ບູຕິກ ຣີສອດ ແຄມນຳ້

Author:

Category:

spot_img

ເປີດປະຕູສູ່ຄວາມຫຼູຫຼາທີ່ງຽບສະຫງົບ, ການຜະຈົນໄພ ແລະ ສໍາພັດກັບວັດທະນະທໍາຂອງຊຸມຊົນໃນທ້ອງຖິ່ນ

ດ້ວຍທັດສະນີຍະພາບທີ່ສວຍສົດງົດງາມຂອງທິວທັດພູຫີນປູນໃຫຍ່ ທີ່ທອດຍາວຕະຫຼອດແຄມຝັ່ງແມ່ນໍ້າຊອງເມືອງວັງວຽງ, ບູຕິກຣີສອດ ແຄມນໍ້າ ຕັ້ງເດັ່ນສະຫງ່າທ່າມກາງທໍາມະຊາດທີ່ງຽບສະຫງົບພ້ອມມົນສະເໜ່ແຫ່ງຄວາມຄຶກຄື້ນຂອງປະເທດລາວ. ຣີສອດແຫ່ງນີ້ເປັນສະຖານທີ່ທີ່ມີຄວາມປະສົມປະສານກັນຢ່າງລົງໂຕ ບໍ່ວ່າຈະເປັນເອກະລັກທີ່ງົດງາມຕາມທຳມະຊາດທີ່ປະສານເຂົ້າກັບຄວາມງາມທາງດ້ານວັດທະນະທຳ, ການຜະຈົນໄພ, ຄວາມຫຼູຫຼາ ແລະ ການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນເຮັດໃຫ້ສະຖານທີ່ແຫ່ງນີ້ຍິ່ງມີສະເໜ່ດຶງດູດ ແລະ ເປັນຈຸດໝາຍປາຍທາງທີ່ບັນດານັກທ່ອງທ່ຽວທີ່ກໍາລັງຊອກຫາປະສົບການແບບຄົບຈົບໃນສະຖານທີ່ດຽວ ເຊິ່ງນັ້ນຍິ່ງຕ້ອງໄປເປີດປະສົບການ ແລະ ສຳພັດຕົວຈິງຈັກຄັ້ງ.

ບູຕິກ ຣີສອດ ແຄມນໍ້າ ເປັນສະຖານທີ່ ທີ່ມີທໍາເລທີ່ຕັ້ງທີ່ເໝາະສົມແກ່ການເດີນທາງທ່ອງທ່ຽວທີ່ມີຄວາມສະດວກສະບາຍກວ່າໃນເມື່ອກ່ອນ, ເນື່ອງຈາກສະຖານທີ່ແຫ່ງນີ້ແມ່ນຕັ້ງຢູ່ບໍ່ໄກຈາກ ຕົວເມືອງນະຄອນຫຼວງວຽງຈັນ ຊຶ່ງສາມາດເດີນທາງໄດ້ທັ້ງການຂັບລົດຕາມທາງດ່ວນວຽງຈັນ-ວັງວຽງ ຫຼື ເລືອກເດີນທາງດ້ວຍລົດໄຟຄວາມໄວສູງລາວ-ຈີນ ພ້ອມຊົມວິວທິວທັດຂອງທໍາມະຊາດ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນທ້ອງຖິ່ນຕາມສອງຝາກທາງ. ເຖິງແມ່ນວ່າ ສະຖານທີ່ດັ່ງກ່າວນີ້ຈະຕັ້ງຢູ່ໃຈກາງຕົວເມືອງວັງວຽງ, ແຕ່ນັກທ່ອງທ່ຽວກໍ່ສາມາດສໍາພັດໄດ້ກັບໂອເອຊິສຂອງບັນຍາກາດທີ່ສະຫງົບຄ້າຍຄືກັບວ່າທ່ານມີສວນສ່ວນຕົວຕັ້ງຢູ່ຕາມແຄມຝັ່ງຂອງແມ່ນໍ້າ. ຊຶ່ງທ່ານຈະເພີດເພີນກັບວິວພູຜາທີ່ຕັ້ງເດັ່ນສະຫງ່າ ແລະ ແມ່ນໍ້າທີ່ໂອບອ້ອມໂດຍຮອບ ສາມາດເຫັນໄດ້ຈາກລະບຽງສ່ວນຕົວ, ມີສະລອຍນໍ້າ, ບາຣ໌ ແລະ ຮ້ານອາຫານ ຊຶ່ງເນລະມິດໃຫ້ສະຖານທີ່ແຫ່ງນີ້ກາຍເປັນສະຖານທີ່ພັກຜ່ອນທີ່ສົມບູນແບບ ສຳລັບບັນດານັກທ່ອງທ່ຽວທີ່ຕ້ອງການສຳພັດກັບຄວາມເປັນທໍາມະຊາດ.

