Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
New, ທ່ອງທ່ຽວ

ບຸນໄຫຼເຮືອໄຟ

posted by Thanouphet
Sep 4, 2020 700 0 0
Share

ໃນຊ່ວງທ້າຍຂອງການເຂົ້າພັນສາ ແມ່ນໄດ້ຫຍັບໝໍ່ໃກ້ເຂົ້າມາ ແລະ ລະດູການເກັບກ່ຽວກໍ່ຈະໄດ້ເລີ່ມຕົ້ນຂຶ້ນ. ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ກັບຊີວິດການເປັນຢູ່ທີ່ດີ ແລະ ຄວາມອຸດົມສົມບູນທີ່ໄດ້ຮັບຈາກສິ່ງສັກສິດໃນແຕ່ລະປີ, ຊາວລາວຈຶ່ງໄດ້ມີການຮ່ວມກັນເຮັດບຸນໂດຍການຖວາຍເຄື່ອງບູຊາຕ່າງໆຕໍ່ກັບພຣະແມ່ຄົງຄາ.

ຢູ່ຫຼວງພະບາງ, ບຸນດັ່ງກ່າວຖືວ່າມີຄວາມງົດງາມເປັນພິເສດ ເນື່ອງຈາກວ່າ ໝົດຕົວເມືອງຈະເຕັມໄປດ້ວຍແສງທຽນ ແລະ ໂຄມໄຟທີ່ມີສີສັນ. ບັນດາວັດວາອາຣາມ, ເຮືອນພັກອາໄສ ແລະ ຫ້າງຮ້ານທຸລະກິດຈະພາກັນຫ້ອຍໂຄມໄຟແທນການເປີດດອກໄຟ, ເຮັດໃຫ້ເມືອງມີຄວາມສະຫວ່າງສະໄຫວຢ່າງມີມົນສະກົດ. ໃນບຸນດັ່ງກ່າວ ແຕ່ລະໝູ່ບ້ານຈະມີການຮ່ວມກັນປະດິດສ້າງ ແລະ ປະດັບປະດາເຮືອລໍາໃຫຍ່ດ້ວຍໂຄງໄມ້ໄຜ່ທີ່ຖືກຕົບແຕ່ງດ້ວຍເຈ້ຍສີ ແລະ ໄຟແສງສີ. ການອອກແບບປະດັບປະດາຈະມີຕັ້ງແຕ່ແບບທີ່ລຽບງ່າຍ ໄປຈົນເຖິງການຕົບແຕ່ງແບບທີ່ມີໂຄງສ້າງລະອຽດດ້ວຍລວດລາຍຂອງບັນດາສັດວິເສດຕ່າງໆຈາກເທບນິຍາຍ.

ເມື່ອຟ້າເລີ່ມມືດ, ບັນດາເຮືອໄຟເຫຼົ່ານີ້ຈະຖືກແຫ່ລຽບຕາມທາງໃຫຍ່ຈາກ ວັດທາດນ້ອຍ ໄປຫາ ວັດຊຽງທອງ ທ່າມກາງການສະເຫຼີມສະຫຼອງມ່ວນຊື່ນ ແລະ ສຽງເພງ ເຊິ່ງເກືອບຈະເວົ້າໄດ້ວ່າຈະບໍ່ມີແສງໄຟຈາກດອກໄຟເລີຍ. ບັນດາຜູ້ຊົມຈະຢືນລຽນກັນຢູ່ຂ້າງທາງເພື່ອຮັບຊົມເຮືອໄຟທີ່ຖືກຕົບແຕ່ງດ້ວຍລວດລາຍແຕກຕ່າງກັນໄປ ຕາມຫົວຄິດປະດິດສ້າງຂອງຊ່າງແຕ່ລະກຸ່ມ. 

ເມື່ອບັນດາເຮືອໄຟຖືກແຫ່ໄປຮອດ ວັດຊຽງທອງ, ເຮືອໄຟເຫຼົ່ານີ້ຈະຖືກລຽນໄວ້ໃນເດີ່ນວັດ ລໍຖ້າການຕັດສິນໃຫ້ຄະແນນໂດຍບັນດາກໍາມະການ. ຫຼັງຈາກນັ້ນ, ເຮືອແຕ່ລະລຳຈະຖືກຂົນລົງຂັ້ນໄດໄປລ່ອງໃນນໍ້າຂອງເພື່ອເປັນການສະແດງຄວາມຂອບໃຈ ແລະ  ຄວາມຮູ້ບຸນຄຸນຕໍ່ສາຍນໍ້າ ແລະ ນຳເອົາໂຊກເອົາໄຊເຂົ້າມາສູ່ໝູ່ບ້ານ.

 

ສໍາລັບຂໍ້ມູນເພີ່ມເຕີມ 

ບຸນໄຫຼເຮືອໄຟໃນປີນີ້ຈະ
ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ.
ການບິນລາວມີຖ້ຽວບິນໄປ
ຫຼວງພະບາງເປັນປະຈໍາ
ທຸກອາທິດ.

 

ຮູບໂດຍ ພູນຊັບ ເທວົງສາ

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

Luang PrabangThe Fireboat Festivalບຸນໄຫຼເຮືອໄຟ
Share

Previous

[:en]Flying to New Heights[:la]ບິນສຸດຂອບຟ້າ[:]

Next

[:en]The Healthier Side of Lao Cuisine[:la]ອາຫານລາວ – ອາຫານເພື່ອສຸຂະພາບ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ພະລັງງານແຫ່ງອະນາຄົດ, ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ
  • ເມືອງແຫ່ງສີ້ນ
  • ພວກເຮົາໄດ້ຮັບ, ຜ່ານການໃຫ້
  • ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ
  • ທ່ອງທ່ຽວພະຈົນໄພແບບຄອບຄົວທີ່ພາກໃຕ້ຂອງລາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

New
Jan 3, 2019

ນໍາໂຮມຣັນມາສູ່ລາວ

ເຈ ຊັງອຸກ ຊາຍທີ່ໃຫ້ກຳເນີດກິລາເບສບອນໃນລາວ ໃນປີ 2012 ທີ່ ເຈ ຊັງອຸກ (Je Sung-uk) ເດີນທາງມາລາວຄັ້ງທໍາອິດ,...

Read More
0 0
ທ່ອງທ່ຽວ
Mar 1, 2019

(English) Beat the Heat

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top