Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Stay

ທີ່ພັກທີ່ຍົກລະດັບຄຸນນະພາບຊີວິດ ເເລະ ຄວາມຫຼູຫຼາຢ່າງມີລະດັບ

posted by Thanouphet
Apr 19, 2021 3278 0 0
Share

ມາເຊັກອິນເຂົ້າພັກທີ່ ສຸພັດຕຣາ ເຊີວິດສ ອາພາດເມັ້ນ

ກ້າວໜີອອກຈາກຄວາມຮ້ອນເອົ້າຂອງເຂດທີ່ພັກຂອງນັກການທູດໃນນະຄອນຫຼວງວຽງຈັນ ເຂົ້າໄປທີ່ຫ້ອງໂຖງລັອບບີ້ຫີນອ່ອນທີ່ຮົ່ມເຢັນຂອງ ສຸພັດຕຣາ ເຊີວິດສ ອາພາດເມັ້ນ, ຂ້າພະເຈົ້າຮູ້ສຶກຄືກັບວ່າຖືກດຶງເຂົ້າໄປສູ່ສະຖານທີ່ດິນແດນອັນຫ່າງໄກ. ຈົນຕ້ອງໄດ້ກວາດສາຍຕາຫຼຽວຊ້າຍຫຼຽວຂວາເພື່ອປຸກໃຫ້ຕົນເອງຕື່ນວ່ານີ້ບໍ່ແມ່ນຄວາມຝັນ.

ດ້ວຍສີໂທນການຈັດແຕ່ງທີ່ເຕັມໄປດ້ວຍສີຂາວສະອາດ, ສີປອນເທົາ ແລະ ສີດໍາເລິກ, ຫ້ອງໂຖງລັອບບີ້ຍັງສະແດງຄວາມເປັນລາວໃຫ້ເຫັນໄດ້ຜ່ານເຟີນິເຈີສີໄມ້ເຂັ້ມທີ່ປະດັບປະດາດ້ວຍເບາະທີ່ຖືກຫຍິບຂຶ້ນຢ່າງສວຍງາມ. ພື້ນທີ່ຂອງສະຖານທີ່ແຫ່ງນີ້ຖືກອອກແບບຢ່າງປານີດ ຫຼື ເອີ້ນໄດ້ເລີຍວ່າເປັນແບບລຽບງ່າຍຫຼູຫຼາ. ກິ່ນຫອມຂອງດອກໄມ້ອ່ອນໆລ່ອງລອຍຢູ່ຕາມອາກາດ ແລະ ດົນຕີເພງແຈ໊ສແບບນຸ້ມໆ ໄດ້ດຶງໃຫ້ຂ້າພະເຈົ້າມານັ່ງລົງຢູ່ທີ່ຫ້ອງ ຄາເຟ່ ເລົ້າ ອັນສະດວກສະບາຍທີ່ຕັ້ງຢູ່ທາງຂ້າງ. ມັນເປັນສະຖານທີ່ທີ່ຂ້າພະເຈົ້າສາມາດໃຊ້ເວລາໝົດບ່າຍເພື່ອດື່ມດໍ່າເພີດເພີນໄປກັບການນັ່ງອ່ານປື້ມ ພ້ອມກັບຈິບກາເຟລາວທີ່ຫອມກົມກ່ອມຫຼາຍໆຈອກ ແລະ ຫຼີກຫ່າງອອກຈາກຄວາມວຸ້ນວາຍຂອງຊີວິດຂ້າງນອກ.ຂ້າພະເຈົ້າຮູ້ສຶກອັດສະຈັນໃຈຕໍ່ກັບຜົນງານຫຼ້າສຸດຂອງ ສຸພັດຕຣາ, ທີ່ຖືກອອກແບບຈາກແນວຄິດປະດິດສ້າງຂອງສະຖາປະນິກ ແລະ ນັກອອກແບບຊາວໄທ, ທ່ານ ສາຣາຢຸດ ຟອງວານາຣັກ.