ຣີສອດແຫ່ງນີ້ມີຄວາມພາກພູມໃຈຕໍ່ວັດທະນະທໍາຄວາມເປັນລາວຜ່ານຄວາມເອົາໃຈໃສ່ຕໍ່ທຸກລາຍລະອຽດ. ພ້ອມດ້ວຍພະນັກງານທີ່ມາຈາກຫຼາກຫຼາຍຊົນເຜົ່າ ຊຶ່ງສະທ້ອນໃຫ້ເຫັນເຖີງມໍລະດົກທາງວັດທະນະທໍາທີ່ມີຄວາມຫຼາກຫຼາຍຂອງຊາດ. ຫ້ອງພັກແຕ່ລະຫ້ອງແມ່ນຕົບແຕ່ງປະດັບປະດາດ້ວຍເຄື່ອງດົນຕີພື້ນເມືອງ ປະສານກັບຝີມືຜົນງານຫັດຖະກໍາອັນປານີດຂອງຊົນເຜົ່າແບບດັ້ງເດີມ, ນອກຈາກນີ້ຊຸດເຄື່ອງແບບຂອງພະນັກງານແມ່ນຍັງໄດ້ຮັບແຮງບັນດານໃຈການອອກແບບມາຈາກຊົນເຜົ່າຕ່າງໆ ແລະ ການຖັກແສ່ວໂດຍຊ່າງຝີມືຈາກທ້ອງຖິ່ນຕ່າງໆທົ່ວທັ້ງປະເທດລາວ.

ບັນດາແຂກທີ່ມາຢ້ຽມຢາມ ສາມາດດື່ມດໍ່າກັບວິຖີຊີວິດ ແລະ ວັດທະນະທໍາແບບປະສົມປະສານຂອງທ້ອງຖິ່ນ ໂດຍຜ່ານບັນດາກິດຈະກໍາຕ່າງໆທີ່ ທີ່ເປັນເອກະສິດສະເພາະທ່ານ, ນັບຕັ້ງແຕ່ການມີສ່ວນຮ່ວມໃນການຈັດກຽມອາຫານສຳລັບວັດວາອາຮາມຕ່າງໆໃນໝູ່ບ້ານ ຕະຫຼອດຈົນເຖິງການປຸງແຕ່ງເຫຼົ້າໄວນ໌ທີ່ເຮັດຈາກເຂົ້າແບບດັ້ງເດີມ ແລະ ການຕີເຫຼັກ, ຣີສອດແຫ່ງນີ້ຈຶ່ງກາຍເປັນສະຖານທີ່ ທີ່ພ້ອມມອບປະສົບການທາງດ້ານວັດທະນະທໍາໃຫ້ແກ່ບັນດານັກທ່ອງທ່ຽວທັງຫຼາຍ.
ເມືອງວັງວຽງ ເປັນເມືອງທີ່ໄດ້ຮັບການຂະໜານນາມວ່າເປັນແຫຼ່ງທ່ອງທ່ຽວຊັ້ນຍອດສຳລັບບັນດານັກທ່ອງທ່ຽວ ທີ່ມັກຮັກໃນການຜະຈົນໄພ ແລະ ບູຕິກ ຣີສອດ ແຄມນໍ້າ ກໍພ້ອມໃຫ້ບໍລິການຕໍ່ຄວາມຕ້ອງການຂອງບັນດານັກທ່ອງທ່ຽວ. ບູຕິກ ຣີສອດ ແຄມນໍ້າ ຂໍມອບການເດີນທາງທ່ອງທ່ຽວແບບສຸດພິເສດພ້ອມພະນັກງານນໍາທ່ຽວໄວ້ຄອຍບໍລິການ ເພື່ອໃຫ້ບັນດານັກທ່ອງທ່ຽວມີຄວາມໝັ້ນໃຈໄດ້ວ່າ: ຈະໄດ້ຮັບປະສົບການໃນການຜະຈົນໄພທີ່ເປັນເອກະລັກ ແລະ ມີຄວາມເປັນສ່ວນຕົວ. ບໍ່ວ່າທ່ານຈະຊື່ນຊອບໃນການປີນພູ ຫຼື ມັກຮັກໃນການພາຍເຮືອຄາຍັກ ຫຼື ເດີນສໍາຫຼວດຖໍ້າ ທາງຣີສອດກໍ່ພ້ອມທີ່ຈະມອບປະສົບການທີ່ໜ້າຕື່ນເຕັ້ນໃນທຸກລະດັບໃຫ້ແກ່ບັນດາທ່ານ.

