ປົດລັອກສັກກາຍະພາບພ້ອມປ່ອຍໃຫ້ການຮຽນຮູ້ນໍາທາງ

Author:

Category:

spot_img

ດີມິດທ໌ (DMITH) ກໍາລັງຫັນປ່ຽນໂສມໜ້າອຸດສາຫະກໍາການບໍລິການໂຮງແຮມ, ຮ້ານອາຫານ ແລະ ທ່ອງທ່ຽວໃນປະເທດລາວແນວໃດ

ຢູ່ນອກຕົວເມືອງນະຄອນຫຼວງວຽງຈັນ ທີ່ຫ່າງໄກຄວາມວຸ້ນວາຍ ແມ່ນເປັນທີ່ຕັ້ງຂອງ ສູນຝຶກດີຟິກທ໌ ພັດທະນາທັກສະການໂຮງແຮມ ແລະ ການທ່ອງທ່ຽວ (DMITH) ທີ່ຫາກໍເປີດໃໝ່, ປັດຈຸບັນນີ້ຍັງຢູ່ໃນຊ່ວງທົດລອງເປີດໃຫ້ບໍລິການ ໂດຍສືບຕໍ່ທົດລອງຈົນຮອດທ້າຍເດືອນຕຸລາ. ສູນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນໂດຍ ບໍລິສັດ ດີຟິກທ໌ ຈໍາກັດຜູ້ດຽວ (DFICT) ເຊິ່ງເປັນຜູ້ໃຫ້ບໍລິການດ້ານຝຶກອົບຮົມການບໍລິການທີ່ມີຊື່ສຽງ, ສູນແຫ່ງນີ້ຖືກກໍານົດໃຫ້ເປັນພະລັງແຫ່ງການປ່ຽນແປງ, ເສີມສ້າງຄວາມເຂັ້ມແຂງແກ່ບຸກຄົນດ້ວຍການຍົກລະດັບທັກສະ ແລະ ຄວາມຮູ້ເພື່ອຄວາມເປັນເລີດໃນດ້ານອຸດສາຫະກໍາການບໍລິການໂຮງແຮມ, ຮ້ານອາຫານ ແລະ ທ່ອງທ່ຽວ. ສູນດີຟິກທ໌ ພັດທະນາທັກສະການໂຮງແຮມ ແລະ ທ່ອງທ່ຽວ ໄດ້ເປີດສອນຫຼັກສູດເລີ່ມແຕ່ 15 ວັນ ຈົນເຖິງ 6 ເດືອນ, ທາງສູນຈະພັດທະນາບຸກຄະລາກອນຮຸ່ນຕໍ່ຮຸ່ນທີ່ມີຄວາມປາຖະໜາໃນການຍົກລະດັບຄວາມຮູ້, ພ້ອມເປີດປະຕູສູ່ໂລກແຫ່ງໂອກາດ ແລະ ການເຕີບໂຕດ້ວຍຕົນເອງ.

ພາຍໃຕ້ການຊີ້ນໍາຂອງຄູຝຶກສອນຮຸ່ນເກົ່າທີ່ມີຄວາມເປັນມືອາຊີບ, ຫຼັກສູດການຮຽນການສອນຂອງສູນ ແມ່ນອີງຕາມມາດຕະຖານສາກົນ ທີ່ໄດ້ເລືອກເຟັ້ນມາເປັນຢ່າງດີ ​ເພື່ອ​ກວມລວມເອົາຫຼາຍແງ່ມຸມ​ຂອງ​ອຸດ​ສາ​ຫະ​ກຳ​ການ​ບໍລິການໂຮງແຮມ, ຮ້ານອາຫານ ແລະ ທ່ອງທ່ຽວ. ຫົວຂໍ້ຂອງຫຼັກສູດປະກອບມີ ພະແນກແມ່ບ້ານ, ພະນແກບໍລິການອາຫານ ແລະ ເຄື່ອງດື່ມ, ພະແນກຕ້ອນຮັບ, ການຮັກສາຄວາມປອດໄພ ແລະ ສຸຂາອະນາໄມໃນບ່ອນເຮັດວຽກ, ພະແນກຊັບພະຍາກອນມະນຸດ, ເບເກີຣີ, ການຄິດຄົ້ນຕົ້ນທຶນອາຫານ ແລະ ການນໍາສະເໜີ, ບາເທັນເດີ, ບາຣິສຕ້າ, ບໍລິການສະປາ ແລະ ການຈັດສວນ, ນັກສຶກສາຈະໄດ້ສໍາຜັດກັບຫຼາກຫຼາຍວິຊາຮຽນລວມທັງພາສາຕ່າງປະເທດ ໂດຍສະເພາະກໍແມ່ນການສອນພາສາທີ່ຈະເປັນການຊ່ວຍເຮັດໃຫ້ພວກເຂົາມີທັກສະຮອບດ້ານ.

