Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Festival, ທ່ອງທ່ຽວ

ເຮືອໄຟສ່ອງແສງລະຍິບລະຍັບ

posted by Billy
Sep 7, 2022 1050 0 0
Share

ງານບຸນປະເພນີອັນສວຍງາມຂອງແຂວງຫຼວງພະບາງໄດ້ຫວນກັບຄືນມາແລ້ວ
ພາຍຫຼັງ 2 ປີແຫ່ງການງົດງານບຸນເທດສະການຕ່າງໆ ເນື່ອງຈາກການລະບາດຂອງພະຍາດ, ບຸນອອກພັນສາ ແລະ ບຸນໄຫຼເຮືອໄຟທີ່ຫຼວງພະບາງ ຈະຖືກຈັດຂຶ້ນຢ່າງເຕັມຮູບແບບໃນປີນີ້ ຫຼັງຈາກທີ່ໄດ້ເປີດຊາຍແດນຢ່າງເປັນທາງການໃນເດືອນພຶດສະພາທີ່ຜ່ານມາ. ງານບຸນອອກພັນສາປະວໍລະນາ ແມ່ນກົງກັບວັນທີ 10 ຕຸລາຂອງປີນີ້, ແລະ ບຸນໄຫຼເຮືອໄຟກໍຈະໄດ້ຈັດຂຶ້ນໃນຕອນແລງຂອງມື້ດັ່ງກ່າວ. ນີ້​ແມ່ນ​ງານ​ບຸນ​ທີ່​ມີ​ສະ​ເໜ່​ທີ່​ສຸດ​ໃນ​ປະ​ຕິ​ທິນ​ລາວ. ເຖິງແມ່ນວ່າຈະມີຫຼາຍໆ ງານ​ບຸນປະເພນີ​​ໃນ​ທົ່ວ​ປະ​ເທດ​ລາວ, ແຕ່​ນະ​ຄອນ​ຫຼວງ​​ເກົ່າທາງພາກເໜືອແຫ່ງນີ້ຈະໃຫ້​ບັນ​ຍາ​ກາດອັນໜ້າປະທັບໃຈ​ທີ່​ສຸດ. ໄຟລະຍິບລະຍັບເປັນຈຳນວນຫຼວງຫຼາຍທີ່ຈັດວາງປະດັບປະດາຢ່າງງົດງາມຢູ່ທົ່ວທຸກຫົນແຫ່ງຕາມວັດວາອາຮາມ, ຕາມຖະໜົນຫົນທາງ, ແລະ ຕາມສະຖາປັດຕະຍະກຳທາງປະຫວັດສາດ ເຊິ່ງຍາກທີ່ຈະຫາບ່ອນໃດທຽບເທົ່າໄດ້. ສະນັ້ນ, ຖ້າຫາກນັກທ່ອງທ່ຽວທ່ານໃດທີ່ມີຈຸດປະສົງທີ່ຈະໄປຮ່ວມງານດັ່ງກ່າວນັ້ນ ກໍ່ຢ່າ​ລືມຖື​ກ້ອງ​ຖ່າຍ​ຮູບໄປພ້ອມເດີ້.