ອາຫານທີ່ເປັນເອກະລັກສະເພາະ ແມ່ນສ່ວນໜຶ່ງທີ່ມີຄວາມສໍາຄັນຕໍ່ປະສົບການໃນການເດີນທາງ, ຊຶ່ງທາງ ບູຕິກ ຣີສອດ ແຄມນໍ້າຂໍນໍາສະເໜີອາຫານທີ່ມີລົດຊາດແບບວັງວຽງ ແລະ ອາຫານແບບລາວໆ ພ້ອມການປະສົມປະສານກັນຢ່າງລົງຕົວລະຫວ່າງ ອາຫານລາວ ແລະ ອາຫານແບບຊາວຕາເວັນຕົກໃຫ້ບັນດາທ່ານໄດ້ລີ້ມລອງ. ເມນູອາຫານລາວທີ່ເປັນເອກກະລັກຂອງຮ້ານອາຫານແມ່ນສິ່ງທີ່ບັນດານັກທ່ອງທ່ຽວຕ້ອງລອງຊິມ ໂດຍທີ່ຮ້ານອາຫານນໍາສະເໜີອາຫານລາວແບບດັ້ງເດີມທີ່ຜ່ານການຄັດສັນວັດຖຸດິບດ້ວຍຄວາມພິຖີພິຖັນ. ທາງທີມງານຮ້ານອາຫານຊຶ່ງນໍາໂດຍແມ່ຄົວຊາວລາວ ແລະ ຜູ້ຊ່ວຍຄົວທີ່ເປັນຄົນໃນທ້ອງຖິ່ນ ຊຶ່ງຈະນໍາເອົາລົດຊາດອາຫານແບບຕົ້ນຕໍາລັບມາເສີບໃຫ້ບັນດາທ່ານໄດ້ສຳພັດທຸກຄາບອາຫານ. ທາງໂຮງແຮມໄດ້ນໍາໃຊ້ວັດຖຸດິບທີ່ຄັດສັນເປັນຢ່າງດີໃນທ້ອງຖິ່ນເຂົ້າໃນການປຸງແຕ່ງອາຫານດ້ວຍການປະສົມປະສານກັບເຕັກນິກການປຸງແຕ່ງອາຫານແບບດັ້ງເດີມ ຊ່ວຍຍົກລະດັບປະສົບການໃນການຮັບປະທານອາຫານ ພ້ອມທັງເປັນການສະໜັບສະໜູນຕະຫຼາດ ແລະ ຜູ້ສະໜອງໃນທ້ອງຖິ່ນໃນເວລາດຽວກັນ.

ສໍາລັບບັນດານັກເດີນທາງທີ່ສະແຫວງຫາຄວາມຜ່ອນຄາຍ ແລະ ການຟື້ນຟູຮ່າງກາຍ, ທາງຣີສອດໃຫ້ບໍລິການສະຖານທີ່ ພັກຜ່ອນທີ່ມີຄວາມສະຫງົບ ພ້ອມສາລານວດສະປາ ທີ່ຕັ້ງຢູ່ແຄມແມ່ນໍ້າໃຫ້ບໍລິການບໍາບັດແບບສະປາຜ່ອນຄາຍຫຼາກຫຼາຍລາຍການ, ພ້ອມດ້ວຍບໍລິການທີ່ເປັນເອກະລັກເຊັ່ນ Signature Journey ທີ່ເປັນປະສົບການສະປາແບບ 180 ນາທີ ທີ່ຮັບປະກັນໃຫ້ທ່ານໄດ້ຜ່ອນຄາຍ ແລະ ໃຫ້ຄວາມສົດຊື່ນແກ່ຮ່າງກາຍ.

