Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Festival, ວິຖີຊີວິດ, Social Enterprise, ທ່ອງທ່ຽວ

​​ການກັບມາຂອງບຸນມະໂຫລານຮູບເງົາຫຼວງພະບາງ

posted by Billy
Nov 14, 2022 544 0 0
Share

ໝາຍປະຕິທິນຂອງເຈົ້າຖ້າໄດ້ເລີຍ ສຳລັບວັນທີ 8–11 ທັນວານີ້
ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ ອາດເບິ່ງຄືວ່າເວລາທີ່ດີທີ່ສຸດໃນຊ່ວງນັ້ນຄື ການເບິ່ງຮູບເງົາໃນໂທລະພາບຢູ່ບ້ານເພື່ອໃຫ້ເວລາຜ່ານໄປໃນແຕ່ລະມື້, ແຕ່ມັນບໍ່ແມ່ນເລື່ອງງ່າຍເລີຍ ສຳລັບບຸນມະໂຫລານຮູບເງົາຂອງພວກເຮົາ. ເມື່ອບໍ່ສາມາດອອກໄປຂ້າງນອກໄດ້, ບໍ່ມີການພົບປະຂອງຄົນໃນສັງຄົມ, ບຸນມະໂຫລານຮູບເງົາຈຶ່ງໄດ້ປັບປ່ຽນໃຫ້ໄປຢູ່ໃນຮູບແບບອອນລາຍແທນ ເຊັ່ນ: ຜ່ານ ຊູມ (Zoom) ແລະ ຮູບແບບອອນລາຍອື່ນໆ.
ຊຶ່ງນັບວ່າໂຊກດີທີ່ທຸກຢ່າງສາມາດເປີດຄືນໃໝ່ໄດ້ແລ້ວ ນັ້ນຈຶ່ງເຮັດໃຫ້ບຸນມະໂຫລານຮູບເງົາສາມາດເກີດຂຶ້ນໄດ້ອີກຄັ້ງໃນໄວໆນີ້.
ການສາຍຮູບເງົາຊັ້ນນຳຂອງປະເທດລາວ ສຳລັບບຸນມະໂຫລານຮູບເງົາຫຼວງພະບາງ (LPFF) ພາຍໃນ ປີ 2020 ທີ່ຜ່ານມາກໍ່ແມ່ນໄດ້ຈັດໃນຮູບແບບອອນລາຍ ເຊິ່ງມີຮູບເງົາຈຳນວນຫຼວງຫຼາຍໃຫ້ສາມາດເລືອກຮັບຊົມໄດ້ໃນເວັບໄຊບຸນມະໂຫລານຮູບເງົາ ເປັນເວລາ 2-3 ວັນໃນເດືອນ ທັນວາ ຂອງປີທີ່ຜ່ານມາ. ແລ້ວຫຼັງຈາກນັ້ນ ກໍ່ຄືປີ 2021​ ເຫດການລັອກດາວກໍ່ໄດ້ເກີດຂື້ນອີກຄັ້ງ.