ສຸພັດຕຣາ ເຊີວິດສ ອາພາດເມັ້ນ ມີທັງໝົດ 52 ຫ້ອງທີ່ລວມມີແບບໜຶ່ງຫ້ອງນອນ, ສອງຫ້ອງນອນ, ແລະ ສາມຫ້ອງນອນ. ແຕ່ທ່ານກໍ່ຈະບໍ່ຮູ້ດອກວ່າມີໃຜຢູ່ອ້ອມຂ້າງແນ່ ເພາະຫ້ອງພັກເຫຼົ່ານີ້ສາມາດເກັບສຽງໄດ້. ແຕ່ລະຫ້ອງພັກໄດ້ຮັບການຕົບແຕ່ງແບບຄົບຊຸດທີ່ຄົງຮູບແບບອັນມີລົດຊະນິຍົມດັ່ງທີ່ເຫັນໄດ້ໃນທົ່ວຕຶກ ແລະ ຍັງລວມເອົາສິ່ງອຳນວຍຄວາມສະດວກຕ່າງໆທີ່ທັນສະໄໝບໍ່ວ່າຈະເປັນ: ຕູ້ເຢັນ, ໂທລະພາບ, ເຄື່ອງຄົວ, ໄມໂຄຣເວຟ, ເຕົາແກັສ ແລະ Wi-Fi ທີ່ໄວ ແຖມໃຊ້ໄດ້ແບບບໍ່ມີກໍານົດ. ພາຍໃນຫ້ອງນໍ້າຫີນອ່ອນສີຂາວ ກໍ່ຈະປະກອບມີຝັກບົວອາບນໍ້າທີ່ໄຫຼແຮງ ແລະ ອ່າງອາບນໍ້າທີ່ສົມບູນແບບເໝາະແກ່ການນອນແຊ່ເພື່ອຜ່ອນຄາຍຮ່າງກາຍຈາກຄວາມອິດເມື່ອຍ. ນອກຈາກສິ່ງທີ່ກ່າວມານັ້ນ, ກໍ່ຍັງມີແມ່ບ້ານມາທໍາຄວາມສະອາດຢູ່ທຸກໆມື້ ເພື່ອຮັກສາອາພາດເມັ້ນຂອງທ່ານໃຫ້ເປັນລະບຽບ.

ກ້າວໄປສູ່ລະບຽງທີ່ຢູ່ລະຫວ່າງຊັ້ນສາມ ແລະ ຊັ້ນສີ່ແມ່ນຈະເປັນເຂດພັກຜ່ອນຂອງ ສຸພັດຕຣາ. ມີຫ້ອງອອກກຳລັງກາຍທີ່ເຕັມໄປດ້ວຍເຄື່ອງໃຊ້ທີ່ທັນສະໄໝ ພ້ອມກັບປ່ອງຢ້ຽມໃຫຍ່ທາງດ້ານໜ້າ ທີ່ມີຄວາມຍາວຈາກພື້ນຈົນເຖິງເພດານທີ່ສາມາດແນມເຫັນສະລອຍນໍ້າໄດ້. ສະລອຍນໍ້າແບບເຊຣູລ້ຽນ ອິນຟິນິຕີ້ນີ້ ເປັນຈຸດທີ່ດີທີ່ສຸດໃນການໄປແຊ່ນໍ້າ ເບິ່ງຕາເວັນຕົກດິນກະທົບໃສ່ແມ່ນໍ້າຂອງ. ຍັງບໍ່ພຽງແຕ່ເທົ່ານັ້ນ, ເພາະຖືວ່າເປັນບ່ອນທີ່ເໝາະສຳລັບແຂກທີ່ຈະມາຣີເຟຣສຄວາມສົດຊື່ນ ຫຼັງຈາກເພີດເພີນໄປກັບການອອກກຳລັງກາຍ ຫຼື ຫຼັງຈາກການຮົມ ແລະ ອົບໄອນໍ້າ.

