Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ

posted by Thanouphet
Feb 3, 2021 2509 0 0
Share

ບ່ອນທີ່ເຕັກໂນໂລຢີ, ສະມັດທະນະ ແລະ ຄວາມຫຼູຫຼາມາປະຈົບພົບພໍ້ກັນ.

ຍານພາຫະນະຂອງ Jaguar ແລະ Land Rover ແມ່ນເປັນທີ່ຮູ້ຈັກກັນດີໃນທົ່ວໂລກ ທັ່ງດ້ານຄຸນນະພາບ ແລະ ຄຸນຄ່າທີ່ດີເລີດ. ໃນເມື່ອບໍ່ດົນມານີ້, ບັນດານັກຂັບຂີ່ພາຍໃນລາວກໍ່ໄດ້ໃຫ້ຄວາມສົນໃຈ ແລະ ຢາກຈະຈັບຈອງເປັນເຈົ້າຂອງບັນດາລົດທີ່ເຕັມໄປດ້ວຍຄວາມຫຼູຫຼາສັນຊາດອັງກິດ ທີ່ມາພ້ອມກັບຄວາມພິເສດແຕກຕ່າງບໍ່ຄືໝູ່.

ລົດເຫຼົ່ານີ້ເຂົ້າມາໃນປະເທດລາວໄດ້ແນວໃດ? ໃນປີ 1948, ລົດ Land Rover ໄດ້ເປັນທີ່ຮູ້ຈັກ ແລະ ໂດ່ງດັງໃນລະດັບໂລກດ້ວຍລົດ SUV ທີ່ຄົງທົນ ແລະ ໄດ້ກາຍເປັນຜູ້ຫຼີ້ນຫຼັກໃນຕະຫຼາດການແຂ່ງຂັນດ້ານລົດຍົນນັບຕັ້ງແຕ່ນັ້ນເປັນຕົ້ນມາ. ຫຼັງຈາກນັ້ນບໍ່ດົນ, Jaguar ເອງກໍ່ໄດ້ສ້າງຊື່ຜ່ານການຜະລິດລົດຍົນທີ່ມີຮູບຊົງສວຍງາມເປັນເອກະລັກ ແລະ ຖືເປັນການຜະລິດລົດທີ່ໜ້າຈັບຕາເບີ່ງເປັນທີ່ສຸດ. ຜ່ານໄປໄດ້ຫຼາຍທົດສະວັດ ກ່ອນທີ່ຍັກໃຫຍ່ດ້ານລົດສັນຊາດອັງກິດທັງສອງຈະໄດ້ລວມໂຕເຂົ້າກັນພາຍໃຕ້ຊື່ທີ່ຮູ້ກັນດີໃນທົ່ວໂລກວ່າ Jaguar Land Rover ໃນປີ 2013, ເຊິ່ງກໍ່ໄດ້ເຮັດໃຫ້ເກີດມີການຮ່ວມມື ແລະ ປະສົມປະສານຄວາມສາມາດທັງໃນດ້ານການອອກແບບ ແລະ ເຕັກນິກວິຊາການ ເຂົ້າເປັນອັນໜຶ່ງອັນດຽວພາຍໃຕ້ຮົ່ມເງົາຫຼັງຄາບ້ານດຽວກັນ. ບໍລິສັດດັ່ງກ່າວມີສຳນັກງານໃຫຍ່ຕັ້ງຢູ່ລອນດອນ, ມີສູນອອກແບບ 2 ແຫ່ງ ແລະ ໂຮງງານຜະລິດ 3 ແຫ່ງທົ່ວສະຫະລາຊະອານາຈັກ.

ໃນປະເທດລາວ, ການຈັດຈຳໜ່າຍລົດ Land Rover ຢ່າງເຕັມຮູບແບບແມ່ນເລີ່ມຕົ້ນຂື້ນໃນປີ 2009 ໂດຍມີທີມງານຜູ້ຊ່ຽວຊານທີ່ມີຄວາມຮູ້ຄວາມສາມາດມາໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອ, ເຊິ່ງນັ້ນໄດ້ເຮັດໃຫ້ Jaguar ໄດ້ຖືກເພີ່ມນໍາເຂົ້າມາຈັດຈໍາໜ່າຍໃນປີ 2013.