ທາງຣີສອດ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງທີ່ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ບັນດາຊຸມຊົນໃນທ້ອງຖິ່ນໃຫ້ມີສ່ວນຮ່ວມ ຊຶ່ງເປັນການຊ່ວຍເຫຼືອໃຫ້ຊຸມຊົນທ້ອງຖິ່ນທາງດ້ານເສດຖະກິດ ແລະ ສັງຄົມ, ໃຫ້ຄວາມສໍາຄັນໃນການຈ້າງງານພະນັກງານ ແລະ ບັນດາຜູ້ສະໜອງຕ່າງໆໃນທ້ອງຖິ່ນ, ຊຶ່ງສິ່ງນີ້ຈະເປັນຜົນດີຕໍ່ການສ້າງລາຍຮັບຂອງປະຊາຊົນໂດຍລວມ, ໂດຍສະເພາະກໍ່ແມ່ນເສດຖະກິດຂອງຂົງເຂດພາກພື້ນ. ນອກຈາກນີ້ ພວກເຂົາຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາໝູ່ບ້ານໃນທ້ອງຖິ່ນຂອງຕົນ ດ້ວຍການສະໜັບສະໜູນທາງດ້ານການເງິນໃຫ້ແກ່ການສ້າງບ້ານໃນຊຸມຊົນ ແລະ ກິດຈະກໍາຕ່າງໆຂອງສູນເຍົາວະຊົນທ້ອງຖິ່ນ.

ສະຫຼຸບແລ້ວ, ບູຕິກ ຣີສອດ ແຄມນໍ້າ ແມ່ນອັນຍະມະນີທີ່ຖືກເຊື່ອງໄວ້ຢູ່ໃຈກາງຂອງ ປະເທດລາວ. ຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄວາມເປັນເອກະລັກແຫ່ງນີ້ ປະສົມປະສານກັບການຜະຈົນໄພ, ຮີດຄອງປະເພນີ-ວັດທະນະທໍາ, ຄວາມຫຼູຫຼາ ແລະ ການມີສ່ວນຮ່ວມຂອງບັນດາຊຸມຊົນເຂົ້າດ້ວຍກັນຢ່າງກົມກືນ ແລະ ລົງໂຕ ເພື່ອສ້າງ ແລະ ມອບປະສົບການໃນການເດີນທາງທີ່ມີຄຸນຄ່າ ແລະ ບໍ່ມີວັນລືມເລືອນ. ດ້ວຍແຜນການໃນອານາຄົດຈະຊຸກຍູ້ສົ່ງເສີມຄວາມຄິດລິເລີ່ມດ້ານຄວາມຍືນຍົງຂອງໂຮງແຮມ ແລະ ຂະຫຍາຍການສະໜັບສະໜູນໃຫ້ແກ່ບັນດາຊຸມຊົນທ້ອງຖິ່ນ, ຣີສອດແຫ່ງນີ້ ຈຶ່ງມີຄວາມມຸ້ງມາດປາດຖະໜາທີ່ຈະສືບຕໍ່ສ້າງສັນຜົນງານທີ່ມີຄວາມໂດດເດັ່ນເພື່ອດຶງດູດບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນຂະນະດຽວກັນກໍມອບປະສົບການໃນການພັກຜ່ອນຍ່ອນອາລົມໃຫ້ແກ່ບັນດານັກທ່ອງທ່ຽວທັງຫຼາຍ.

ຂໍ້ມູນເພີ່ມເຕີມ
ສໍາລັບການຈອງຫ້ອງ ຫຼື ຕ້ອງການຮັບຊາບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບີ່ງເວັບໄຊຂອງພວກເຮົາໄດ້ທີ່ riversidevangvieng.com

ການເດີນທາງ
ເດີນທາງດ້ວຍສາຍການບິນລາວ ຊຶ່ງມີຖ້ຽວບິນທຸກມື້ໄປຍັງນະຄອນຫຼວງວຽງຈັນຈາກທົ່ວຂົງເຂດພາກພື້ນ ແລະ ສາກົນ. ເມືອງວັງວຽງຕັ້ງຢູ່ບໍ່ຫ່າງຈາກນະຄອນຫຼວງວຽງຈັນ ຊຶ່ງໃຊ້ເວລາການເດີນທາງດ້ວຍລົດສ່ວນຕົວພຽງແຕ່ປະມານໜຶ່ງຊົ່ວໂມງ.

ແປ ແລະ ຮຽບຮຽງໂດຍ ຈັດຕະວາ ມາດມະນີສອນ
ຮູບໂດຍ ພູນຊັບ ເທບວົງສາ ແລະ ບູຕິກ ຣີສອດ ແຄມນ້ຳ

Read More

Related Articles