ສໍາລັບນັກສຶກສາຫຼາຍຄົນທີ່ຕັດສິນໃຈເຂົ້າຮ່ວມຝຶກອົບຮົມທີ່ສູນຝຶກດີມິດທ໌ ເຊິ່ງບໍ່ພຽງແຕ່ເປັນບ່ອນສະໜອງຫຼັກສູດການຝຶກອົບຮົມເທົ່ານັ້ນ ແຕ່ຍັງເປັນປະສົບການທີ່ສາມາດປ່ຽນແປງຊີວິດຂອງຜູ້ຄົນໄດ້. ທາງສູນມີຄວາມຍິນດີທີ່ຈະເປີດໂອກາດຕ້ອນຮັບທຸກໆຄົນ ທີ່ມາຈາກພູມຫຼັງລວມທັງສາຍອາຊີບທີ່ຫຼາກຫຼາຍ ຕະຫຼອດເຖິງຊາວໜຸ່ມໃນເຂດຊົນນະບົດ ຜູ້ທີ່ຕ້ອງການຫຼຸດພົ້ນຈາກຂໍ້ຈໍາກັດທາງສະຖານະຂອງຕົນ ດັ່ງດຽວກັບມືອາຊີບໃນປັດຈຸບັນທີ່ຕ້ອງການຍົກລະດັບທັກສະໃຫ້ດີຂຶ້ນ. ພໍ່ຄົວ, ບາເທັນເດີ, ພະນັກງານເສີບ ແລະ ຜູ້ຈັດການພະແນກຕ້ອນຮັບທີ່ຕ້ອງການມາລວມຕົວກັນ ເພື່ອຮຽນຮູ້ທັງເຕີບໃຫຍ່ຢູ່ພາຍໃຕ້ຫຼັງຄາດຽວກັນ, ພ້ອມສົ່ງເສີມຄວາມຮູ້ສຶກແຫ່ງຄວາມສາມັກຄີ ແລະ ມິດຕະພາບ.

ໃນບັນດາຫຼັກສູດທັງໝົດນັ້ນ, ນັກສຶກສາຈະໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ສາມາດກ້າວຜ່ານຂີດຈໍາກັດ ພ້ອມເປີດຮັບຄວາມທ້າທາຍດ້ວຍຄວາມມຸ່ງໝັ້ນ ແລະ ຢືດຍຸ່ນ. ຫຼັກສູດດັ່ງກ່າວໄດ້ມີການປະສົມປະສານລະຫວ່າງຄວາມຮູ້ພາກທິດສະດີກັບການຝຶກອົບຮົມພາກປະຕິບັດຕົວຈິງ, ເຮັດໃຫ້ນັກສຶກສາໄດ້ຮັບປະສົບການຈາກພາກປະຕິບັດຕົວຈິງ ທີ່ຊ່ວຍກະກຽມພວກເຂົາໃຫ້ພ້ອມສໍາລັບຄວາມຕ້ອງການທີ່ບໍ່ມີວັນສິ້ນສຸດຂອງພາກອຸດສາຫະກໍາການບໍລິການ. ສູນຝຶກດີມິດທ໌ ຍັງເປັນຄູ່ຮ່ວມມືກັບໂຮງແຮມໃນບໍລິເວນໃກ້ຄຽງ ເພື່ອມອບປະສົບການຕົວຈິງໃນວຽກງານການບໍລິການທີ່ຫຼາກຫຼາຍ.

