລະ ໂຮງແຮມ ເມຊົງ ສຸວັນນະພູມ ໄດ້ມີການນໍາໃຊ້ຫຼອດໄຟ ແລະ ເຄື່ອງໃຊ້ໄຟຟ້າແບບປະຢັດພະລັງງານໃນທົ່ວໂຮງແຮມ. ຂະນະທີ່ໂຮງແຮມຫຼວງພະບາງວິວ ແລະ ໂຮງແຮມ ຊາລານາ ບູຕິກ ກໍໄດ້ຕິດຕັ້ງອຸປະກອນປະຢັດນໍ້າ ຕາມຫ້ອງພັກແຂກ ແລະ ພື້ນທີ່ໃຊ້ສອຍສ່ວນລວມ, ເຊິ່ງໄດ້ຊ່ວຍຫຼຸດຜ່ອນການຊົມໃຊ້ນໍ້າໄດ້ເຖິງ 30%. ໂຮງແຮມ ເມຊົງ ດາລາບົວ ແລະ ໂຮງແຮມ ຊາລານາ ບູຕິກ ໄດ້ມີການຈັດຕັ້ງປະຕິບັດໂຄງການຣີໄຊເຄີລ ເພື່ອຈັດການຂີ້ເຫຍື້ອຢ່າງມີປະສິດທິພາບ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.
ໂຮງແຮມເຫຼົ່ານີ້ ໄດ້ໃຫ້ຄວາມສໍາຄັນຕໍ່ການສະໜັບສະໜູນຊຸມຊົນໃນທ້ອງຖິ່ນ ດ້ວຍການຈັດຫາຜະລິດຕະພັນຈາກຜູ້ສະໜອງໃນທ້ອງຖິ່ນ. ຕົວຢ່າງ: ໂຮງແຮມ ເມຊົງ ສຸວັນນະພູມ ໄດ້ມີການນໍາໃຊ້ທໍ່ດູດທີ່ເຮັດຈາກໃບຕອງ, ເຊິ່ງເປັນຜະລິດຕະພັນຂອງທ້ອງຖິ່ນ ທີ່ເປັນທາງເລືອກແບບຍືນຍົງໃນການທົດແທນທໍ່ດູດທີ່ເຮັດຈາກຢາງພລາສຕິກ. ເມື່ອທ່ານເລືອກເຂົ້າພັກຢູ່ໂຮງແຮມທີ່ໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກ Travelife, ທ່ານສາມາດຊ່ວຍຫຼຸດຜ່ອນປະລິມານການປ່ອຍອາຍພິດເຮືອນແກ້ວຈາກກິດຈະກໍາຕ່າງໆຂອງທ່ານເອງ ແລະ ສາມາດໃຫ້ການສະໜັບສະໜູນຊຸມຊົນໃນທ້ອງຖິ່ນໄດ້.
ໃນນາມນັກທ່ອງທ່ຽວທີ່ມີຄວາມຮັບຜິດຊອບ, ພວກເຮົາສາມາດຊ່ວຍຫຼຸດຜ່ອນຜົນກະທົບດ້ານລົບຂອງການທ່ອງທ່ຽວທີ່ມີຕໍ່ໂລກ ແລະ ຜູ້ຄົນໄດ້. ໃນການເລືອກໂຮງແຮມທີ່ໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກ Travelife ໃນປະເທດລາວ ກໍເຮັດໃຫ້ພວກເຮົາສາມາດຊ່ວຍຮັກສາສິ່ງແວດລ້ອມ ແລະ ສະໜັບສະໜູນຊຸມຊົນໃນທ້ອງຖິ່ນໄດ້, ພ້ອມກັນນັ້ນ ກໍຍັງໄດ້ຮັບປະສົບການຈາກການເດີນທາງທ່ອງທ່ຽວ ທີ່ຍາກຈະລືມເລືອນ. ຢ່າລືມເລືອກທີ່ຈະເຂົ້າພັກຢູ່ໂຮງແຮມທີ່ໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກ Travelife ສໍາລັບແຜນການທ່ອງທ່ຽວທີ່ປະເທດລາວໃນຄັ້ງໜ້າ, ແລະ ເຂົ້າຮ່ວມການເຄື່ອນໄຫວເພື່ອການທ່ອງທ່ຽວແບບຍືນຍົງ.

ຂໍ້ມູນເພີ່ມເຕີມ
ຫ້ອງການໂຄງການ SUSTOUR Laos (ອາຄານ LNCCI)
ຖະໜົນໄກສອນ ພົມວິຫານ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ ຕູ້ໄປສະນີ: 4596

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ເນື້ອໃນ ແລະ ຮູບໂດຍ ໂຄງການ SUSTOUR Laos

facebook.com/lastinglao

ຖ້າຕ້ອງການຂໍ້ມູນເພີ່ມເຕີມ, ສາມາດພົວພັນໄດ້ທີ່
ໂຮງແຮມ ອັງສານາ ເມຊົງ ສຸວັນນະພູມ
ໂທ: +856 71 254 609
Email: reservations-maison@angsana.com
www.angsana.com/laos/souvannaphoum

ໂຮງແຮມ ສຸພັດຕຣາ ຫຼວງພະບາງ
ໂທ: +856 71 211 222
Email: info@souphattra.com
www.souphattra.com

ໂຮງແຮມ ເມຊົງ ດາລາບົວ
ໂທ: +856 71 255 588
Email: book@maisondalabua.com
www.maisondalabua.com

ໂຮງແຮມ ຫຼວງພະບາງ ວິວ
ໂທ: +856 71 260 560
Email: booking@lpbview.com
www.luangprabangview.com

ໂຮງແຮມ ຊາລານາ ບູຕິກ
ໂທ: +856 21 254 254
Email: rsvn@salanaboutique.com
www.salanaboutique.com

Lasting LaosTravel Laos
Share

Previous

[:en]City of Saffron, City of Faith[:la]ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ[:]

Next

[:en]Return to The Rock[:la]ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ແລ່ນເພື່ອເດັກນ້ອຍ
  • ເລາະຊິມອາຫານພື້ນເມືອງຂອງຊາວ ຫຼວງພະບາງ
  • ຄວາມງາມຂອງ ວັດສີສະເກດ
  • ເມືອງສີຫານຸວິນ
  • ລົດຊາດອາຫານ ກັບປະສົບການຊີວິດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ, Stay
Feb 13, 2020

(English) Rest Assured

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ທຸລະກິດ
Sep 4, 2018

ກ້າວດ້ວຍຄວາມໝັ້ນໃຈ

ເພາະ ມູເວີມ໋ອງ ເຂົ້າໃຈ ແລະ ຮູ້ວ່າຜູ້ຊາຍຕ້ອງການຫຍັງ ສິ້ນ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top