ການເຂົ້າພັນສາໃນໄລຍະ 3 ເດືອນ ສະທ້ອນໃຫ້ເຫັນເຖິງຊ່ວງເວລາທີ່ພຣະພຸດທະເຈົ້າຂຶ້ນສູ່ສະຫວັນເພື່ອຢ້ຽມຢາມມານດາຂອງພຣະອົງ ແລະ ການກັບຄືນສູ່ໂລກຂອງພຣະອົງກໍເປັນອັນສິ້ນສຸດຂອງຊ່ວງເວລານີ້ ເຊິ່ງກົງກັບລະດູຝົນພໍດີ. ການພັກຜ່ອນໃນຊ່ວງລະດູຝົນ ແມ່ນໄລຍະເວລາເພື່ອຊຳລະຈິດໃຈ ແລະ ພຣະສົງຈະສຸມໃສ່ການສຶກສາທັມມະ ແລະ ການສິດສອນຈົວໃຫມ່. ການອອກພັນສາຖືວ່າເປັນການສິ້ນສຸດໄລຍະເວລາທີ່ເຄັ່ງຄັດນີ້ ແລະ ກ້າວເຂົ້າສູ່ຄວາມມ່ວນຊື່ນລື່ນເລີງ ແລະ ເບີກບານ ທີ່ຈະໄດ້ກັບຄືນສູ່ການດຳເນີນຊີວິດປົກກະຕິ ແລະ ເປັນລະດູການແຫ່ງການແຕ່ງງານ. ໃນ​ໄລ​ຍະ​ເຂົ້າ​ພັນ​ສາ, ການ​ຈັດ​ກິດ​ຈະ​ກໍາລື່ນເລີງຕ່າງໆທາງ​ສັງ​ຄົມເຊັ່ນ: ການຍ້າຍ​ເຮືອນ​, ຫຼື ການ​ແຕ່ງ​ງານ ຖືເປັນສິ່ງທີ່ບໍ່ສົມຄວນ ແລະ ອາດຈະນຳຄວາມໂຊກຮ້າຍມາໃຫ້ແກ່ເຈົ້າພາບ​. ຜູ້ຄົນກໍຍັງພະຍາຍາມຫຼີກລ່ຽງ ແລະ ງົດການດື່ມສິ່ງມຶນເມົາ ຫຼື ງົດການບໍລິໂພກເນື້ອສັດ ເພື່ອດຳເນີນຕາມວິຖີຊີວິດນັກບວດຂອງພຣະສົງໃນຍາມເຂົ້າພັນສາ.
ການຕັກບາດຖືເປັນສິຣິມຸງຄຸນຢ່າງຍິ່ງໃນຕອນເຊົ້າຂອງວັນສິນເພັງ, ເພື່ອລະນຶກເຖິງບັນພຣະບູລຸດ, ແລະ ສ້າງບຸນກຸສົນເພື່ອບັນລຸໝາກຜົນໃນອະນາຄົດຂ້າງໜ້າ. ບັນດາປວງຊົນຜູ້ທີ່ມີຈິດໃຈໃສສັດທາຈະນັ່ງລຽນກັນເປັນແຖວ ຕາມຖະໜົນຫົນທາງໃນຕົວເມືອງ ເພື່ອລໍຖ້າໃສ່ບາດດ້ວຍເຂົ້າໜຽວ ຫຼື ເຂົ້າຕົ້ມເຂົ້າໜົມ ໃຫ້ແກ່ຂະບວນພຣະສົງທີ່ຫຼັ່ງໄຫຼມາບໍ່ຂາດສາຍ. ຕາມທໍາມະດາແລ້ວປະຊາຊົນກໍຈະໄຕ້ທຽນເພື່ອເປັນສັນຍາລັກຂອງຄວາມສະຫວ່າງສະໄຫວ ແລະ ຄວາມດີງາມດ້ວຍ.
​ໃນ​ຕອນ​ກາງ​ເວັນ, ຊາວ​ບ້ານ​ຫຼາຍ​ຄົນ​ຍັງໄດ້ປະດິດ ​ແລະ ຂາຍ​ກະທົງ​ທີ່ເຮັດດ້ວຍໃບຕອງກ້ວຍທີ່ປະດັບປະດາດອກໄມ້​ສີສັນ​ສົດ​ໃສ ແລະ ທູບທຽນ. ຢ່າລືມອຸດໜູນຊ່ວຍຊາວບ້ານຈັກອັນໜຶ່ງແລ້ວໄປຮ່ວມລອຍກະທົງຢູ່ແຄມແມ່ນ້ຳໃນຕອນແລງດ້ວຍ.

