Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Stay

ສະເໜ່ແດນໃຕ້ 

posted by Mai
Mar 1, 2019 1765 0 0
Share

ເດີນທາງລົງໃຕ້ໄປສຳຜັດກັບສະເໜ່ເມືອງເກົ່າ ແລະ ພັກຜ່ອນກາຍໃຈທີ່ເຣຊີດັງ ບາສັກ

 

ຫ້ອງແຖວສອງຊັ້ນທີ່ຖືກສ້າງໃນທ້າຍສະຕະວັດທີ 20 ໄດ້ຖືກບູລະນະ ສ້ອມແປງກາຍເປັນໂຮງແຮມທີ່ທັນສະໄໝ ທີ່ຍັງຄົງກິ່ນອາຍຂອງປະຫວັດສາດທາງດ້ານສະຖາປັດຕະຍະກຳຂອງດິນແດນວັດພູ ປະດັບປະດາດ້ວຍຕົ້ນດອກຈໍາທີ່ດ້ານໜ້າໂຮງແຮມ ແລະ ຫ່າງຈາກວັດພູຈໍາປາສັກ ພຽງແຕ່ 10 ກິໂລແມັດເທົ່ານັ້ນ.

ຖ້າຫາກທ່ານຕ້ອງການໜີບັນຫາລົດຕິດ ແລະ ຄວາມແອອັດຂອງເມືອງໃຫຍ່, ທ່ານສາມາດເດີນທາງມາທີ່ເມືອງຈໍາປາສັກແຫ່ງນີ້ ເຊິ່ງເປັນອີກໜຶ່ງເມືອງທີ່ຍັງຄົງເຊິ່ງວັດທະນະທໍາ ແລະ ການເປັນຢູ່ແບບດັ້ງເດີມທີ່ໜ້າອອນຊອນ. ເມື່ອເດີນທາງຕາມເສັ້ນທາງລຽບແມ່ນໍ້າຂອງ, ທ່ານຈະໄດ້ບ້ານເຮືອນ, ​ຮ້ານຄ້າ, ວັດວາອາຮາມຕ່າງໆ ແລະ ອາຄານເກົ່າແກ່ແບບຝຣັ່ງທີ່ໂດດເດັ່ນອອກມາ ເຊິ່ງເຄີຍເປັນພຣະລາຊະວັງໃນອະດີດ. ຫຼຽວໄປທາງພູເກົ່າ, ທີ່ເນີນພູນັ້ນເປັນທີ່ຕັ້ງຂອງ ວັດເກົ່າແບບຮິນດູ-ຂະເໝນ (ກຳປູເຈຍ) ທີ່ກໍ່ດ້ວຍຫີນນ້ອຍ-ໃຫຍ່  ເຊິ່ງຄົນລາວເຮົາເອີ້ນກັນວ່າ ວັດພູຈໍາປາສັກ ທີ່ຈະເປັນປະຕູໃຫ້ທ່ານໄປຮູ້ຈັກກັບປະຫວັດສາດທີ່ມີຕົວຕົນໃນຍຸກກ່ອນການລົ້ມລະລາຍຂອງຊາວອັງກໍ.