ຢູ່ເໜືອຫ້ອງໂຖງລັອບບີ້ຂຶ້ນໄປແມ່ນຮ້ານອາຫານຂອງ ສຸພັດຕຣາ, ເຊິ່ງສາມາດໃຫ້ບໍລິການແບບຣູມເຊີວິສໄດ້. ເມນູອັນມີລົດຊາດແຊບຊ້ອຍເຫຼົ່ານີ້ສ່ວນໃຫຍ່ຈະເປັນອາຫານແບບສາກົນ, ແຕ່ກໍ່ຍັງມີອາຫານລາວເຂົ້າມາສອດແຊກ ຖືເປັນການປະສົມປະສານກັນຢ່າງລົງໂຕທີ່ສຸດ. ຢູ່ທາງດ້ານຂ້າງ, ແມ່ນຈະເປັນ ບາຣີກ້າ ທີ່ມີຄວາມອົບອຸ່ນເປັນກັນເອງ ແລະ ໜ້າເຊີນຊວນໃຫ້ທ່ຽວຊົມ ເຊິ່ງມີທັງເຫຼົ້າວິສກີ້, ຄັອກເທວ ແລະ ຊີກ້າຊັ້ນດີທີ່ຫຼາກຫຼາຍໄວ້ໃຫ້ບັນດາແຂກໄດ້ເລືອກໃຊ້ບໍລິການ, ເໝາະສໍາລັບການພັກຜ່ອນຢ່ອນອາລົມກັບໝູ່ເພື່ອນໃນຍາມຄໍ່າຄືນທີ່ຖືກເຕີມເຕັມໄປກັບເພງແຈ໊ສແບບນຸ້ມລະມຸນ ແລະ ແສງໄຟສີອ່ອນ.

ສຸພັດຕຣາ ເຊີວິດສ ອາພາດເມັ້ນ ມີສິ່ງອຳນວຍຄວາມສະດວກທີ່ສົມບູນແບບຈົນທ່ານເກືອບຈະບໍ່ຈຳເປັນຕ້ອງອອກຈາກອາຄານນີ້ໄປໃສເລີຍ. ໃນສະຖານທີ່ທີ່ໜ້າອົບອຸ່ນໃຈ, ສະດວກສະບາຍ, ແລະ ສວຍງາມ, ທ່ານຍັງຢາກອອກໄປບ່ອນອື່ນອີກຢູ່ບໍ່?

 

ຂໍ້ມູນເພີ່ມເຕີມ

ສຸພັດຕຣາ ເຊີວິດສ ອາພາດເມັ້ນ ມີຫ້ອງພັກແບບໜຶ່ງ-, ສອງ-,
ແລະ ສາມ- ຫ້ອງນອນ ກຽມພ້ອມໄວ້ໃຫ້ບໍລິການແບບລາຍມື້,
ລາຍເດືອນ, ຫຼື ລາຍປີ.
souphattraapartments.com

 

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ ພູນຊັບ ເທວົງສາ / ສຸພັດຕຣາ ເຊີວິດສ ອາພາດເມັ້ນ

Souphattra Serviced Apartments
Share

Previous

[:en]Khammouan[:la]ຄຳມ່ວນ[:]

Next

[:en]In the Footsteps of Giants[:la]ກັບສູ່ທຳມະຊາດ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ, Stay
Feb 12, 2020

ແກ່ນແທ້ຂອງຄວາມງົດງາມ ແລະ ທັນສະໄໝ

ທີ່ພັກບັນຍາກາດດີແຫ່ງໃໝ່ທີ່ຫຼວງພະບາງ. ພວກເຮົາຄົ້ນພົບສະຖານທີ່ພັກແຫ່ງໃໝ່ ໃນລາຄາທີ່ຈັບຕ້ອງໄດ້ ໃນຕົວເມືອງຫຼວງພະບາງ...

Read More
0 0
Stay, ທ່ອງທ່ຽວ
Jan 3, 2019

ພູແມນຕອບສະໜອງທຸກຄວາມຕ້ອງການ

ຖ້າຫາກທ່ານກຳລັງຊອກຫາສະຖານທີ່ໄວ້ພັກຜ່ອນຍ່ອນໃຈ ຫຼື...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top