​ຈຸດ​​ເດັ່ນ​ຂອງ​ງານ​ບຸນນີ້​ແມ່ນ​​ ຂະ​ບວນແຫ່​​ເຮືອ​ໄຟ​ໃນ​ຕອນ​ຄ່ຳ ທີ່​ຕັ້ງຂະບວນ​ຈາກ​ຫ້ອງການໄປສະນີ​ລົງໄປຕາມ​ຖະ​ໜົນ​ສາຍຫຼັກ​ຈົນຮອດ​ວັດ​ຊຽງ​ທອງ. ເຮືອຈຳລອງຖືກປະດັບປະດາຕົກແຕ່ງ ແລະ ປົກຫຸ້ມໄປດ້ວຍທຽນ ແລ້ວໃນຕອນທ້າຍຂອງຄໍ່າຄືນນັ້ນ, ພິທີກໍຈະຈົບລົງດ້ວຍການລ່ອງເຮືອໄຟເຫຼົ່ານັ້ນລົງແມ່ນໍ້າຂອງ ແລະ ປ່ອຍໃຫ້ໄຫຼໄປຕາມແມ່ນ້ຳ.
ອີກໜຶ່ງຈຸດໜ້າສົນໃຈຂອງຂະບວນແຫ່ແມ່ນເຮືອລຳທີ່ບັນຈຸ ຫຼື ຈຳລອງເປັນຮູບພະຍານາກພົ່ນໄຟ ຫຼື ສ້າງເປັນຮູບສັດທີ່ມີການກະພືປີກຂຶ້ນລົງເປັນຈັງຫວະ. ແຕ່​ລະ​ວັດ​ຈະ​ໃຊ້​ເວ​ລາ​ຫຼາຍ​ອາ​ທິດ​ໃນ​ການ​ສ້າງ​ເຮືອ​ຂະ​ຫນາດ​ໃຫຍ່​ ແລະ ​ໂຄມ​ໄຟ​ໄມ້​ໄຜ່​ ພ້ອມທັງ​ເຈ້ຍ​ສີ​ທີ່ເຮັດເປັນຮູບພະຍານາກ ຫຼື​ ຮູບສັດໃນຕຳນານອື່ນໆ. ເຮືອຈຳລອງຖືກປະດັບປະດາຕົກແຕ່ງ ເພື່ອເຂົ້າຮ່ວມຂະບວນແຫ່ ຫຼື ບໍ່ກໍຈະເອົາໄປວາງສະແດງຢູ່ເດີ່ນວັດ. ແຕ່ລະວັດກໍຈະມີຫົວຄິດປະດິດສ້າງຕາມສິ່ງທີ່ຕົນມັກ, ວັດສີບຸນເຮືອງມັກຈະເຮັດແບບຈໍາລອງເຮືອບິນຂອງສາຍການບິນລາວ, ແລະ ໃນປີກາຍນີ້ ກໍມີວັດໜຶ່ງທີ່ໄດ້ປັບເຂົ້າກັບສະພາບການປະຈຸບັນ ໂດຍໄດ້ສ້າງໂຄມໄຟສີຂຽວເຈີດຈ້າເປັນຮູບໄວຣັສໂຄໂຣນາ.
ບຸນ​ເຮືອ​ໄຟ​ແມ່ນ​ເຕັມ​ໄປ​ດ້ວຍ​ທັດສະນີ​ຍະ​ພາບ​ ແລະ ​ກິ່ນ​ອາຍ​ທີ່​ອົບ​ອຸ່ນ​ ແລະ ອົບອວນໄປດ້ວຍ​ກິ່ນ​ຫອມລະມຸນ​ຂອງ​ຂີ້ເຜິ້ງ​ທີ່​ກຳລັງລະລາຍ ​ແລະ ກິ່ນ​ຄວັນອ່ອນໆ. ​ພ້ອມກັນນັ້ນກໍເຕັມໄປດ້ວຍແປວທຽນ​ລະຍິບລະຍັບ​ທີ່​ສວຍ​ສົດ​ງົດ​ງາມ, ປະຊາຊົນພາກັນ​ນຸ່ງ​ຊຸດ​ພື້ນ​ເມືອງ, ນັກ​ຟ້ອນ​ຈາກ​ໂຮງ​ລະຄອນ​ກໍ່ທຳການ​ສະ​ແດງ​ນິທານ​ເລື່ອງ​ພະລັກພະລາມໃນ​ຊຸດ​ຫະນຸມານ, ​ແລະ​ ບັນດານ້ອງນັກຮຽນ​ໃສ່​​ເສື້ອ​ຂາວກໍພາກັນ​ເຂົ້າ​ຮ່ວມ​ຂະບວນ​ແຫ່​ໂຄມ​ໄຟຢ່າງຟົດຟື້ນ.

