ປຽບເໝືອນຢູ່ເທິງສະຫວັນ

Author:

Category:

spot_img

ສະຖານທີ່ທີ່ຖືກໂອບກອດດ້ວຍທຳມະຊາດຂອງເມືອງມໍລະດົກໂລກ

ເມືອງຫຼວງພະບາງຖືວ່າເປັນສະຖານທີ່ທີ່ນັກທ່ອງທ່ຽວທົ່ວໂລກໄຝ່ຫາ, ເປັນເມືອງທີ່ເຕັມໄປດ້ວຍວັດວາອາຣາມທີ່ເກົ່າແກ່, ອາຫານທ້ອງຖິ່ນທີ່ເປັນເອກະລັກ, ພິພິທະພັນທາງວັດທະນະທຳທີ່ໜ້າຄົ້ນຫາ ແລະ ສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ລໍຖ້າໃຫ້ທ່ານມາຊື່ນຊົມ. ເປົ້າໝາຍໃນການທ່ອງທ່ຽວຂອງບາງຄົນຄືການເຮັດກິດຈະກຳຜາດໂຜນ, ຫຼື ທ່ຽວຊົມຄວາມສວຍງາມຂອງເມືອງ. ແຕ່ສຳລັບບາງຄົນ ຈຸດໝາຍຂອງການທ່ອງທ່ຽວຄືການໜີຈາກວຽກທີ່ສັບສົນວຸ້ນວາຍ ແລະ ຕ້ອງການຫາສະຖານທີ່ໃດໜຶ່ງທີ່ສາມາດຜັກຜ່ອນສະໝອງໄດ້ຢ່າງແທ້ຈິງ ແລະ ສະຖານທີ່ທີ່ເໝາະສົມທີ່ສຸດໃນການໜີຄວາມວຸ້ນວາຍຂອງເມືອງສູ່ສະຖານທີ່ໂອບຮ້ອມດ້ວຍທຳມະຊາດນັ້ນກໍຄື ໂຮງແຮມ ຄິຣິດາຣາ ແຫ່ງເມືອງຫຼວງພະບາງນັ້ນເອງ.

ຄໍາວ່າ “ຄິຣິດາຣາ” ໃນພາສາສັນສະກິດໝາຍເຖິງ ດວງດາວເໜືອພູເຂົາ, ດວງດາວແຫ່ງນີ້ຕັ້ງຢູ່ກາງແມກໄມ້ ແລະ ຖືກອອກແບບໃຫ້ທ່ານສາມາດຮັບຊົມທັດສະນິຍະພາບຂອງເມືອງຫຼວງພະບາງຢ່າງໂດດເດ່ນ ພ້ອມດ້ວຍສະຖານທີ່ອຳນວຍຄວາມສະດວກຕ່າງໆພາຍໃນໂຮງແຮມບໍ່ວ່າຈະເປັນ ຄອກເທວບາ, ຈຸດຊົມວິວເຊິ່ງສາມາດເຫັນພະທາດພູສີໄດ້ຢ່າງຊັດເຈນ ແລະ ສະລອຍນໍ້າຕັ້ງຢູ່ຈຸດໃຈກາງຂອງໂຮງແຮມ.

ໂຮງແຮມແຫ່ງນີ້ໄດ້ຖືກອອກແບບໂດຍສະຖາປະນິກຄົນລາວ ເຊິ່ງທ່ານຕ້ອງການດຶງເອົາສະເໜ່ຂອງທຳມະຊາດອອກມາຮ່ວມກັບຕຶກພັກຜ່ອນທີ່ອອກແບບໃນລັກສະນະສະໄໝໃໝ່ ເຊິ່ງເປັນການປະສົມປະສານລະຫວ່າງສະຖາປັດຕະຍະກຳແບບອິນດູຈິີນ ແລະ ສະຖາປັດຕະຍະກຳແບບຝຣັ່ງໄດ້ຢ່າງລົງຕົວ. ສິ່ງທີ່ໂດດເດັ່ນກວ່າໝູ່ຄືການອອກແບບຕຶກ ແລະ ຫຼັງຄາເຊິ່ງມີການຕົບແຕ່ງແບບໄຕ່ລະດັບ ອ້ອມຮອບສະລອຍນໍ້າທີ່ຕັ້ງຢູ່ກາງໂຮງແຮມ ແລະ ຫັນໜ້າຕຶກເຂົ້າຫາທັດສະນິຍພາບທີ່ສວຍສົດງົດງາມ.

ແຕ່ລະຫ້ອງນອນຖືກຕົບແຕ່ງດ້ວຍໄມສັກຊັ້ນດີໃນໂທນສີອ່ອນ ເຂົ້າກັນກັບລາຍຜ້າໄໝລາວ, ມີປະຕູກະຈົກໃສເຊິ່ງທ່ານສາມາດພົບກັບທັດສະນິຍະພາບອາລຸນວັນໃໝ່ໃນທຸກເຊົ້າທີ່ຕື່ນມາ.

