Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
New, Stay

ຣີເວີຣີສອດ

posted by Mai
Nov 6, 2018 2055 0 0
Share

ສະຖານທີ່ພັກຜ່ອນອີກແຫ່ງໜຶ່ງທີ່ເຊື່ອງຊ້ອນໃນປ່າໄມ້ຂຽວຊຸ່ມດັ່ງມໍລະດົກອັນລໍ້າຄ່າເຊັ່ນ ຣີເວີຣີສອດທີ່ຕັ້ງຢູ່ເມືອງຈໍາປາສັກ. ຣີສອດດັ່ງກ່າວໃນເມື່ອກ່ອນເປັນສວນດອກກ້ວຍໄມ້ ມີເນື້ອທີ່ດິນຂຽວອຸ່ມທຸ່ມທັງໝົດ 30,000 ຕາຕະລາງແມັດ, ຣີສອດນີ້ເປັນອີກໜຶ່ງສະຖານທີ່ທີ່ເໝາະສົມແກ່ນັກທ່ອງທ່ຽວທີ່ກໍາລັງຊອກຫາສະຖານທີ່ພັກຜ່ອນທີ່ມີກິ່ນອາຍຂອງຄວາມເປັນທໍາມະຊາດພັກຜ່ອນໄດ້ຢ່າງຫຼູຫຼາ ແລະ ຈັດຢູ່ໃນລະດັບລາຄາທີ່ໃຜໆກໍ່ຈັບຕ້ອງໄດ້.

ສ່ວນຕົວຂ້າພະເຈົ້າເອງໄດ້ຍິນຊື່ສຽງຂອງຣີເວີ້ຣີສອດມາໄລຍະໜຶ່ງແລ້ວວ່າຣີສອດດັ່ງກ່າວບໍ່ພຽງແຕ່ງາມຕະການຕາແຕ່ຍັງເປັນຣີສອດທີ່ໃຫ້ຄວາມສຳຄັນກັບທຸກໆລາຍລະອຽດ. ເຫັນຫຼາຍໆຄົນກ່າວວ່າສະຖານທີ່ນີ້ຖືເປັນຈຸດເດັ່ນຂອງພາກໃຕ້, ຂ້າພະເຈົ້າຈິ່ງຕ້ອງມາສໍາພັດດ້ວຍຕົວເອງ.

ຕົ້ນ ຜູ້ຈັດການທົ່ວໄປຂອງຣີສອດຊາວໄທ ໄດ້ທັກທາຍຂ້າພະເຈົ້າດ້ວຍຮອຍຍິ້ມແຈ່ມໃສ ແລະ ໄດ້ພາຂ້າພະເຈົ້າເລາະຊົມສະຖານທີ່ຈົນຮອດຫ້ອງພັກຂອງຂ້າພະເຈົ້າ. ຣີສອດມີເຮືອນພັກທັງໝົດ 28 ຫ້ອງ, ເຊິ່ງສາມາດເບິ່ງເຫັນທິວທັດແມ່ນໍ້າຂອງ ຫຼື ທິວທັດສວນຈາກຫ້ອງພັກແຕ່ລະຫ້ອງໄດ້.

ຣີສອດດັ່ງກ່າວມີສະລອຍນໍ້າແບບອິນຟີນິຕີ້ ສອງສະ ເຊິ່ງທ່ານສາມາດເພີດເພີນໄປກັບວິວແມ່ນໍ້າເວລາໄດ້ໃນຂະນະທີ່ລອຍລ່ອງຕາມແຄມສະ. ຫ້ອງອາຫານຂອງຣີສອດຕັ້ງຢູ່ແຄມນໍ້າຂອງ ເຊິ່ງໃຫ້ບໍລິການອາຫານຫຼາກຫຼາຍສັນຊາດ ບໍ່ວ່າຈະເປັນ ລາວ, ໄທ ແລະ ອາຫານຈາກເຂດຕາເວັນຕົກ. ທັງນີ້, ຫ້ອງອາຫານຍັງມີສ່ວນດາດຟ້າເພື່ອໃຫ້ບໍລິການຈັດງານລ້ຽງແບບສ່ວນຕົວ ຫຼື ຈັດກອງປະຊຸມ, ແລະ ຍັງມີບາຣ໌ເຄື່ອງດື່ມໄວ້ໃຫ້ບໍລິການນໍາອີກ. ນອກຈາກນີ້, ທາງຣີສອດຍັງມີເຮືອໄວ້ບໍລິການແຂກທີ່ສົນໃຈຢາກລ່ອງເຮືອຕາມລໍາແມ່ນໍ້າຂອງແລະຊົມຕາເວັນຕົກດິນ.