ການເຕີບໂຕຂອງຕະຫຼາດລາວ ແມ່ນເຫັນໄດ້ວ່າມີທ່າອ່ຽງທີ່ດີຫຼາຍເຊັ່ນກັນ. ທ່ານ ບີຈູ ນາຣາຍະນັນ, ຜູ້ຈັດການທົ່ວໄປຂອງ ບໍລິສັດ Jaguar Land Rover Laos ໄດ້ອະທິບາຍຕື່ມອີກວ່າດັ່ງທີ່ບັນດາທ່ານເຫັນຕົວຈິງໃນທ້ອງຖະໜົນ, ລົດຂອງ Jaguar ແລະ Land Rover ແມ່ນເປັນຜູ້ນໍາໃນສັດສ່ວນທ້ອງຕະຫຼາດຂອງລົດປະເພດດຽວກັນ. ມາຮອດປັດຈຸບັນ, ພວກເຮົາໄດ້ຈໍາໜ່າຍລົດໄປແລ້ວຫຼາຍກວ່າ 1200 ຄັນ ແລະ ພວກເຮົາຄາດວ່າຈະສາມາດຍາດເອົາສ່ວນແບ່ງຕະຫຼາດລົດພຣີມ້ຽມໄດ້ຫຼາຍຍິ່ງຂຶ້ນອີກໃນອະນາຄົດ

ໃນຂະນະທີ່ບໍລິສັດມີຄວາມພາກພູມໃຈໃນການນຳໃຊ້ເຕັກໂນໂລຢີໃໝ່ຫຼ້າສຸດເພື່ອສ້າງປະສິດທິພາບດ້ານການນໍາໃຊ້ນໍ້າມັນເຊື້ອໄຟໃຫ້ສູງທີ່ສຸດ, ແລະ ນັ້ນເຮັດໃຫ້ Jaguar Land Rover ກຳລັງກ້າວຂ້າມໄປອີກບາດກ້າວໜຶ່ງທີ່ໄກກວ່າເກົ່າ; ໃນປີ 2021 ບໍລິສັດຈະໄດ້ມີການເປີດຕົວລົດ SUV ໄຟຟ້າແບບຫຼູຫຼາ ທີ່ມາພ້ອມກັບສະມັດທະນະສູງຢ່າງເຕັມຮູບແບບ: ເຊິ່ງກໍ່ແມ່ນລົດ I-PACE ນັ້ນເອງ.

I-PACE ຈະໃຫ້ຄວາມປະສົມປະສານທີ່ສົມບູນແບບທັ່ງໃນເລື່ອງຂອງປະສິດທິພາບ, ຄວາມສະດວກສະບາຍ ແລະ ເຕັກໂນໂລຢີສີຂຽວ ເຊິ່ງຈະຊ່ວຍໃຫ້ຜູ້ຂັບຂີ່ສາມາດປະຢັດລາຍຈ່າຍໃນໄລຍະຍາວໄດ້ຢ່າງແທ້ຈິງ ອີງຕາມຄ່າໄຟຟ້າທີ່ຖືກກວ່າລາຄານໍ້າມັນ. ຜະລິດຕະພັນໃໝ່ນີ້ຍັງຈະຊ່ວຍໃຫ້ຜູ້ຂັບຂີ່ຫຼຸດປະລິມານໃນການປ່ອຍກາກບອນຈາກພາຫະນະຂອງຕົນ ເວລາທີ່ໃຊ້ຂັບຂີ່ໃນຊີວິດປະຈຳວັນ ແລະ ຍັງເປັນການຊ່ວຍປົກປັກຮັກສາສະພາບແວດລ້ອມທີ່ງົດງາມຂອງປະເທດລາວເຮົາໄວ້ໄດ້ອີກດ້ວຍ. ເຮົາສາມາດເຫັນໄດ້ວ່າບັນດາຜູ້ຂັບຂີ່ໄດ້ພາກັນຫັນມາສູ່ທາງເລືອກໃນການເດີນທາງແບບເປັນມິດຕໍ່ສິ່ງແວດລ້ອມ, ນັ້ນກໍ່ຄືການນໍາໃຊ້ ລົດໄຟຟ້າແລ້ວນັ້ນ, ບັນຫາພາວະໂລກຮ້ອນ ແລະ ການເອື່ອຍອີງໃສ່ນໍ້າມັນເຊື້ອໄຟຈາກຟອດສ໌ຊິ້ວກໍ່ຈະຍິ່ງຫຼຸດລົງ.

ແຜນການສໍາລັບການເລີ່ມຈໍາໜ່າຍລົດ ໄຮບຣິດ ຈໍານວນໜຶ່ງກໍ່ເລີ່ມເປັນຮູບເປັນຮ່າງ ແລະ ໃກ້ເຂົ້າມາເຊັ່ນກັນ. ທ່ານ ນາຣາຍະນັນ ໄດ້ກ່າວຕື່ມອີກວ່າ, “ພວກເຮົາຕ້ອງການທີ່ຈະໃຫ້ປະສົບການໃນການຂັບຂີ່ທີ່ດີທີ່ສຸດແກ່ຜູ້ບໍລິໂພກໃນລາວ ແຕ່ຕ້ອງຄວບຄູ່ໄປກັບການເຮັດໃນສິ່ງທີ່ຖືກຕ້ອງເໝາະສົມເພື່ອສະພາບແວດລ້ອມ ນັ້ນກໍ່ແມ່ນການສ້າງຄວາມເພີດເພີນໄປກັບລົດຍົນອັນຫຼູຫຼາ ທັນສະໄໝ ທີ່ມີປະສິດທີພາບໄດ້ດີທີ່ສຸດ.”

