Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

ເລື່ອງກ້ວຍໆ

posted by Yuki
May 12, 2018 3498 0 0
Share

ເລີ່ມຕົ້ນຈາກກຸ່ມເຟສບຸກທຳມະດາໆ ໄດ້ສ້າງຫົນທາງໃຫ້ ເຢັບເປ້ ຄາວສັນ ຫຼື ທີ່ຮູ້ຈັກກັນດີໃນນາມ ເຈພີ​ (JP)  ສ້າງຕັ້ງທຸລະກິດການຕະຫຼາດດີຈີຕ້ອນແຫ່ງທຳອິດໃນລາວຂຶ້ນມາ. ກຸ່ມເຟສບຸກນັ້ນມີຊື່ວ່າ ໂຊ-ໂຊ ຄລັບ, ເປັນບ່ອນທີ່ໄວໜຸ່ມທັງຫຼາຍ ຈາກທຸກສາຂາອາຊີບ ມາແລກປ່ຽນສົນທະນາກັນ, ເປັນກຸ່ມຄົນທີ່ບໍ່ແມ່ນ ໄຮ-ໂຊ, ບໍ່ແມ່ນໂລໂຊ ແຕ່ເປັນຄົນທຳມະດາ ໂຊ-ໂຊ.

ກຸ່ມນີ້ໄດ້ຖືກສ້າງຂຶ້ນໃນປີ 2009 ແລະ ສະມາຊິກໃນກຸ່ມກໍ່ເພີ່ມຂຶ້ນເລື້ອຍໆ ເຈພີຈຶ່ງໄດ້ຈັດງານໜຶ່ງຂຶ້ນເພື່ອໃຫ້ຄົນໃນກຸ່ມໄດ້ມາພົບກັນ, ບໍ່ແມ່ນພຽງແຕ່ພົບກັນໃນໂລກອອນລາຍ.

“ຂ້ອຍຈື່ໄດ້ວ່າຂ້ອຍໄດ້ຈັດງານລ້ຽງຂຶ້ນທີ່ຕຶກຮ້າງແຫ່ງໜຶ່ງ ແລະ ເຮົາໄດ້ຈັດໃຫ້ມັນເປັນເທັກສຳລັບຄືນນັ້ນ, ມັນສຸດຍອດເລີຍ! ເຮົາຍັງເອົາຫ້ອງອາບນໍ້າມາເຮັດເປັນບູດດີເຈອີກ!” ກ່າວໂດຍ ເຈພີ.

ກຸ່ມບໍລິສັດ Carlberg  ໄດ້ໃຫ້ການສະໜັບສະໜູນງານນັ້ນ ແລະ ອີກຫຼາຍໆງານທີ່ ເຈພີ ຈັດຂຶ້ນ ເພື່ອເປັນການໂປຣໂມດແບຣນຂອງເຂົາເຈົ້າ ເພາະໄດ້ເຫັນວ່າກຸ່ມໂຊ-ໂຊເລີ່ມເປັນທີ່ສົນໃຈຂອງຄົນໃນສັງຄົມຫຼາຍຂຶ້ນ.

ຫຼັງຈາກນັ້ນ, ເຈພີໄດ້ຍ້າຍໄປເຮັດວຽກຢູ່ຕ່າງປະເທດໄລຍະໜຶ່ງ ເຮັດວຽກກ່ຽວກັບການຂາຍຊອບແວ ລະບົບ POS, ແຕ່ລາວຮູ້ສຶກບໍ່ມັກວຽກນັ້ນປານໃດ ຈຶ່ງກັບມາລາວເພື່ອມາຫາແຮງບັນດານໃຈໃໝ່. ແລະ ພໍດີກັບທີ່ບໍລິສັດ ເບຍລາວ ໄດ້ຕິດຕໍ່ຫາ ເຈພີ ເພື່ອໃຫ້ລາວຊ່ວຍທາງດ້ານການຕະຫຼາດດີຈີຕ້ອນ.

