Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ, ທ່ອງທ່ຽວ

ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

posted by Billy
Nov 14, 2022 392 0 0
Share

ຄຳແນະນຳການຊອກຊື້ຊອກຫາຂອງຝາກທີ່ລະນຶກຈາກແຂວງຫຼວງພະບາງ
ທ່ານກຳລັງຊອກຫາຂອງຝາກທີ່ລະນຶກບໍ່? ທ່ານບໍ່ຮູ້ວ່າຈະເອົາຂອງຝາກໃດກັບບ້ານ ໄປຕ້ອນໃຫ້ແກ່ ພີ່ນ້ອງ ແລະ ບ້ານໃກ້ເຮືອນຄຽງຢູ່ບໍ່? ຂອງຝາກທີ່ລະນຶກຈາກປະເທດລາວທີ່ທ່ານນຳກັບເມືອບ້ານນຳນັ້ນ ມັນເປັນດ່ັງສິ່ງທີ່ເຕືອນໃຈໃນການເດີນທາງທີ່ໜ້າອັດສະຈັນຂອງທ່ານທຸກຄັ້ງທີ່ນຶກເຖິງ. ປະເທດລາວກໍ່ຄືກັນກັບປະເທດຕ່າງໆໃນຂົງເຂດພາກພື້ນອາຊີທີ່ມີມູນມໍລະດົກທາງດ້ານວັດທະນະທຳ ແລະ ຫັດຖະກຳທີ່ມີຄວາມຫຼາກຫຼາຍ ແລະ ມີຂອງຝາກທີ່ລະນຶກທີ່ເປັນເອກະລັກຢ່າງ
ຫຼາກຫຼາຍ ຊຶ່ງທ່ານຈະບໍ່ສາມາດທີ່ຈະພົບເຫັນໄດ້ຈາກສະຖານທີ່ອື່ນໃນອາຊີ. ຕໍ່ໄປນີ້ຈະແມ່ນຂອງຝາກທີ່ລະນຶກ 10 ອັນດັບຂອງແຂວງຫຼວງພະບາງ ພ້ອມດ້ວຍຄຳແນະນຳໃນການຊອກຫາສິ່ງຂອງເຫຼົ່ານີ້ຈາກອະດີດເມືອງຫຼວງອັນເກົ່າແກ່ແຫ່ງນີ້.

ຜ້າໄຫມ
ປະເທດລາວ ເປັນອີກໜຶ່ງປະເທດທີ່ມີຊື່ສຽງດ້ານຜ້າໄໝດ້ວຍຜົນງານທີ່ຖັກທໍດ້ວຍມືທັງໝົດ ນັບຕງແຕ່ຂັ້ນຕອນເລີ່ມຕົ້ນຈົນ ສຳເລັດເປັນແຜ່ນແພ. ການຖັກທໍຜ້າໄໝແມ່ນໃຊ້ເວລາ ແລະ ແຮງງານຫຼາຍ ແລະ ໂດຍສະເພາະຢ່າງຍິ່ງ ການຖັກທໍຜ້າໄໝທີ່ມີລວດລາຍການອອກແບບທີ່ມີຄວາມສະຫຼັບສັບຊ້ອນ ແມ່ນຈະສາມາດຖັກທໍໄດ້ພຽງແຕ່ບໍ່ເທົ່າໃດຊັງຕີແມັດຕໍ່ອາທິດເທົ່ານັ້ນ. ຜ້າໄໝແມ່ນຈະຖືກຍ້ອມໂດຍການນໍາໃຊ້ພືດໃນທ້ອງຖິ່ນ ແລະ ນຳມາຜະລິດເປັນເຄື່ອງນຸ່ງຫົ່ມ ແລະ ເຄື່ອງຕົບແຕ່ງບ້ານ. ການອອກແບບແມ່ນສາມາດສື່ໃຫ້ເຫັນປະຫວັດຄວາມເປັນມາ ແລະ ແຫຼ່ງກຳເນີດຂອງຜະລິດຕະພັນ, ນອກຈາກນີ້ ແມ່ນຍັງສາມາດບອກເລົ່າເລື່ອງລາວຕ່າງໆອີກດ້ວຍ. ຖ້າຫາກວ່າ ທ່ານຕ້ອງການສິ່ງຂອງບາງຢ່າງທີ່ມີເອກະລັກຢ່າງແທ້ຈິງ ຂໍແນະນໍາໃຫ້ທ່ານ ຊອກຊື້ສິ້ນຜ້າໄໝລາວກັບບ້ານໄດ້ເລີຍ, ເພາະສິ້ນລາວນີ້ແມ່ນນຸ່ງງ່າຍ, ເປັນຫັດຖະກຳມີການຕັດຫຍິບດ້ວຍຄວາມປາີດສວຍງາມ ແລະ ສວມໃສ່ສະບາຍ.
ທ່ານສາມາດຫາຊື້ໄດ້ທີ່ຕະຫຼາດກາງຄືນ, ບ້ານຊ່າງຄ້ອງ ແລະ ຮ້ານຂາຍເຄື່ອງນຸ່ງຕ່າງໆໃນທົ່ວຕົວເມືອງຫຼວງພະບາງ.