ອີກກິດຈະກຳໜຶ່ງເຊິ່ງເປັນທີ່ນິຍົມຫຼາຍສຳລັບຄົນທ້ອງຖິ່ນກໍຄືການນຸ່ງຊຸດພື້ນເມືອງ ແລະ ຖ່າຍຮູບເຊວຟີກັບພາບພື້ນຫຼັງທີ່ເປັນແສງໄຟລະຍິບລະຍັບ, ຈຳນວນທຽນໄຂອັນອົບອຸ່ນທີ່ຫຼວງຫຼາຍພາຍມາກເຮັດໃຫ້ໄດ້ຮູບພາບທີ່ມີແສງສະຫວ່າງອ່ອນໆນວນຕາ. ຄົນທ້ອງຖິ່ນມັກໄປທ່ຽວຊົມວັດວາອາຮາມທີ່ມີຊື່ສຽງໂດ່ງດັງ ແລະ ມີການປະດັບປະດາທີ່ສວຍງາມ ເຊັ່ນ: ວັດຊຽງມ່ວນ ທີ່ປະດັບໂຄມໄຟເຕັມເດີ່ນວັດ, ວັດຈູມຄ້ອງ ເຊິ່ງອາດຈະມີໂຄມໄຟທີ່ຫຼາຍທີ່ສຸດໃນຕົວເມືອງ, ແລະ ພຣະທາດສີຂາວຂະໜາດໃຫຍ່ຢູ່ວັດວິຊຸນ ກໍມີຄວາມໜ້າຕື່ນຕາຕື່ນໃຈ ແລະ ມີບັນຍາກາດອັນອົບອຸ່ນ ດ້ວຍບັນດາໂຄມໄຟທີ່ຖືກໄຕ້ວາງໄວ້ໃນແຕ່ລະຊັ້ນ.
ຢູ່​ຂັ້ນ​ໄດ​ເກົ່າ​ຂອງ​ວັດ​ຊຽງ​ທອງ, ປະຊາຊົນ​ຈຳນວນ​ຫຼວງ​ຫຼາຍ​ມາ​ເຕົ້າ​ໂຮມ​ກັນເພື່ອ​ເບິ່ງ​ເຮືອ​ໄຟທີ່​ຖືກ​ປ່ອຍລົງໃນ​ແມ່​ນ້ຳ​ຂອງ ພ້ອມທັງລອຍກະທົງ​ຂອງ​ຕົນເອງ, ​ເປັນ​ສັນຍາ​ລັກຂອງການປົດປ່ອຍ ແລະ ປັດເປົ່າສິ່ງບໍ່ດີ​ອອກ​ສູ່​ຄວາມ​ມືດ​​ຂອງ​ແມ່ນ້ຳ. ອະທິຖານຂໍໃນສິ່ງທີ່ດີ ແລະ ກໍຫວັງວ່າຈະໄດ້ກັບຄືນສູ່ງານບຸນປະເພນີທີ່ງົດງາມນີ້ອີກຄັ້ງໃນປີຕໍ່ໄປ.
1. ການໄຕ້ທຽນປະດັບເຮືອໄຟ

2. ນັກຟ້ອນຈາກໂຮງລະຄອນ ພະລັກ ພະລາມ

3. ໂຄມໄຟປະດັບວັດຢ່າງສະຫງ່າງາມ

 

ຂໍ້ມູນເພີ່ມເຕີມ
ການທ່ອງທ່ຽວແຫ່ງຫຼວງພະບາງ ຈະປະກາດວັນທີ່ຈັດງານຂອງເທດສະການນີ້ລ່ວງໜ້າກ່ອນບຸນອອກພັນສາໃນແຕ່ລະປີ ທາງ Facebook Page: fb.com/tourismluang-prabang

ການເດີນທາງ
ການບິນລາວ ມີຖ້ຽວບິນຈາກວຽງຈັນ ແລະ ບາງກອກ ໄປ ຫຼວງພະບາງທຸກມື້.

ແປ ແລະ ຮຽບຮຽງໂດຍ ອຸໄລພອນ ເດກົງໄຊ
ຮູບໂດຍ Anita Preston / Evensong Film

LaosLuang Prabang
Share

Previous

[:en]Run for Children[:la]ກິດຈະກຳການແລ່ນເພື່ອເດັກນ້ອຍ[:]

Next

[:en]Chom Ong Cave[:la]ຖໍ້າຈອມອອງ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

Environment, Outdoors, ທ່ອງທ່ຽວ
May 4, 2020

ການ​ເຊື່ອມ​​​​​ໂຍງການທ່ອງທ່ຽວເຂົ້າກັບ​ການ​ອະນຸລັກ​

ການທ່ຽວ​ປ່າ​ອັນ​ມະຫັດສະຈັນ​ຢູ່​ລາວ. ອຸທິຍານແຫ່ງຊາດນໍ້າແອດພູເລີຍຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງລາວເຊິ່ງກວມເອົາ 3...

Read More
0 0
ທ່ອງທ່ຽວ
Jan 15, 2022

ວັດພູ

ສະຖານ​ທີ່​ສັກສິດ​ຂອງ​ວັດ​ພູ ​ແຕ່​ເດີມ​ແມ່ນສ້າງມາເພື່ອ​ອຸທິດ​ໃຫ້​ແກ່ ພຣະ​ສິວະ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top