ເຈົ້າຂອງຣີສອດ ຄົນອາເມລິກາ ແລະ ຄົນຍີ່ປຸ່ນຕົກຫຼຸມຮັກກັບສະຖານທີ່ແຫ່ງນີ້ຈິ່ງພາກັນລົງທຶນສ້າງຣີສອດທີ່ມີເອກະລັກ ໂດຍຍັງຄົງຮັກສາຄວາມເປັນເອກະລັກຂອງທ້ອງຖິ່ນ ພ້ອມທັງສຸມໃສ່ພັດທະນາການເປັນຢູ່ຂອງແຂກທີ່ມາພັກ ແລະ ຊຸມຊົນ. ເຈົ້າຂອງທຸລະກິດທັງສອງມີຄວາມມຸ່ງໝັ້ນໃນການສ້າງຄວາມຍືນຍົງໃຫ້ແກ່ຊຸມຊົນ ຈິ່ງພ້ອມກັນເອົາໃຈໃສ່ພັດທະນາການດຳເນີນກິດຈະການຂອງຣີສອດໃຫ້ຕິດພັນກັບທຳມະຊາດເຊັ່ນ: ໝັກປຸ໋ຍຈາກສິ່ງເສດເຫຼືອເພື່ອນໍາມາໃຊ້ໃນການປູກດອກໄມ້, ຕົ້ນໝາກໄມ້, ແລະ ສວນຜັກ; ນໍາໃຊ້ພະລັງງານແສງອາທິດໃນຫ້ອງຄົວ; ນໍາໃຊ້ໄມ້ໄຜ່ທີ່ເກີດຂຶ້ນຕາມທຳມະຊາດໃນພື້ນທີ່ມາເຮັດເປັນເຟີນີເຈີ; ພ້ອມດຽວກັນຍັງເຮັດນາໃນເຂດຣີສອດອີກດ້ວຍ. ພະນັກງານຂອງຣີສອດສ່ວນໃຫຍ່ແມ່ນຄົນທ້ອງຖິ່ນແລະເຂົາເຈົ້າເອງໄດ້ຮຽນຮູ້ວ່າ  ເຂົາເຈົ້າສາມາດນໍາທັກສະການໂຮງແຮມມາພັດທະນາຊີວີດການເປັນຢູ່ຂອງເຂົາເຈົ້າແລະເຮັດໃຫ້ຄົນຮູ້ຈັກທ້ອງຖິ່ນຂອງເຂົາເຈົ້າຫຼາຍຂຶ້ນ.

ການເຮັດເຮືອແບບນໍາເຮືອສອງລໍາມາຕໍ່ໃສ່ກັນແລ້ວປົກດ້ວຍແພແມ່ນເປັນທີ່ນິຍົມຫຼາຍໃນເຂດນີ້ ຫຼື ເອີ້ນອີກຢ່າງໜຶ່ງແມ່ນ ເຮືອແພ. ຂ້າພະເຈົ້າຕັດສິນໃຈລ່ອງເຮືອແພ ນັ່ງຊົມທິວທັດກ້ອງຫຼັງຄາຫຍ້າເຟືອງຮັບປະທານອາຫານວ່າງພ້ອມທັງຈິບເບຍເຢັນໆໄປນໍາ ເປັນສິ່ງໜຶ່ງທີ່ຊ່ວຍຜ່ອນຄາຍຈາກອາກາດຮ້ອນອົບເອົ້າຕອນຄ້ອຍແລງໄດ້ເປັນຢ່າງດີ.

ໃນລະຫວ່າງທີ່ຂ້າພະເຈົ້າກໍາລັງຫຼົງໄຫຼກັບທໍາມະຊາດແລະວິຖີຊີວິດຂອງຊຸມຊົນທ້ອງຖິ່ນຕາມລໍານໍ້າໃນສະຖານທີ່ແຫ່ງນີ້, ຈົນເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າ ນີ້ເອງຄືສະຫວັນເທິງດິນທີ່ແທ້ຈິງ.

 

 

ຂຽນໂດຍ: Jason Rolan

ຮຽບຮຽງໂດຍ: ອານິຕາ ສຸພະເຂດ

ຮູບໂດຍ: ຣີເວີຣີສອດ

ChampasackJason RolanRiver ResortRiverside hotelWhere to stay in Champasack Town
Share

Previous

[:en]Dreams Woven in Silk [:la]ແຕ່ງແຕ້ມຄວາມຝັນເທິງຜຶນຜ້າ [:]

Next

[:en]The Wilds of Xe Champhone[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີ້ນ
  • ພວກເຮົາໄດ້ຮັບ, ຜ່ານການໃຫ້
  • ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ
  • ທ່ອງທ່ຽວພະຈົນໄພແບບຄອບຄົວທີ່ພາກໃຕ້ຂອງລາວ
  • (English) Stylish Renovation

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

New, Stay
Nov 5, 2018

ເມຊົງ ດາລາບົວ

ເມຊົງ ດາລາບົວ ຖືເປັນສະຖານທີ່ ທີ່ຖືກກ່າວຂານຫຼາຍທີ່ສຸດໃນກຸ່ມນັກທ່ອງທ່ຽວທີ່ມາ ແຂວງຫຼວງ ພະບາງ; ອົງການອຸຍແນສໂກ...

Read More
0 0
ທຸລະກິດ, New
May 1, 2020

ເລື່ອງເລົ່າຂອງເຫຼົ້າຣັມ

ລາວດີ ເຫຼົ້າຣັມສັນຊາດລາວ ຄຸນນະພາບລະດັບສາກົນ. ຫ່າງອອກຈາກຕົວເມືອງນະຄອນຫຼວງວຽງຈັນ ພຽງແຕ່ 1 ຊົ່ວໂມງເຄິ່ງ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top