ຊີ້ນສະຫວັນ
ແທ້ຈິງແລ້ວ “ຊີ້ນສະຫວັນ” ແມ່ນອາຫານວ່າງຢ່າງໜຶ່ງທີ່ອຸດົມໄປດ້ວຍໂປຣຕີນ ເຊິ່ງທ່ານຈະເຫັນຊີ້ນສະຫວັນນີ້ຂາຍຢູ່ຕາມຕະຫຼາດ. ຊີ້ນສະຫວັນມີລົດຊາດຫວານແຊບ ແລະ ກອບ, ເຄືອບດ້ວຍເມັດງາທີ່ມີລົດຊາດແຊບ ຊຶ່ງເປັນຂອງກັບແກ້ມທີ່ເຂົ້່່າກັນໄດ້ເປັນຢ່າງດີກັບເບຍ. ການເກັບມ້ຽນຊີ້ນສະຫວັນກໍເປັນສິ່ງທີ່ງ່າຍດາຍເພາະທ່ານສາມາດຫໍ່ແລ້ວເກັບມ້ຽນໃນກະເປົ໋າ ສຳລັບບັນດານັກຊິມໃນການເດີນທາງທ່ອງທ່ຽວຂອງທ່ານ – ຖ້າຫາກວ່າ ທ່ານບໍ່ກິນມັນໝົດກ່ອນເດີ້!
ທ່ານສາມາດຫາຊື້ໄດ້ທີ່ ຕະຫຼາດກາງຄືນ ຫຼື ຕະຫຼາດເຊົ້າ.

ເຫຼົ້າລາວ
ເຫຼົ້າລາວ ແມ່ນເຫຼົ້າທີ່ເປັນອີກໜຶ່ງທາງເລືອກສຳລັບງານພິທີແຕ່ງດອງ ຫຼື ການຈັດງານພິທີຕ່າງໆ. ຊຶ່ງຈະເປັນໜຶ່ງໃນປະເພດເຫຼົ້າວິສກີ້ ທີ່ຕົ້ມກັ່ນຈາກເຂົ້າໜຽວ ແລະ ມີປະລິມານທາດເຫຼົ້າສູງ, ມີລົດຊາດທີ່ຄ້າຍຄືກັນກັບເຫຼົ້າສາເກ. ເຫຼົ້າລາວ ຈະມີຄວາມຂົມຫຼຸດລົງເລັກໜ້ອຍເມື່ອນຳໄປແຊ່ເຢັນ ແລະ ຈະມີລົດຊາດດີຂື້ນໄປອີກແບບເມື່ອດື່ມກັບນໍ້າໝາກນັດ. ກະລຸນາດື່ມຢ່າງມີສະຕິ, ເພາະເຫຼົ້າລາວອາດຈະເຮັດໃຫ້ທ່ານເມົາ ແລະ ລົ້ມລົງແບບບໍ່ຮູ້ໂຕໄດ້. ທ່ານສາມາດຊອກຫາເຫຼົ້າລາວໄດ້ໃນລາຄາທີ່ບໍ່ແພງຕາມຮ້ານຄ້າທົ່ວໄປ ຖ້າຫາກວ່າທ່ານຕ້ອງການຣົດຊາດທີ່ມີຄວາມຫຼາກຫຼາຍ, ໝູ່ບ້ານຕ່າງໆກໍ່ມີຄວາມພາກພູມໃຈທີ່ຈະນຳສະເໜີເຫຼົ້າລາວສູດຕົ້ນຕຳລັບຂອງພວກເຂົາເອງເຊັ່ນກັນ. ທາງພາກເໜືອຂອງແຂວງຫຼວງພະບາງຈະເປັນທີ່ຕັ້ງຂອງບ້ານຊ່າງໄຫ ເຊິ່ງເປັນທີ່ຮູ້ຈັກກັນດີໃນຊື່ໝູ່ບ້ານເຫຼົ້າວິສກີ້, ຊຶ່ງຈະບອກເລົ່າໃຫ້ທ່ານຟັງທຸກເລື່ອງລາວທີ່ທ່ານຈຳເປັນຕ້ອງຮູ້ຈັກກ່ຽວກັບສິ່ງທີ່ຜະລິດໃນບ້ານຊ່າງໄຫນີ້.
ທ່ານສາມາດຫາຊື້ໄດ້ທີ່ຕະຫຼາດກາງຄືນ ແລະ ບ້ານຊ່າງໄຫ.