ເຣຊີດັງ ບາສັກ ຕັ້ງຢູ່ໃຈກາງເມືອງຈໍາປາສັກ, ຢູ່ລະຫວ່າງກາງທ່າເຮຶອ ແລະ ວັດພູຈໍາປາສັກ. ໃນໄວໆນີ້ທາງໂຮງແຮມຈະມີສະລອຍນໍ້າທີ່ສາມາດແນມຫັນທິວທັດຂອງແມ່ນໍ້າຂອງຕອນຕາເວັນຕົກດິນໄດ້. ທາງໂຮງແຮມຍັງໄດ້ຍົກລະດັບຮ້ານອາຫານຊຸມນຸມຂອງໂຮງແຮມ ມາເປັນຫ້ອງອາຫານແບບລາວ-ເມດີເຕີເຣນຽນ. ພໍ່ຄົວເຮັດເຂົ້າຈີ່ສົດໃໝ່ທຸກມື້, ມີກະແລ໋ມຫຼາກຫຼາຍລົດຊາດ, ຊີສຫຼາກຫຼາຍປະເພດໄວ້ໃຫ້ລູກຄ້າໄດ້ເລືອກຊິມ, ຍັງມີວາຍ ແລະ ແຊມເປນຄຸນນະພາບຫຼາຍລາຍການນໍາອີກ. ເບີເກີຈາກທາງຮ້ານກໍເປັນໜຶ່ງໃນເມນູແນະນໍາ ເຊິ່ງແປ້ງຂອງເບີເກີມີຄວາມກອບນຸ້ມ ຄູ່ກັນກັບ ຊີ້ນງົວແອງກັສທີ່ຖືກປຸງແຕ່ງເປັນຢ່າງດີ.

ທ່ານສາມາດນັ່ງເບິ່ງການດຳລົງຊີວິດຊອງປະຊາຊົນໃນເມືອງໄດ້ໃນລະຫວ່າງການຮັບປະທານອາຫານເຊົ້າທີ່ໂຕະໜ້າໂຮງແຮມ ເຊິ່ງມີແສງແດດອ່ອນໆລອດຜ່ານຕົ້ນຈໍາປາລົງມາ, ນັ່ງຈິບກາເຟເພີນໆ ພ້ອມກັບຮັບປະທານຄຣົວຊອງກັບແຍມໝາກໜອດ ປ່ອຍໃຫ້ເວລາຜ່ານໄປຊ້າໆໃຫ້ຮ່າງກາຍໄດ້ພັກຜ່ອນໃນບັນຍາກາດສະບາຍໆທີ່ໂຮງແຮມແຫ່ງນີ້.

ຫ້ອງພັກຂອງ ເຣຊີດັງ ບາສັກ ຕັ້ງຢູ່ຫ່າງຈາກຖະໜົນໃຫຍ່ ຢູ່ທາງຫຼັງຂອງອາຄານຫຼັກດ້ານໜ້າ. ທາງຍ່າງໄປຫາຫ້ອງພັກປູດ້ວຍກ້ອນດິນຈີ່ສະຫຼັບກັນອ້ອມຮອບສວນນ້ອຍໆ. ຫ້ອງຂອງເຣຊີດັງ ບາສັກມີສອງແບບຄື: ຫ້ອງດີລັກ ແລະ ຫ້ອງດີລັກ ດູເພລັກ. ຫ້ອງດີລັກ ເປັນຫ້ອງດ່ຽວ ເຊິ່ງເຟີນີເຈີສ່ວນໃຫຍ່ແມ່ນເຮັດມາຈາກໄມ້ ທັງຕຽງໜ່ວຍໃຫຍ່, ຊຸດໂຊຟາ, ໂຕະເຮັດວຽກ; ຫ້ອງນີ້ແມ່ນສາມາດຮັບສູງສຸດໄດ້ 3 ຄົນ. ສ່ວນຫ້ອງດີລັກ ດູເພລັກ ເປັນຫ້ອງສອງຊັ້ນ, ມີລະບຽງທີ່ຊັ້ນສອງທີ່ສາມາດເຫັນທິວທັດພາຍໃນໂຮງແຮມໄດ້, ຫ້ອງນອນ ແລະ ຫ້ອງຮັບແຂກແຍກອອກເປັນສັດສ່ວນຕ່າງຫາກ. ສໍາລັບແຂກບາງທ່ານທີ່ເຂົ້າພັກແບບຄອບຄົວ ແລະ ຕ້ອງການຄວາມເປັນສ່ວນຕົວ ອາດຈະເລືອກພັກຫ້ອງດີລັກ ດູເພລັກ ທີ່ມີໂຊຟາທີ່ສາມາດປັບເປັນຕຽງໄດ້ໃນຫ້ອງຮັບແຂກຊັ້ນລຸ່ມ; ສໍາລັບຂ້າພະເຈົ້າເອງແມ່ນຫຼົງໄຫຼໃນຄວາມງາມ ຂອງຫ້ອງພັກດີລັກໃນສວນ.