ບັນຍາກາດຕອນພະອາທິດຂຶ້ນວ່າງາມແລ້ວ, ບັນຍາກາດຕອນອາທິດຄ້ອຍລົງທີ່ຄິຣິດາຣາຍິ່ງງາມຈັບຕາ​. ພາບທ້ອງຟ້າທີ່ຖືກທາດ້ວຍສີທອງຂອງແສງອາທິດຕັດກັບທຳມະຊາດສີຂຽວຂອງເມືອງຫຼວງພະບາງ ໃນຂະນະທີ່ທ່ານລອຍຫຼິ້ນໃນສະລອຍນໍ້າ ປ່ອຍໃຫ້ຮ່າງກາຍເຕັມອີ່ມໄປກັບຄວາມຜ່ອນຄາຍສະບາຍໃຈ ສ້າງປະສົບການໃນການຜັກຜ່ອນແບບໃໝ່ທີ່ທ່ານຈະປະທັບໃຈບໍ່ມີວັນລືມ.

ຖ້າຫາກທ່ານຮູ້ສຶກເມື່ອຍຫຼັງຈາກເຮັດ ກິດຈະກຳຫຼາກຫຼາຍໃນຫຼວງພະບາງ ເຊັ່ນ ການປີນເຂົາ, ທ່ຽວນໍ້າຕົກຕາດ, ເພີດເພີນກິດຈະກຳຮວມກັບຊ້າງ ຫຼື ຢ່າງເລາະຕະຫຼາດມືດ ທາງໂຮງແຮມກໍຍັງມີບໍລິການນວດສະປາ ແລະ ນວກສະໝູນໄພ ດ້ວຍໝໍນວດມືອາຊີບ ທີ່ຈະຊ່ວຍຊໍາລະຄວາມອິດເມື່ອຍຈາກກິດຈະກຳຕ່າງໆ ເພື່ອໃຫ້ທ່ານພ້ອມກັບກິດຈະກຳໃນມື້ຕໍ່ໄປ.

 

ນອກຈາກນັ້ນ, ຈຸດພິເສດອີກຢ່າງໜຶ່ງຂອງໂຮງແຮມ ທີ່ຊາວເມືອງຫຼວງພະບາງ ແລະ ນັກທ່ອງທ່ຽວຕິດອົກຕິດໃຈກໍຄືຮ້ານອາຫານປະຈຳໂຮງແຮມນັ້ນເອງ, ຮ້ານ ເຊຟ ເທໂບ (Chef’s Table) ສະຖານທີ່ທ່ານໄດ້ລິ້ມລອງອາຫານຟິວຊັນ ເຊິ່ງປະສົມປະສານລະຫວ່າງອາຫານຈາກທົ່ວໂລກກັບອາຫານລາວທ້ອງຖີ່ນ ຢ່າງລົງຕົວ ເຊິ່ງຖືກຄິດຄົ້ນ ແລະ ປຸງແຕ່ງໂດຍ ເຊຟ ເຄັນ, ພໍ່ຄົວປະຈໍາໂຮງແຮມ ທີ່ໄດ້ເດີນທາງໄປທົ່ວໂລກ ເພື່ອກັບມາສ້າງສັນສິລະປະເທິງຈານອາຫານໃຫ້ທ່ານໄດ້ລິ້ມລອງ. Chef’s Table ຂໍນຳສະເໜີອາຫານຈານເດັດທີ່ມີຊື່ວ່າ ຕົ້ມແຈ່ວຊີ້ນຄວາຍ, ຊີ້ນຄວາຍຊ່ອຍບາງພໍດີ ເສີບພ້ອມກັບສດນໍ້າແຈ່ວສູດພິເສດປະຈໍາຮ້ານ. ນອກນັ້ນຍັງມີອົບເປັດສູດເດັດພ້ອມດ້ວຍມັນບົດນຸ້ມໆກິນກັບຊ໊ອດວາຍແດງໝາກຂາມທີ່ພ້ອມຈະເຮັດໃຫ້ທ່ານຮູ້ສຶກຫິວເຂົ້າຂຶ້ນມາອີກຄັ້ງ.

ທ່ານສາມາດສຳພັດຄວາມຜ່ອນຄາຍ ແລະ ຄວາມເພີດເພີນໃຈນີ້ໄດ້ທີ່ໂຮງແຮມຄິຣິດາຣາ ເຊິ່ງທ່ານຈະໄດ້ຮັບການບໍລິການພ້ອມຮອຍຍິ້ມ ແລະ ຊ່ວງເວລາທີ່ຜ່ອນຄາຍ ປຽບເໝືອນດັ່ງທ່ານຢູ່ເທິງສະຫວັນ.

———————

ໂຮງແຮມ ຄິຣິດາຣາ ມີບໍລິການລົດຮັບສົ່ງໄປກັບຕົວເມືອງແຕ່ລະຊົ່ວໂມງ ແລະ ໃຫ້ບໍລິການລົດຖີບໂດຍບໍ່ໄດ້ເສຍຄ່າໃດໆ

ຂໍ້ມູນເພີ່ມເຕີມ:  http://www.kiridarahotelluangprabang.com/

Read More

Related Articles