ອາພອນລາວຈາກຜືນດິນສູ່ຂອບຟ້າ

Author:

Category:

spot_img

ການບິນລາວເປີດໂຕເຄື່ອງແບບໃໝ່ທີ່ມີທັງຄວາມທັນສະໄໝ ແລະ ຍັງຄົງເອກະລັກຂອງຄວາມເປັນລາວ

ເຖິງແມ່ນໃນຍຸກສະໄໝໃໝ່, ຮີດຄອງປະເພນີໜຶ່ງທີ່ຍັງຄົງເປັນຄວາມພາກພູມໃຈຂອງຊາວລາວ, ນັ້ນກໍ່ຄື ຊຸດເສື້ອຜ້າອາພອນຂອງແມ່ຍິງລາວນັ້ນເອງ, ທີ່ບົ່ງບອກຄວາມເປັນເອກະລັກຕົວຕົນຂອງຄວາມເປັນລາວ. ຕັ້ງແຕ່ໃດມາ, ເຄື່ອງແບບຂອງສາຍການບິນລາວ ໄດ້ສະແດງໃຫ້ເຫັນເຖິງວັດທະນະທຳ ປະເພນີ ການນຸ່ງຖືຂອງແມ່ຍິງລາວ ກໍຄືສວມໃສ່ສິ້ນ, ເສື້ອໄໝມີຄໍ ແລະ ຜ້າບ່ຽງ. ຕໍ່ກັບແຮງບັນດານໃຈດັ່ງກ່າວ, ການບິນລາວ ມີຄວາມຍິນດີທີ່ຈະປະກາດເປີດໂຕ ເຄື່ອງແບບໃໝ່ສຳລັບພະນັກງານຈຸຫ້ອງໂດຍສານ ແລະ ພະນັກງານພາກພື້ນດິນ, ອອກແບບໂດຍຮ້ານ ຕິນ່າ ຜ້າໄໝ Tina Lao Silk ໂດຍອີງໃສ່ດອກຈໍາປາ ດອກໄມ້ປະຈຳຊາດຂອງລາວ ແລະ ສັນຍາລັກຂອງສາຍການບິນລາວ ເປັນໃຈກາງຫຼັກໃນການອອກແບບ. ການອອກແບບເຄື່ອງແບບໃໝ່ນີ້ ໄດ້ບົ່ງບອກເຖິງຄວາມມັ່ງມີທາງດ້ານວັດທະນະທຳ ແລະ ຄວາມກ້າວໜ້າທັນສະໄໝໄປພ້ອມໆກັນ.

ການອອກແບບຄັ້ງນີ້ ໄດ້ແຮງບັນດານໃຈຈາກ ລວດລາຍພື້ນເມືອງຂອງລາວທີ່ພົບເຫັນຢູ່ໃນການຖັກແສ່ວດ້ວຍມື. ຮູບຮ່າງຂອງກີບດອກທີ່ຊ້ອນກັນຂອງຜ້າພັນຄໍແມ່ນທັງສະຫງ່າງາມ ແລະ ທັນສະໄໝ, ສາມາດສະແດງໃຫ້ເຫັນເຖິງຄວາມເປັນເອກະລັກຂອງສິ້ນ ແລະ ຜ້າບ່ຽງລາວ. ເສື້ອແບບໃໝ່ເປັນສີຟ້າອ່ອນກວ່າເກົ່າ, ແລະ ມີໂລໂກ້ສາຍການບິນລາວທີ່ຖືກແສ່ວໃສ່ເທິງຜ້າ, ເຊິ່ງມີຄວາມແຕກຕ່າງກັນເລັກນ້ອຍສຳລັບພະນັກງານຈຸຫ້ອງໂດຍສານ ແລະ ພະນັກງານພາກພື້ນດິນ. ຜ້າຝ້າຍຊ່ວຍລະບາຍອາກາດໄດ້ດີ​ເໝາະສົມກັບສະພາບອາກາດ ແລະ ສະດວກໃນການເຄື່ອນໄຫວ ຂະນະສວມໃສ່ປະຕິບັດວຽກຕົວຈິງ.

ຂໍ້ມູນເພີ່ມເຕີມ:
ເຄື່ອງແບບໃໝ່ເຫຼົ່ານີ້ຍັງບໍ່ທັນໄດ້ປ່ຽນແທນເຄື່ອງແບບເກົ່າ. ເຄື່ອງແບບໃໝ່ແມ່ນໃສ່ໃນທຸກໆວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ, ໃນຖ້ຽວບິນພິເສດ ແລະ ຖ້ຽວບິນໄປເກົາຫຼີ.

ບ໌ດຄວາມ ແລະ ຮູບພາບໂດຍ ການບິນລາວ

Read More

Related Articles