ເຣຊີດັງ ບາສັກ ວາງແຜນທີ່ຈະຈັດສູນຂໍ້ມູນການທ່ອງທ່ຽວ ແລະ ກິດຈະກໍາເຊີງປະສົບການຕ່າງໆໄວ້ໃຫ້ບໍລິການແກ່ນັກທ່ອງທ່ຽວ. ນອກຈາກນັ້ນ, ຫ້ອງໂຖງຂອງໂຮງແຮມຍັງມີການວາງສະແດງຜະລິດຕະພັນທ້ອງຖິ່ນ ແລະ ງານຝີມືຕ່າງໆເຊັ່ນ: ອັນຍະມະນີຂອງ Vanida Audenis ຈາກ Birds Follow Spring (ສາມີຂອງລາວແມ່ນຜູ້ຜະລິດເຟີນີເຈິຂອງ ເຣຊີດັງ ບາສັກນີ້); ຜະລິດຕະພັນແຜ່ນຜ້າຂອງທີມແມ່ ແລະ ລູກ Chez Maman; ແລະ ແຜນທີ່ເມືອງໂດຍ Nicolas ຈາກ mmapssouthernlaos. ເຣຊີດັງ ບາສັກ ຄາດຫວັງຈະປັບປຸງເມືອງຈໍາປາສັກ ໃຫ້ເປັນປະສົບການທີ່ໜ້າປະທັບໃຈສຳລັບແຂກທຸກທ່ານທີ່ມາຢ້ຽມຢາມ.

 

ການເດີນທາງ:

ເມືອງຈໍາປາສັກຫ່າງຈາກນະຄອນປາກເຊພຽງ 40 ຫຼັກກິໂລແມັດເທົ່ານັ້ນ, ເຊິ່ງມີ

ຖ້ຽວບິນຂອງສາຍການບິນລາວໃຫ້ບໍລິການທຸກມື້ຈາກ ນະຄອນຫຼວງວຽງຈັນ,

ຫຼວງພະບາງ, ສຽມຣຽບ; ຍັງມີຖ້ຽວບິນທີ່ບິນຈາກບາງກອກ 5 ຖ້ຽວຕໍ່ອາທິດ

ແລະ ຈາກໂຮ່ຈີມິນ 3 ຖ້ຽວຕໍ່ອາທິດ.

ທ່ານສາມາດຈອງຫ້ອງພັກໄດ້ທີ່: www.residencebassac.com

 

 

 

ຂຽນໂດຍ: CLAIRE BOOBBYER

ຮູບພາບໂດຍ: ເຣຊີດັງ ບາສັກ

ແປ ແລະ ຮຽບຮຽງໂດຍ: ອານິຕາ ສຸພະເຂດ

ChampasackChampasakResidence BassacWhere to stay in Champasack
Share

Previous

[:en]48 Hours in Seoul[:]

Next

[:en]Earthy - Vientiane’s Organic Market[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ພະລັງງານແຫ່ງອະນາຄົດ, ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ
  • ເມືອງແຫ່ງສີ້ນ
  • ພວກເຮົາໄດ້ຮັບ, ຜ່ານການໃຫ້
  • ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ
  • ທ່ອງທ່ຽວພະຈົນໄພແບບຄອບຄົວທີ່ພາກໃຕ້ຂອງລາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ອາຫານ, Stay, ທ່ອງທ່ຽວ
Mar 1, 2019

(English) 48 Hours in Seoul

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
New, Stay
Jun 3, 2019

ຜ່ອນກາຍຄາຍໃຈທີ່ ອາ​ວາ​ນີ + ຫຼວງພະບາງ

ສະຖານທີ່ທີ່ລວມທຸກຄວາມງາມຂອງຫລວງພະບາງພຽງແຕ່ໜຶ່ງກ້າວຍ່າງ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top