“ເຂົາເຈົ້າໂທມາຫາຂ້ອຍ ແລະ ຊວນຂ້ອຍໄປເຮັດການຕະຫຼາດດີຈີຕ້ອນໃຫ້ເຂົາເຈົ້າ. ຂ້ອຍບອກເຂົາເຈົ້າວ່າຂ້ອຍບໍ່ໄດ້ຊ່ຽວຊານດ້ານນີ້, ແຕ່ຂ້ອຍຍິນດີທີ່ຈະລອງ”.

ແລະ ນັ້ນກໍ່ເປັນຈຸດກຳເນີດຂອງບໍລິສັດ ດິຈິຕ້ອນ ມັງຄີ (Digital Monkey) ເຊິ່ງເກີດຂຶ້ນຢູ່ໃນເຮືອນຂອງ JP ໃນຕົ້ນປີ 2012. ພາຍໃນ 6 ເດືອນ, ເຈພີ ແລະ ໝູ່ຂອງລາວໄດ້ບໍລິຫານເລື່ອງການຕະຫຼາດດີຈີຕ້ອນໃຫ້ຜະລິດຕະພັນຫຼັກເກືອບທັງໝົດຂອງກຸ່ມເບຍລາວ.

“ພວກເຮົາເຮັດວຽກທຸກຢ່າງໃນຫ້ອງນັ່ງຫຼິ້ນໃນເຮືອນຂ້ອຍ ທັງຄິດເນື້ອຫາ ແລະ ຖ່າຍຮູບສຳລັບເຟສບຸກຂອງເບຍລາວ” ກ່າວໂດຍ ເຈພີ.

ຫຼັງຈາກນັ້ນ,​ ເຈພີກໍ່ຮ່ວມມືກັນກັບຄູ່ຄ້າຄົນລາວ ໃນຂະນະທີ່ຈຳນວນຜູ້ຊົມໃຊ້ເຟສບຸກໃນລາວນັບມື້ນັບຫຼາຍຂຶ້ນ ດຶງດູດໃຫ້ໃຫ້ມີລູກຄ້າລາຍໃຫຍ່ ຕົກລົງເຊັນສັນຍາກັບ Digital Monkey ຫຼາຍຂຶ້ນ ບໍ່ວ່າຈະເປັນ ລາວ ຟອດ ຊີຕີ້, ຢູນີລີເວີ, ບີລາຍ, ແລະ ເອັກເປຣສຟູດກຣຸບ.

“ທຸກຄົນໃນລາວຮູ້ເຖິງຄວາມສຳຄັນຂອງການຕະຫຼາດດິຈິຕ້ອນ, ແຕ່ຄົນທີ່ຖະໜັດວຽກງານດ້ານນີ້ ຍັງມີໜ້ອຍ, ເຊິ່ງພວກເຮົາໄດ້ຊ່ວຍໃຫ້ລູກຄ້າ ສາມາດເຂົ້າເຖິງກຸ່ມເປົ້າໝາຍຂອງເຂົາເຈົ້າໄດ້ ໃນແບບທີ່ບໍ່ມີໃຜເຄີຍເຮັດມາກ່ອນ” ກ່າວໂດຍ ເຈພີ.

ເພິ່ນກ່າວຕື່ມວ່າ ການຕະຫຼາດແຕ່ກ່ອນເປັນການສື່ສານແຕ່ພຽງຝ່າຍດຽວເທົ່ານັ້ນ, ບໍ່ວ່າຈະເປັນການສື່ສານ ຜ່ານທາງວິທະຍຸ, ປ້າຍໂຄສະນາ, ຫຼື ໂທລະພາບ, ເຊິ່ງແຕກຕ່າງຈາກການຕະຫຼາດດີຈີຕ້ອນ ທີ່ເປັນການສື່ສານສອງຝ່າຍ, ທີ່ລູກຄ້າສາມາດເຂົ້າເຖິງທຸລະກິດນັ້ນໄດ້.