LPFF ເຊິ່ງເປັນຜູ້ຈັດການກອງທຶນສຳລັບຜູ້ສ້າງຮູບເງົາລາວ ໄດ້ຕັດສິນໃຈວ່າ ປີ 2021 ຈະເປັນປີແຫ່ງການພັດທະນາຮູບເງົາ. ບຸນມະໂຫລານໄດ້ຢຸດລົງ ແລະ ຫັນປ່ຽນຈຸດສຸມໄປສະໜັບສະໜູນການສ້າງຮູບເງົາໃຫ້ມີຊື່ສຽງທີ່ສາມາດເຮັດໄດ້ດ້ວຍການສະໜັບສະໜູນທັງໝົດທີ່ຈະໄດ້ຮັບໃນປີ 2020 ແລະ 2021 ຫຼາຍກວ່າ 100,000 ໂດລາສະຫະລັດ ສຳລັບໂຄງການພາຍໃນປະເທດ, ມີຮູບເງົາ 18 ເລື່ອງທີ່ມີຄວາມຍາວ ແລະ ປະເພດຕ່າງກັນທີ່ໄດ້ຮັບການຄັດເລືອກໃຫ້ໄດ້ຮັບການສະໜັບສະໜູນຈາກກອງທຶນຊ່ວຍເຫຼືອນີ້.
ມັນເປັນສິ່ງທີ່ນ່າຍິນດີຫຼາຍ. ເພາະຫຼັງຈາກທີ່ບໍ່ສາມາດຈັດງານມາໄດ້ໄລຍະໜຶ່ງແລ້ວ, ແຟນໆບຸນມະໂຫລານກໍມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮູ້ວ່າເມືອງຫຼວງທີ່ເກົ່າແກ່ ແລະ ເປັນເມືອງມໍລະດົກໂລກຂອງໂຄງການອຸຍເນັສໂກ (UNESCO) ຈະໄດ້ເປັນເຈົ້າພາບຈັດບຸນສາຍຮູບເງົາຫຼາກຫຼາຍປະເພດທີ່ໜ້າຕື່ນເຕັ້ນນີ້ອີກຄັ້ງໜຶ່ງ. ທ່ານ Sean Chadwell, ຜູ້ອຳນວຍການຝ່າຍບໍລິຫານຂອງ LPFF ກ່າວວ່າ: “ການອອກຈາກໄລຍະແຫ່ງການແຜ່ລະບາດຂອງພະຍາດໂຄວິດ – 19 ນີ້, ພວກເຮົາຕ້ອງໄດ້ເລີ່ມຕົ້ນປີນີ້ດ້ວຍຈຸດເລີ່ມຕົ້ນໃໝ່ໆ” ແລ້ວທ່ານຍັງກ່າວຕື່ມວ່າ ເພາະໄດ້ຮັບການສະໜັບສະໜູນ ຈາກບໍລິສັດ ລາວໂທລະຄົມ (Lao Telecom), ເອັມ ມັນນີ (M Money) ແລະ ມູລະນິທິ ເອເຊຍ (The Asia Foundation) ຈຶ່ງເຮັດໃຫ້ບຸນມະໂຫລານຄັ້ງນີ້ສາມາດເກີດຂື້ນໄດ້.ໃນຂະນະທີ່ຮູບເງົາຈາກທົ່ວພາກພື້ນ ອາຊີຕາເວັນອອກສຽງໃຕ້ ຫຼາຍກວ່າ 20 ເລື່ອງທີ່ຈະໄດ້ເຂົ້າສາຍໃນປີນີ້, ຮູບເງົາທີ່ ເປັນພາສາລາວ ແລະ ພາສາໄທຈະໄດ້ສາຍທີ່ໂຮງຮຽນປະຖົມບ້ານວັດແສນ. ສ່ວນຮູບເງົາຈາກປະເທດອື່ນໆໃນພາກພື້ນ ເຊັ່ນ: ປະເທດກຳປູເຈຍ, ອີນໂດເນເຊຍ, ມາເລເຊຍ, ມຽນມ້າ, ຟິລິປິນ, ສິງກະໂປ ແລະ ຫວຽດນາມ ຈະໄດ້ສາຍໃນໂຮງແຮມ ໂຊຟີເທວ ຫຼວງພະບາງ (Sofitel Luang Prabang).
ເພື່ອຮັກສາປະເພນີຂອງ LPFF, ການເຂົ້າເບິ່ງຮູບເງົາທັງໝົດແມ່ນຈະບໍ່ໄດ້ເສຍຄ່າເຂົ້າງານໃດໆເລີຍ.