ໃນຂະນະທີ່ບໍລິສັດກຳລັງກ້າວໄປສູ່ການປ່ຽນແປງອັນກ້າວກະໂດດນີ້. Jaguar Land Rover Laos ຖືໄດ້ວ່າແມ່ນຜູ້ນຳເຂົ້າລົດແບບພຣີມ້ຽມແຫ່ງທຳອິດ ທີ່ໄດ້ມີການປະຕິບັດ ແລະ ກະກຽມຄວາມພ້ອມດ້ານໄຟຟ້າ ຜ່ານການລົງທຶນຢ່າງຈິງຈັງໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຝຶກອົບຮົມໃຫ້ທັງຝ່າຍຂາຍ ແລະ ຝ່າຍບໍລິການ.

ນອກເໜືອຈາກຮູບຊົງທີ່ສວຍງາມແລ້ວນັ້ນ, ສະມັດທະນະທີ່ດີຍິ່ງກວ່າຂອງພາຫະນະ ແລະ ຄວາມມຸ່ງໝັ້ນຕັ້ງໃຈໃນການນໍາໃຊ້ເຕັກໂນໂລຢີສີຂຽວຕໍ່ກັບຜູ້ຂັບຂີ່, ລູກຄ້າ Jaguar Land Rover Laos ຍັງຈະໄດ້ຮັບຜົນປະໂຫຍດ ແລະ ສິດທິພິເສດທີ່ລວມເອົາ ຄວາມສາມາດໃນການສັ່ງລົດຕາມສະເປັກທີ່ຕົນເອງຕ້ອງການ, ທັງໃນເລື່ອງຂອງອຸປະກອນເສີມແບບສະເພາະແຕ່ລະບຸກຄົນ, ໄລຍະເວລາຮັບປະກັນທີ່ຍາວນານ ແລະ ແຜນການບໍລິການຫຼັັງການຂາຍອື່ນໆ ພ້ອມທັງຕົວເລືອກການຈ່າຍຜ່ອນທີ່ມີລາຄາສົມເຫດສົມຜົນສາມາດຈັບຕ້ອງເປັນເຈົ້າຂອງກັນໄດ້ຢ່າງບໍ່ມີຂໍ້ກັງວົນ.

 

ຂໍ້ມູນເພີ່ມເຕີມ

Jaguar Land Rover Laos ຕັ້ງຢູ່ທີ່ ຖະໜົນ T4 ບ້ານ
ໂພນທັນ ນະຄອນຫຼວງວຽງຈັນ. ຮຽນຮູ້ເພີ່ມເຕີມກ່ຽວກັບ
ບັນດາສິນຄ້າຂອງພວກເຂົາ
ໄດ້ທີ່: landroverlaos.com
ແລະ jaguarlaos.com

 

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ ພູນຊັບ ເທວົງສາ / Jaguar Land Rover Laos

CarJaguar Land Rover Laos
Share

Previous

[:en]Helping the Planet in Style[:]

Next

[:en]The Beauty of Southern Laos[:la]ຄວາມສວຍງາມຂອງລາວໃຕ້[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເສັ້ນດ້າຍ ແຫ່ງວັດທະນະທໍາ
  • ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ
  • 5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ
  • ການກວດສອບເຮືອບິນ C Check
  • ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ບົດຄວາມ

  • Art
  • ທຸລະກິດ
  • Café
  • Environment
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທຸລະກິດ
Nov 25, 2020

ພວກເຮົາໄດ້ຮັບ, ຜ່ານການໃຫ້

ຫົວໃຈຫຼັກຂອງຄວາມສໍາເລັດແມ່ນການໃຫ້....

Read More
0 0
ທຸລະກິດ
Jul 1, 2017

ກາເຟ ເພື່ອສັງຄົມ

ໃນປີ 1994 ຄົນແຄນາດາຜູ້ໜຶ່ງໄດ້ເປີດຮ້ານ ເຂົ້າຈີ່ຊື່ວ່າ Much and more ຂຶ້ນເພື່ອ ຕອບສະໜອງ ສອງຈຸດປະສົງຫຼັກ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top