ກະເປົາຫິ້ວ
ຕະຫຼາດກາງຄືນຫຼາຍແຫ່ງໃນປະເທດລາວ ໂດຍສະເພາະຢ່າງຍິ່ງ ທີ່ແຂວງຫຼວງພະບາງ ແມ່ນມີຮູບແບບຫຼາກຫຼາຍສະໄຕລ໌ ແລະ ວັດສະດຸທີ່ມີຄວາມຫຼາກຫຼາຍທົນທານ ນັບຕັ້ງແຕ່ ຖົງໄປເລາະຕະຫຼາດທີ່ເຮັດຈາກກະດາດປໍສາປ່າ ທີ່ມີຄວາມປາີດດ້ວຍລວດລາຍຊົນເຜົ່າ, ງານລູກປັດ, ງານຖັກແສ່ວ, ລູກຕຸ້ມຝ້າຍ ແລະ ລູກກະດິ່ງ. ຫຼາຍແຫ່ງໄດ້ມີການປະສົມປະສານການອອກແບບ ແລະ ການຫຍິບປັກຖັກຮ້ອຍແບບດັ້ງເດີມ. ຖ້າຫາກວ່າ ທ່ານບໍ່ຕ້ອງການຖົງໜ່ວຍໃຫຍ່, ກໍ່ມີກະເປົາໜ່ວຍນ້ອຍຂອງຊົນເຜົ່າມົ້ງແບບຮູດຊິບທີ່ໜ້າຮັກ ທີ່ມີການຖັກແສ່ວລວດລາຍແບບຊົນເຜົ່າ ພ້ອມທັງພັນລະນາເຖີງທິວທັດທຳມະຊາດຕາມຊົນນະບົດ. ສິ່ງເຫຼົ່ານີ້ແມ່ນມີລາຄາທີ່ຂ້ອນຂ້າງສົມເຫດສົມຜົນ, ເມື່ອພິຈາລະນາຈາກຜົນງານ ແລະ ລາຍລະອຽດຂອງຜົນງານ.
ທ່ານສາມາດຫາຊື້ໄດ້ທີ່ ຮ້ານຂາຍເຄື່ອງນຸ່ງຕ່າງໆ ແລະ ຕະຫຼາດກາງຄືນ.

ກາເຟລາວ
ປະເທດບ້ານໃກ້ເຮືອນຄຽງເຊັ່ນ: ປະເທດຫວຽດນາມ ທີ່ໄດ້ຮັບນາມມະຍົດເປັນກາເຟທີ່ດີທີ່ສຸດໃນຂົງເຂດພາກພື້ນອາຊີຕາເວັນອອກສຽງໃຕ້ມາເປັນເວລານານ ຊຶ່ງເປັນການຍາກທີ່ຈະດໍາເນີນຕາມໃນດ້ານການຜະລິດກາເຟທີ່ມີຄວາມໂດດເດັ່ນນີ້. ປະເທດລາວຈຶ່ງໄດ້ເລີ່ມບົດບາດຂອງຕົນເອງໃນການຂະຫຍາຍທຸລະກິດກາເຟໄປຍັງຕະຫຼາດຫຼາຍແຫ່ງໃນທົ່ວໂລກ. ສວນກາເຟທີ່ຕັ້ງຢູ່ທ່າມກາງສາຍໝອກ ແລະ ທີ່ຮາບສູງຂອງເຂດພູພຽງບໍລະເວນ ທີ່ປົກຄຸມໄປດ້ວຍນໍ້າຕົກຕາດ ທາງພາກໃຕ້ຂອງປະເທດລາວ ກຳລັງຊ່ວຍ ສົ່ງເສີມໃຫ້ເຂດພື້ນທີ່ດັ່ງກ່າວໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ເນື່ອງຈາກເຂດພື້ນທີ່ດັ່ງກ່າວໄດ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວແບບອະນຸລັກແຫ່ງໃໝ່ ແລະ ຮ້ານກາເຟກໍ່ເກີດຂຶ້ນຢ່າງຫຼວງຫຼາຍທົ່ວປະເທດ ໂດຍການນຳສະເໜີເມັດກາເຟທີ່ດີທີ່ສຸດຂອງປະເທດລາວ.
ທ່ານສາມາດຫາຊື້ໄດ້ທີ່ ຕະຫຼາດກາງຄືນ, ຮ້ານກາເຟ ແລະ ຮ້ານຄ້າຊຸບເປີມາເກັດ.

