Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, Festival, New

ສະໜັບສະໜູນການດຳລົງຊີວິດໃນຂະແໜງກະສິກຳ

posted by Thanouphet
Sep 4, 2020 1050 0 0
Share

ທຸກທຸລະກິດຈະເຕີບໂຕໄດ້ ກໍຕໍ່ເມື່ອມີບຸກຄະລາກອນ ຫຼື ກຳລັງການຜະລິດທີ່ດີເທົ່ານັ້ນ. ສະນັ້ນ, ຈຶ່ງເປັນສິ່ງສໍາຄັນທີ່ ບໍລິສັດ ຢາສູບລາວ ຈຳກັດ ຈະໃຫ້ການສະໜັບສະໜູນ ບໍ່ສະເພາະແຕ່ພະນັກງານຂອງຕົນ ແຕ່ຍັງລວມທັງບັນດາຊາວສວນທີ່ມີສັນຍາ. 

ຊາວສວນຖືເປັນອົງປະກອບສ່ວນໃຫຍ່ຂອງທຸລະກິດ ບໍລິສັດ ຢາສູບລາວ ຈຳກັດ, ເນື່ອງຈາກພວກເຂົາເປັນບໍລິສັດຜູ້ສະໜອງການໃບຢາທີ່ມີຄຸນນະພາບສຳລັບຜູ້ຜະລິດຜະລິດຕະພັນຢາສູບໃນລາວ. ບໍລິສັດ ຢາສູບລາວ ເຫັນວ່າການສະໜັບສະໜູນການດຳລົງຊີວິດຂອງຊາວສວນທີ່ມີສັນຍາ ເປັນສ່ວນໜຶ່ງໃນການຮັກສາໃຫ້ມີຢາສູບໄວ້ເພື່ອສະໜອງໃຫ້ຕະຫຼາດຢ່າງຍືນຍົງ ແລະ ກໍເປັນການເຮັດສັນຍາເພື່ອຮັກສາຕະຫຼາດທີ່ເປັນທຳສຳລັບຜົນລະປູກໃບຢາສູບ.ຊາວສວນຈຶ່ງສາມາດປູກພືດພັນ ຢ່າງມີຄວາມຮັບປະກັນຈາກການໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ຢາສູບລາວ.

ບໍລິສັດ ຢາສູບລາວ ສະໜັບສະໜູນ ຊາວສວນ ໃຫ້ສາມາດໄດ້ຮັບການຝຶກອົບຮົມເຕັກນິກວິທີການປະຕິບັດດ້ານກະສິກຳທີ່ມີຄຸນນະພາບ ເພື່ອປັບປຸງຜົນຜະລິດ ແລະ ຄຸນນະພາບຂອງຢາສູບ, ຕະຫຼອດຮອດພືດພັນຜົນລະປູກອື່ນໆ. ສິ່ງດັ່ງກ່າວ ບໍ່ພຽງແຕ່ປັບປຸງຜົນລະປູກ, ແຕ່ຍັງປ້ອງກັນ ແລະ ທາດອາຫານຂອງດິນ ເຊິ່ງຈະເປັນການຮັບປະກັນວ່າ ພືດພັນເຫຼົ່ານັ້ນ ຈະສືບຕໍ່ເຕີບໃຫຍ່ໃນອະນາຄົດ. ບໍລິສັດ ຢາສູບລາວ ຊ່ວຍຊາວສວນປົກປ້ອງຜົນຜະລິດໃບຢາສູບ ດ້ວຍວັດສະດຸທີ່ເໝາະສົມ ແລະ ຮັບປະກັນວິທີການປະຕິບັດທີ່ປອດໄພ.

ການທີ່ມີຕົ້ນຢາສູບສະໜອງໃຫ້ຕະຫຼາດທີ່ຍາວນານ ຊາວສວນຈຳເປັນຕ້ອງມີເຕັກນິກດ້ານກະສິກຳທີ່ດີ ຕະຫຼອດເວລາ. ບໍລິສັດຢາສູບລາວ ມີພັນທະໃນການປະຕິບັດຕາມມາດຕະຖານດ້ານແຮງງານຂອງອົງການແຮງງານສາກົນ. ເມື່ອເປັນແນວນັ້ນ, ບໍລິສັດ ຢາສູບລາວ ໄດ້ຝຶກອົບຮົມໃຫ້ຊາວສວນໃນສັນຍາຂອງຕົນ ໃຫ້ຮັບຮູ້ບັນດາມາດຕະຖານລະດັບສູງຕ່າງໆເຫຼົ່ານີ້ ແລະ ທາງບໍລິສັດກໍມີຄວາມຍິນດີທີ່ຈະຍົກສູງມາດຕະຖານທີ່ດີໃຫ້ແກ່ທຸລະກິດກະສິກຳໃນລາວ ແລະ ຈະຮັບປະກັນວ່າ ບໍລິສັດ ຢາສູບລາວ ຈະສືບຕໍ່ເສັ້ນທາງການຈະເລີນເຕີບໂຕ ແລະ ຄວາມສຳເລັດໃນຕໍ່ໜ້າ.

 

ສະໜອງຕະຫຼາດທີ່ຮັບປະກັນສຳລັບຊາວສວນ.

ແປໂດຍ ວິໄລສອນ ເຫຼື້ອງ

AgricultureLao Tobacco
Share

Previous

[:en]Phou Ya Kha[:la]ພາບເລົ່າເລື່ອງ - -ພູຫຍ້າຄາ ແຂວງ ອຸດົມໄຊ[:]

Next

[:en]The That Luang Festival[:la]ບຸນທາດຫຼວງ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

Festival
Mar 1, 2019

(English) The International Jazz Festival Vientiane – a new Mekong vibe

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
New, ທ່ອງທ່ຽວ
May 1, 2020

(English) Mekong Kingdoms

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
1 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top