ປັດຈຸບັນ ຫ້ອງການດິຈິຕ້ອນ ມັງຄີ ຕັ້ງຢູ່ຊັ້ນສາມຂອງຕຶກ K&C ແລະ ມີທີມງານລີງດິຈິຕ້ອນຈຳນວນຫຼວງຫຼາຍ ທີ່ເຮັດວຽກຢ່າງຫ້າວຫັນ, ກະກຽມເນື້ອໃນ, ວີດີໂອ, ແລະ ບໍລິຫານສື່ສັງຄົມອອນລາຍໃຫ້ແກ່ບັນດາບໍລິສັດໃຫຍ່ໆໃນລາວ.

ເຈພີ ກ່າວວ່າ ປັດຈຸບັນ ໂລກດິຈິຕ້ອນ ແມ່ນມີການປ່ຽນແປງຢ່າງໄວວາ, ຈາກຂໍ້ຄວາມ ກາຍມາເປັນຮູບພາບ, ຈາກຮູບພາບເປັນວີດີໂອ. ການທີ່ຈະນໍາໂລກດີຈີຕ້ອນໃຫ້ທັນແມ່ນມີເຄັດລັບຢູ່ບ່ອນວ່າ ເຮົາຕ້ອງຈັບກະແສຄວາມນິຍົມ ໃຫ້ໄດ້ກ່ອນທີ່ຄົນຈະຮູ້ຈັກ, ທັງຕ້ອງຮັບປະກັນວ່າ ຍຸດທະສາດການຕະຫຼາດຂອງເຮົາ ສາມາດປັບປ່ຽນ ແລະ ຢືດຢູ່ນຕາມສະພາບຕະຫຼາດໄດ້.

ແຕ່ມັນກໍ່ເປັນພຽງເລື່ອງກ້ວຍໆເທົ່ານັ້ນ ສຳລັບທີມງານ ດິຈິຕ້ອນ ມັງຄີ.

 

ຕິດຕໍ່ໄດ້ທີ່: 

info@digitalmonkey.la

+856 20 78893388

 

ບົດຕວາມໂດຍ: ແຄມເມຣອນ ດາຣກ
ຮູບໂດຍ: ພູນຊັບ ເທວົງສາ

Business in VientianeDigital MonkeyInternet business
Share

Previous

[:en]48 Hours in Vang Vieng[:]

Next

[:en]Rockets to Heaven, Calling for Rain[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ຄວາມສຸດຍອດຂອງທຳມະຊາດ
  • ຕາມຫານາງມະໂນລາ
  • ຫົວປິ່ນ
  • ຄວາມຊົງຈຳທີ່ເມືອງງອຍ
  • ແຂວງຫົວພັນໃນມຸມທີ່ທ່ານບໍ່ເຄີຍເຫັນ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ທຸລະກິດ
Mar 13, 2018

ເບ້ຍແຫ່ງຄວາມສຳເລັດ

ການຕັດສິນໃຈທີ່ຈະປູກໃບຢາບໍ່ແມ່ນເລື່ອງງ່າຍສຳລັບຊາວສວນໃນລາວ. ຕົ້ນທຶນໃນການປູກໃບຢາໃນໄລຍະທຳອິດ...

Read More
53 0
ທຸລະກິດ
May 1, 2017

ແຕ່ງຢູ່ ຄົວກິນ ຢ່າງຊ້າໆ

ປະເທດລາວເຮົາ ເປັນປະເທດນ້ອຍໆ ທີ່ຖືກອ້ອມ ແອ້ມໂດຍບັນດາປະເທດໃຫຍ່ທີ່ຂຶ້ນຊື່ດ້ານອາຫານ ບໍ່ວ່າຈະເປັນ ຫວຽດນາມ, ໄທ ແລະ ຈີນ,...

Read More
2 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top