Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

ພວກເຮົາໄດ້ຮັບ, ຜ່ານການໃຫ້

posted by Thanouphet
Nov 25, 2020 2124 0 0
Share

ຫົວໃຈຫຼັກຂອງຄວາມສໍາເລັດແມ່ນການໃຫ້.

ການເປັນບໍລິສັດທີ່ດີແມ່ນຈະຖືກວັດແທກດ້ວຍສະຫວັດດີພາບຄວາມເປັນຢູ່ຂອງຜູ້ຄົນທີ່ເພິ່ງພາອາໄສບໍລິສັດດັ່ງກ່າວໃນການດໍາລົງຊີວິດ. ຖ້າຜູ້ຄົນໄດ້ຮັບການເບິ່ງແຍງເປັນຢ່າງດີ ບໍລິສັດກໍ່ຈະມີການຈະເລີນເຕີບໃຫຍ່ປະສົບຜົນສໍາເລັດ.

ບໍລິສັດ ຢາສູບລາວ ຈຳກັດ ໄດ້ມີການສ້າງສາຍສໍາພັນຮ່ວມກັນກັບເຄືອຂ່າຍຊາວສວນແບບກະເສດສັນຍາ. ສາຍພົວພັນດັ່ງກ່າວຖືເປັນການເປີດປະຕູໃຫ້ຊາວສວນທີ່ປູກຕົ້ນຢາສູບໄດ້ນໍາເອົາຜົນຜະລິດຂອງພວກເຂົາເຂົ້າສູ່ທ້ອງຕະຫຼາດ. ແຕ່ມັນບໍ່ພຽງແຕ່ເປັນການຊື້ຂາຍແບບຜິວເຜີນງ່າຍດາຍກັບບໍລິສັດໃນຊ່ວງເວລາເກັບກ່ຽວເທົ່ານັ້ນ, ບໍລິສັດ ຢາສູບລາວ ຈຳກັດ ຍັງໄດ້ມີການລົງທຶນໃນຫຼາຍໆໂຄງການທີ່ສ້າງປະໂຫຍດແກ່ຊີວິດການເປັນຢູ່ຂອງຊາວສວນໃນຕະຫຼອດປີ.

ການເອື່ອຍອີງໃສ່ກະສິກໍາແບບປູກພືດຊະນິດດ່ຽວແມ່ນຖືເປັນຄວາມສ່ຽງຕໍ່ກັບຊາວສວນ. ດັ່ງນັ້ນ, ການປູກພືດຊະນິດອື່ນໆ ສາມາດເປັນສ່ວນຊ່ວຍໃນການສ້າງຄວາມຍືນຍົງໃຫ້ແກ່ຄອບຄົວຊາວສວນໄດ້ຕະຫຼອດປີ. ນັບແຕ່ປີ 2018 ເປັນຕົ້ນມາ, ບໍລິສັດ ຢາສູບລາວ ຈຳກັດ ໄດ້ຊຸກຍູ້ສະໜອງຕົ້ນໄມ້ໃຫ້ໝາກເຊັ່ນ: ຕົ້ນໝາກມ່ວງ, ຕົ້ນໝາກນາວ ແລະ ຕົ້ນໝາກພ້າວ ທີ່ສາມາດເປັນແຫຼ່ງຊ່ວຍສ້າງລາຍໄດ້ເສີມ ແລະ ເສີມສ້າງໂພຊະນາການໃຫ້ແກ່ຊາວສວນແບບກະເສດສັນຍາຢ່າງເຕັມສ່ວນ. ນອກນີ້, ບໍລິສັດ ຢາສູບລາວ ຈຳກັດ ຍັງໄດ້ດຳເນີນການທົດລອງປູກຜັກຂະໜາດນ້ອຍເຊັ່ນ: ໝາກຖົ່ວ, ໝາກສາລີຫວານ, ໝາກແຕງ, ໝາກເຜັດ ແລະ ມັນຕົ້ນ ຮ່ວມກັບຊາວສວນເພື່ອເປັນການເກັບກຳຂໍ້ມູນກ່ຽວກັບວິທີການທີ່ຈະນໍາເອົາຜັກເຂົ້າມາຊ່ວຍເຫຼືອບັນດາຟາມຂອງຊາວສວນ.

ບໍລິສັດ ຢາສູບລາວ ຈຳກັດ ຍັງຈະຊຸກຍູ້ສະໜັບສະໜູນຊາວສວນກະເສດສັນຍາດ້ວຍອຸປະກອນປ້ອງກັນບຸກຄົນສໍາລັບນໍາໃຊ້ເຂົ້າໃນການຜະລິດຜົນລະປູກ ເພື່ອເປັນການຮັບປະກັນວ່າມາດຕະຖານຄວາມປອດໄພໄດ້ຖືກຍົກສູງຢູ່ໃນຟາມປູກ. ນອກນັ້ນ ຍັງມີການຊ່ວຍຕິດຕັ້ງລະບົບການລາຍງານທີ່ເຂັ້ມແຂງທົນທານເພື່ອຮັບປະກັນວ່າຂໍ້ມູນສຸຂະພາບ ແລະ ຄວາມປອດໄພພາຍໃນຟາມທີ່ຕິດພັນກັບການປູກຈະຖືກສົ່ງຫາທີມງານຄຸ້ມຄ້ອງບໍລິຫານການຜະລິດໃບຢາສູບຂອງບໍລິສັດ.

ຄວາມມຸ່ງໝັ້ນທີ່ແຮງກ້າໃນການເສີມສ້າງຄວາມເຂັ້ມແຂງ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວສວນແມ່ນຄຸນຄ່າຫຼັກທີ່ສຸດຂອງ ບໍລິສັດ ຢາສູບລາວ ຈຳກັດ.

 

ແປໂດຍ ວິໄລສອນ ເຫຼື້ອງ

Lao Tobacco Limited
Share

Previous

[:en]Nam Et-Phou Louey National Park – The Heart of NorthEast Laos[:la]ຫົວໃຈສີຂຽວແຫ່ງລາວເໜືອ - ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ[:]

Next

[:en]Sinh City[:la]ເມືອງແຫ່ງສີ້ນ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທຸລະກິດ, Social Enterprise, Style
Jan 3, 2019

ມະຫັດສະຈັນ ຫັດຖະກຳ ຕໍ່າພົມລາວ

ຄວາມມະຫັດສະຈັນ ທີ່ສົ່ງຕໍ່ຄຸນຄ່າ ແລະ ໂອກາດໃຫ້ແກ່ແມ່ຍິງລາວ ໃນຮ່ອມນ້ອຍໆໃຈກາງເມືອງວຽງຈັນ...

Read More
0 0
ທຸລະກິດ, Style
Nov 8, 2020

(English) Stylish Renovation

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top