ກະຕິບເຂົ້າໜຽວ
ທ່ານມາທ່ຽວປະເທດລາວ ແລ້ວຈະບໍ່ນຳເອົາກະຕິບເຂົ້າໜຽວກັບບ້ານໄດ້ແນວໃດ? ຖ້າຫາກວ່າ ເຄີຍມີສິ່ງໃດທີ່ເປັນສັນຍາລັກຂອງປະເທດລາວ ສິ່ງນີ້ກໍ່ເປັນໜຶ່ງໃນສັນຍາລັກຂອງປະເທດລາວເຊັ່ນດຽວກັນ. ເຂົ້າໜຽວ ແມ່ນກະດູກສັນຫຼັງຂອງຮີດຄອງວັດທະນະທຳລາວ ແລະ ທຸກໆຄົວເຮືອນແມ່ນຕ້ອງມີກະຕິບເຂົ້າຫຼາຍໜ່ວຍ. ໃນບາງຄັ້ງ, ປະຊາຊົນກໍ່ຈະນຳໃຊ້ກະຕິບເຂົ້າ ເພື່ອເກັບຮັກສາ ຫົວຜັກທຽມ, ຫົວຜັກບົ່ວ ຫຼື ມັນຝຣັ່ງ ເພາະຊ່ວຍໃຫ້ອາກາດຖ່າຍເທໄດ້ດີ ແຕ່ວ່າສາມາດປ້ອງກັນແສງໄດ້.
ທ່ານສາມາດຫາຊື້ໄດ້ທີ່ ຕະຫຼາດກາງຄືນ ຫຼື ຕະຫຼາດເຊົ້າ.

ເສື້ອເບຍລາວ
ພວກເຮົາຈະຕ້ອງມີສິ່ງນີ້ໃນການຈັດອັນດັບນີ້ແນ່ນອນ. ຄຳຂວັນທີ່ມີຊື່ສຽງຂອງເບຍລາວທີ່ວ່າ “ເບຍຂອງຄົນຈິງໃຈ” ພວກເຮົາມັກແຮງ!, ເຮົາມາໂບກທຸງໃຫ້ສະບັດ ແລະ ຊ່ວຍກັນສົ່ງເສີມຜະລິດຕະພັນທີ່ມີຊື່ສຽງຂອງປະເທດລາວໃຫ້ໄປໄກທົ່ວໂລກ!
ທ່ານສາມາດຫາຊື້ໄດ້ທີ່ ຕະຫຼາດກາງຄືນ.

ເຄື່ອງປະດັບຈາກເງິນ
ເຄື່ອງປະດັບຫຼາຍຢ່າງທີ່ມີໃຫ້ຈັບຈ່າຍໃຊ້ສອຍປັດຈຸບັນນີ້ແມ່ນສະທ້ອນໃຫ້ເຫັນເຖີງການອອກແບບແບບດັ້ງເດີມຂອງຊົນເຜົ່າຕ່າງໆ. ຊາວເຜົ່າມົ້ງຈະມັກການຕົບແຕ່ງປະດັບປະດາດ້ວຍເຄື່ອງເງິນເປັນພິເສດ ຊຶ່ງຈະມີຄວາມຫຼູຫຼາ ແລະ ໂດດເດັ່ນສະເພາະ. ໃນອະດີດ, ຄວາມຮັ່ງມີຂອງພວກເຂົາ ແມ່ນການສວມໃສ່ເງິນຄຳ ແລະ ເປັນເຄື່ອງລາງຂອງຂັງທີ່ປົກປ້ອງພວກເຂົາຈາກບັນດາວິນຍານທີ່ຊົ່ວຮ້າຍ. ທ່ານຈະເຫັນວ່າມີສິນຄ້າຫຼາຍຢ່າງ ເຊັ່ນວ່າ ກີ້ສາຍຄໍ ຫຼື ກີ້ລັອກວິນຍານ ທີ່ຕະຫຼາດກາງຄືນ. ຮ້ານຂາຍເຄື່ອງຕ່າງໆຢູ່ຖະໜົນຫຼັກ ມີເຄື່ອງປະດັບເງິນແບບດັ້ງເດີມທີ່ມີຄວາມສວຍງາມທີ່ປະສົມປະສານກັບແກ້ວປະເສີດ ແລະ ຜ້າໄໝ.
ທ່ານສາມາດຫາຊື້ໄດ້ທີ່ ຕະຫຼາດກາງຄືນ, ຮ້ານຂາຍເຄື່ອງນຸ່ງ ຫຼື ຊ່າງຕີເງິນໃຫ້ກັບ ວັດຫົວຊຽງ.