ຜູ້ທີ່ຮຽນຈົບຫຼັກສູດນີ້ ຖືເປັນທີ່ຕ້ອງການສູງຈາກບັນດາໂຮງແຮມຊັ້ນນໍາຂອງລາວ. ທ່ານ ນາງ ຈຸນລະຈັນ ແພງດີ (ນິກກີ້) ຜູ້ອຳນວຍການສູນດີຟິກທ໌ ພັດທະນາທັກສະການໂຮງແຮມ ແລະ ການທ່ອງທ່ຽວ ກ່າວວ່າ “ເປັນເລື່ອງທີ່ໜ້າຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບຄວາມສົນໃຈຈາກໂຮງແຮມ ແລະ ຜູ້ໃຫ້ບໍລິການໃນການຈ້າງງານແກ່ນັກສຶກສາທີ່ຮຽນຈົບຈາກສູນຂອງພວກເຮົາ. ນັກສຶກສາຂອງພວກເຮົາທຸກຄົນລ້ວນແຕ່ມີວຽກລໍຖ້າຢູ່ເມື່ອພວກເຂົາຈົບຫຼັກສູດ ເຊິ່ງປັດຈຸບັນນີ້ແມ່ນມີຄວາມຕ້ອງການພະນັກງານບໍລິການທີ່ມີທັກສະສູງ, ພວກເຮົາຈິ່ງຢາກເປັນສ່ວນໜຶ່ງໃນການເຮັດໜ້າທີ່ຕື່ມເຕັມຄວາມຕ້ອງການນີ້ ເພື່ອຜົນປະໂຫຍດຂອງຊາດ ກໍຄືປະໂຫຍດຂອງນັກສຶກສາຂອງພວກເຮົາ ແລະ ນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ຽວລາວ.”

ເພື່ອໃຫ້ສອດຄ່ອງກັບຄວາມມຸ່ງໝັ້ນໃນການສ້າງຜົນໄດ້ຮັບທາງສັງຄົມ, ສູນດີມິດທ໌ ຈິ່ງໄດ້ເຂົ້າເຖິງຊຸມຊົນໃນເຂດຊົນນະບົດຢ່າງຈິງຈັງ, ພ້ອມທັງສະເໜີທຶນການສຶກສາ ແລະ ໃຫ້ຄວາມຊ່ວຍເຫຼືອທາງການເງິນແກ່ຜູ້ສະໝັກທີ່ມີຄຸນສົມບັດເໝາະສົມ ທີ່ຂາດຊ່ອງທາງດ້ານການສຶກສາຕາມລະບົບ. ທາງສູນໄດ້ໃຫ້ສະໜັບສະໜູນບັນດານັກສຶກສາເຫຼົ່ານີ້ ນັບແຕ່ຫຼັກສູດການຝຶກອົບຮົມ ລວມເຖິງຄ່າເດີນທາງຈາກບ້ານເກີດໄປຍັງນະຄອນຫຼວງວຽງຈັນ ພ້ອມຍັງມີຄ່າຫ້ອງພັກ ແລະ ຄ່າອາຫານນໍາອີກ. “ການຍົກລະດັບທັກສະໃນອຸດສາຫະກໍາການທ່ອງທ່ຽວຂອງລາວ ນັ້ນກໍໝາຍຄວາມວ່າ ພວກເຮົາຕ້ອງການກຳລັງແຮງງານຫຼາຍຂຶ້ນ. ການທ່ອງທ່ຽວຖື​ເປັນ​ວິທີການ​ອັນ​ດີ​ທີ່ຊ່ວຍ​ໃຫ້​ຜູ້​ດ້ອຍ​ໂອກາດສາມາດ​ປ່ຽນ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງພວກ​ເຂົາ ​ທັງຫຼຸດພົ້ນອອກຈາກ​ວົງຈອນຂອງ​ຄວາມທຸກ​ຍາກ,” ທ່ານ ນາງ ນິກກີ້ກ່າວຢໍ້າ. ດ້ວຍ​ການ​ເສີມສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ​ໃນເຂດຊົນ​ນະ​ບົດ​ ໃນການຍົກລະດັບ​ທັກ​ສະ​ທີ່​ຈຳ​ເປັນ, ສະ​ຖາ​ບັນ​ໄດ້​ເປີດ​ປະ​ຕູຕ້ອນຮັບບັນດານັກສຶກສາ ​ເຊິ່ງເຄີຍມີຄັ້ງໜຶ່ງທີ່ບໍ່​ສາ​ມາດ​ບັນ​ລຸຜົນສໍາເລັດ​ໄດ້ນັ້ນ ພ້ອມມາເຕີມເຕັມກໍາລັງໃຈເຂົ້າ​ສູ່​ຄວາມ​ຝັນ ແລະ ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ ທີ່ເມື່ອກ່ອນເຄີຍຖືກຈໍາກັດ​ຢູ່ສະເພາະໃນໝູ່​ບ້ານ​ຫ່າງ​ໄກ​ສອກ​ຫຼີກ.