ເມື່ອຖະໜົນສາຍຫຼັກຂອງຫຼວງພະບາງຄ່ອຍໆກັບຄືນສູ່ສະພາບຄືກຄືນເເບບເກົ່າແລ້ວ, ປະຊາຊົນໃນຕົວເມືອງກໍກັບມາມີຄວາມຫວັງອີກຄັ້ງທີ່ຈະໃຫ້ມີການຈັດງານຄັ້ງຍິ່ງໃຫຍ່ໃນປີນີ້, ທ່ານ Sean ໄດ້ກ່າວວ່າ: “ຄວາມມີພະລັງ ແລະ ຄວາມກະຕືລືລົ້ນຢູ່ທີ່ນີ້ແມ່ນມະຫັດສະຈັນຫຼາຍ. ພ້ອມກັບໄດ້ຮັບຄວາມຮ່ວມມືຈາກ ໂຮງແຮມ ເອວານີ+ ຫຼວງພະບາງ (Avani+ Luang Prabang) ແລະ ໂຮງແຮມ ໂຊຟີເທວ (Sofitel Luang Prabang) – ທີ່ເປັນຜູ້ສະໜັບສະໜູນຢ່າງຍາວນານຂອງບຸນມະໂຫລານນີ້ – ແລະ ເຊັ່ນດຽວກັບທີ່ຜ່ານມາ ທັງສອງໂຮງແຮມນີ້ກໍ່ຈະເປັນຕົວແທນໃນການເຂົ້າຮ່ວມງານລະດັບໂລກກັບພວກເຮົາ ແລະ ຄູ່ຮ່ວມງານທົ່ວເມືອງກໍ່ກຽມພ້ອມທີ່ຈະຕ້ອນຮັບຄະນະຜູ້ບໍລິຫານ ແລະ ແຂກດ້ານອຸດສາຫະກຳກັບຄືນສູ່ຫຼວງພະບາງ”.
ຊ່ວງເວລາທີ່ຢຸດພັກໄປນັ້ນຍັງເຮັດໃຫ້ທີມງານຂອງໂຄງການມີຮູບເງົາໃຫ້ທ່ານເລືອກຢ່າງຫຼວງຫຼາຍ, ບໍ່ແມ່ນສະເພາະແຕ່ຮູບເງົາທີ່ດີທີ່ສຸດໃນປີນີ້້ເທົ່ານັ້ນ ແຕ່ຈະມີຮູບເງົາດີທີ່ສຸດໃນສາມປີທີ່ຜ່ານມາໃນທົ່ວພາກພື້ນ. ດັ່ງທີ່ ທ່ານ Sean ໄດ້ກ່າວໄວ້ວ່າ: “ການຫຼຸດຕາຕະລາງຈາກຈຳນວນຮູບເງົາທີ່ຫຼວງຫຼາຍແມ່ນ ສິ່ງທ້າທາຍທີ່ຈະຕ້ອງໄດ້ປະເຊີນ”.
ດັ່ງທີ່ຮູ້ກັນວ່າ ງານນີ້ເປັນງານມະຫາກຳຮູບເງົາສາກົນແຫ່ງດຽວໃນເມືອງທີ່ຈະສາຍໂດຍບໍ່ມີໂຮງຮູບເງົາ, LPFF ຈະເລີ່ມຂຶ້ນໃນຕອນແລງຂອງວັນທີ 8 ທັນວາ ແລະ ດຳເນີນໄປເປັນເວລາ 3 ວັນ. ສິ່ງທີ່ທ່ານຕ້ອງເຮັດເມື່ອເຂົ້າຮ່ວມງານນີ້ແມ່ນມ່ວນຊື່ນກັບການເບິ່ງຮູບເງົາ, ການສົນທະນາ ແລະ ການຖາມ-ຕອບກັບຜູ້ສ້າງຮູບເງົາ ຊຶ່ງເປັນສິ່ງທີ່ສ້າງຄວາມອົບອຸ່ນທີ່ສຸດໃນຄືນທີ່ໜາວເຢັນຂອງເດືອນທັນວານີ້.
ນັກທ່ອງທ່ຽວທີ່ຢູ່ໃນເມືອງຫຼວງພະບາງສາມາດເຂົ້າໄປຢ້ຽມຊົມຫ້ອງການ LPFF ໄດ້ທີ່ຖະໜົນສາຍຫຼັກໃນເມືອງ, ຊຶ່ງຈະຢູ່ຖັດຈາກ ປະຕູວັດ ຄີລີ ໂດຍຈະເປັນຮ້ານຄ້າທີ່ມີເສື້ອຍືດ ແລະ ຂອງທີ່ລະນຶກຈາກເທດສະການໜັງຄັ້ງກ່ອນໄວ້ຄອຍ ບໍລິການທ່ານ.​

ຂໍ້ມູນເພີ່ມເຕີມ
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການສາຍຮູບເງົາ ແລະ ໂຮງແຮມທີ່ເຂົ້າຮ່ວມງານ ກະລຸນາເຂົ້າຊົມໄດ້ທີ່ lpfilmfest.org

ການເດີນທາງ
ສາຍການບິນ Lao Airlines ທີ່ມີຖ້ຽວບິນ ຈາກບາງກອກ, ຮາໂນຍ, ຊຽງໃໝ່, ສຽມລຽບ ແລະ ວຽງຈັນ ໄປ ຫຼວງພະບາງເປັນປະຈຳທຸກມື້.

ແປ ແລະ ຮຽບຮຽງໂດຍ ບົວລະພຽນ ສີສຸກ
ຮູບໂດຍ ບຸນມະໂຫລານຮູບເງົາຫຼວງພະບາງ

Luang PrabangLuang Prabang Film Festival
Share

Previous

[:en]In the Loop[:la]ວົງຈອນການທ່ອງທ່ຽວ[:]

Next

[:en]Tangible Memories[:la]ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເສັ້ນດ້າຍ ແຫ່ງວັດທະນະທໍາ
  • ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ
  • 5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ
  • ການກວດສອບເຮືອບິນ C Check
  • ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ບົດຄວາມ

  • Art
  • ທຸລະກິດ
  • Café
  • Environment
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

Festival, ທ່ອງທ່ຽວ
Sep 4, 2020

ບຸນໄຫຼເຮືອໄຟ

ໃນຊ່ວງທ້າຍຂອງການເຂົ້າພັນສາ ແມ່ນໄດ້ຫຍັບໝໍ່ໃກ້ເຂົ້າມາ ແລະ ລະດູການເກັບກ່ຽວກໍ່ຈະໄດ້ເລີ່ມຕົ້ນຂຶ້ນ....

Read More
0 0
ທ່ອງທ່ຽວ
Sep 7, 2022

ຖໍ້າຈອມອອງ

ຕິດຕາມໂຕຕໍ່ໄປສູ່ຖໍ້າທີ່ມີຄວາມມະຫັດສະຈັນ ໃນຊີວິດຄົນເຮົາບາງຄັ້ງ,...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top