ດອກສົ້ມ​ພໍດີຕາກແຫ້ງ
ນັກທ່ອງຈະຫຼົງຮັກໃນລົດຊາດທີ່ຊຸ່ມຄໍຂອງດອກສົ້ມ​ພໍດີຕາກແຫ້ງທີ່ຕົ້ມໃນນໍ້າ ແລະ ນໍ້າຕານ ຈົນກວ່າຈະໄດ້ນ້ຳດອກສົ້ມ​ພໍດີເຂັ້ມຂຸ້ນ ແລະ ຫອມຫວານ. ຊຶ່ງດອກກະຈຽບຕາກແຫ້ງນີ້ສາມາດໃຊ້ເປັນຊາ ຫຼື ເປັນສ່ວນປະສົມໃນຄັອກເທວ ພ້ອມທັງມີສັບພະຄຸນທີ່ມີປະໂຫຍດຕໍ່ສຸຂະພາບຢ່າງຫຼວງຫຼາຍເຊັ່ນ: ຄຸນສົມບັດໃນການຕ້ານອະນຸມູນອິດສະຫຼະ ແລະ ຫຼຸດຄວາມດັນໃນເລືອດ.
ທ່ານສາມາດຫາຊື້ໄດ້ທີ່ ຕະຫຼາດເຊົ້າ.

ເຈ້ຍປໍສາ
ເຈ້ຍແບບດັ້ງເດີມນີ້ ແມ່ນເຮັດມາຈາກເປືອກຂອງຕົ້ນໝາກມອນ, ຊຶ່ງນອກຈາກນີ້ ໃບໝາກມອນຍັງສາມາດນຳໄປເປັນອາຫານໃຫ້ແກ່ໂຕໜອນໄໝໄດ້ອີກດ້ວຍ. ເຈ້ຍປໍສາ ຂ້ອນຂ້າງມີຄວາມອະເນກປະສົງ ແລະ ມີຫຼາຍຮູບແບບ ປະກອບດ້ວຍ ໂຄມໄຟ, ປຶ້ມບັນທຶກປະຈຳວັນ, ອະລະບໍ້າຮູບພາບ ແລະ ເຈ້ຍແຜ່ນໃຫຍ່ ສຳລັບໃຊ້ຫໍ່ຂອງຂວັນ. ທ່ານສາມາດທ່ຽວຊົມຂະບວນການຜະລິດເຈ້ຍໄດ້ທີ່ ບ້ານຊ່າງຄ້ອງ ທີີ່ຢູ່ເໜືອຕົ້ນນໍ້າ ຊຶ່ງເປັນເຂດທີ່ມີຄວາມສວຍສົດງົດງາມທາງທຳມະຊາດເໝາະເປັນຢ່າງຍິ່ງທີ່ຈະໃຊ້ເວລາທ່ຽວຊົມໃນຕອນບ່າຍຂອງວັນ.
ທ່ານສາມາດຫາຊື້ໄດ້ທີ່ ບ້ານຊ່າງຄ້ອງ ແລະ ຕະຫຼາດກາງຄືນ.

ແປ ແລະ ຮຽບຮຽງໂດຍ ຈັດຕະວາ ມາດມະນີສອນ
ຮູບໂດຍ Anita Preston/ Evensong Film

Luang Prabang
Share

Previous

[:en]The Return of the Luang Prabang Film Festival[:la]​​ການກັບມາຂອງບຸນມະໂຫລານຮູບເງົາຫຼວງພະບາງ[:]

Next

[:en]Checking Out the C Check [:la]ການກວດສອບເຮືອບິນ C Check [:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເສັ້ນດ້າຍ ແຫ່ງວັດທະນະທໍາ
  • ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ
  • 5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ
  • ການກວດສອບເຮືອບິນ C Check
  • ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ບົດຄວາມ

  • Art
  • ທຸລະກິດ
  • Café
  • Environment
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

Stay, ທ່ອງທ່ຽວ
Jan 3, 2019

ພູແມນຕອບສະໜອງທຸກຄວາມຕ້ອງການ

ຖ້າຫາກທ່ານກຳລັງຊອກຫາສະຖານທີ່ໄວ້ພັກຜ່ອນຍ່ອນໃຈ ຫຼື...

Read More
0 0
ທ່ອງທ່ຽວ
Jul 31, 2018

(English) Southern Laos Charming by Nature

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top