ຜູ້ທີ່ສໍາເລັດການຝຶກອົບຮົມທີ່ມາຈາກພື້ນຖານຊົນນະບົດເຫຼົ່ານີ້ ໄດ້ເດີນທາງກັບຄືນສູ່ຊຸມຊົນຂອງພວກຕົນ ເພື່ອເປັນສັນຍານຂອງແຮງບັນດານໃຈ, ປູກຝັງຄວາມຫວັງ ແລະ ກະຕຸ້ນຄວາມປາຖະໜາ ທີ່ຈະເຕີບໂຕດ້ວຍຕົນເອງໃນກຸ່ມຂອງໄວໜຸ່ມຮຸ່ນໃໝ່. ແຮງປາຖະໜານີ້ ມີສັກກາຍະພາບໃນການປ່ຽນແປງທົ່ວທັງຊຸມຊົນ ທີ່ສາມາດຂັບເຄື່ອນພວກເຂົາໄປສູ່ອະນາຄົດອັນສົດໃສ ແລະ ມີຄວາມໝັ້ນຄົງຫຼາຍຂຶ້ນ.

ໃນຂະນະທີ່ສູນຝຶກກ້າວເຂົ້າສູ່ການດຳເນີນງານຢ່າງເຕັມຮູບແບບ, ຜົນໄດ້ຮັບທີ່ມີຕໍ່ອຸດສະຫະກຳການບໍລິການໃນລາວ ກໍຈະມີຄວາມແໜ້ນແຟ້ນຢ່າງທີ່ບໍ່ສາມາດປະຕິເສດໄດ້. ສູນຝຶກດີມິດທ໌ ໄດ້ຢຶດໝັ້ນຕໍາແໜ່ງຂອງຕົນ ໃນຖານະເປັນແຮງຜັກດັນແຫ່ງການປ່ຽນແປງ, ຊ່ວຍໃຫ້ຜູ້ຄົນສາມາດກ້າວຂ້າມມາຢູ່ເໜືອສະຖານະການ ທັງກໍານົດເສັ້ນທາງສູ່ຄວາມສໍາເລັດໄດ້. ເມື່ອບັນດາມືອາຊີບຫາກຕ້ອງການຍ່າງຜ່ານປະຕູຂອງຕົນ, ພວກເຂົາຍ່ອມໄດ້ຮັບການຕ້ອນຮັບດ້ວຍໂອກາດອັນຫຼາກຫຼາຍ ລວມທັງຄໍາໝັ້ນສັນຍາແຫ່ງອະນາຄົດອັນສົດໃສ ບວກກັບຄໍາເຊື້ອເຊີນເພື່ອໂອບອ້ອມຄວາມຝັນ ແລະ ເລີ່ມຕົ້ນເດີນທາງແຫ່ງການປ່ຽນແປງໃໝ່.

ຂໍ້ມູນເພີ່ມເຕີມ
ຖ້າຕ້ອງການລົງທະບຽນຮຽນໃນຫຼັກສູດ ຫຼື ສຶກສາຂໍ້ມູນເພີ່ມຕື່ມ ສາມາດເຂົ້າເບິ່ງທີ່ເວັບໄຊ dfictlao.com

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ນຸທະພອນ ສິມມະວົງ

Read More

Related Articles