ຄວາມເປັນຢູ່ທີ່ດີຂອງພະນັກງານ

Author:

Category:

spot_img

ພົບກັບບັນດາທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມໃນລາວ

ເມື່ອບໍ່ດົນຜ່ານມາ, ໂຮງແຮມ ອັງສານາແມ່ຊົງ ສຸວັນນະພູມ ແລະ ແອນນິເມິລ ດອກເຕີຣ໌ ອິນເຕີເນຊັ່ນແນລ (Animal Doctors International) ໄດ້ຮັບເລືອກໃຫ້ເປັນຜູ້ຊະນະເລີດອັນດັບທີ 1 ໃນລາງວັນທຸລະກິດດີເດັ່ນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມລາວ ປະຈໍາປີ 2023, ເຊິ່ງໄດ້ພິສູດໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຈິງຈັງ ໃນການດໍາເນີນທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຜົນໃນເຊີງບວກຕໍ່ຄວາມ​ເປັນ​ຢູ່ທີ່ດີ​ຂອງພະນັກງານ. ການອຸທິດຕົນເພື່ອຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນທຸລະກິດ ໄດ້ສະແດງໃຫ້ເຫັນວ່າ ທຸລະກິດທັງສອງນີ້ ກໍາລັງເປັນຕົ້ນແບບທີ່ໂດດເດັ່ນທີ່ທຸລະກິດອື່ນໆຈະເອົາເປັນແບບຢ່າງ.

ການມອບລາງວັນທຸລະກິດດີເດັ່ນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມລາວ ໄດ້ຈັດຂຶ້ນຄັ້ງທໍາອິດໃນປີ 2021, ເຊິ່ງເປັນແນວຄວາມຄິດຂອງສະຖານທູດ ການາດາ ປະຈໍາ ສປປ ລາວ ແລະ ອົງການ ຊິວິທັສ ຄອນຊັລຕິ້ງ (Civitas Consulting). ລາງວັນດັ່ງກ່າວໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ໂດຍມີຄູ່ຮ່ວມງານເພີ່ມຫຼາຍຂຶ້ນໃນແຕ່ລະປີ ເພື່ອຊ່ວຍໃນການຈັດຕັ້ງ, ສະໜັບສະໜູນ ແລະ ຕັດສິນຜົນລາງວັນ.

ໂຮງແຮມ ອັງສານາແມ່ຊົງ ສຸວັນນະພູມ
ໂຮງແຮມ ອັງສານາແມ່ຊົງ ສຸວັນນະພູມ ໃນຫຼວງພະບາງ ຜູ້ຊະນະເລີດ “ລາງວັນທຸລະກິດຂະໜາດໃຫຍ່”, ເຊິ່ງໂດດເດັ່ນໃນຖານະສັນຍະລັກແຫ່ງການດໍາເນີນທຸລະກິດແບບລວມສູນ ແລະ ມີຄວາມຮັບຜິດຊອບ, ໂດຍເນັ້ນປະຕິບັດຕາມແນວທາງ “8 ເສົາຄໍ້າແຫ່ງຄວາມເປັນຢູ່ທີ່ດີ” ເພື່ອການມີສ່ວນຮ່ວມຂອງພະນັກງານ ທີ່ແນໃສ່ການເສີມສ້າງແຮງບັນດານໃຈ.

ໂຮງແຮມດັ່ງກ່າວໄດ້ທຸ້ມເທເຫື່ອແຮງເຂົ້າໃນການຈັດຝຶກອົບຮົມ ໂດຍປັດສະຈາກທຸກການຈໍາແນກ ແລະ ການພັດທະນາວິຊາຊີບ ເຊິ່ງເຫັນໄດ້ຊັດເຈນຈາກວັດທະນະທໍາການຮຽນຮູ້ແບບກວມລວມຂອງໂຮງແຮມ. ພວກເຂົາໄດ້ເປີດໂອກາດແຫ່ງການຮຽນຮູ້ ທັງແບບເປັນທາງການ ແລະ ບໍ່ເປັນທາງການ, ໂດຍເນັ້ນໃສ່ການຝຶກສະຕິ ເພື່ອຮັບມືກັບຄວາມຕຶງຄຽດ ແລະ ສົ່ງເສີມກອບຄວາມຄິດແບບເຕີບໂຕ. ທາງໂຮງແຮມໄດ້ລິເລີ່ມໂຄງການຕ່າງໆ ເຊັ່ນ ການຝຶກສະຕິໃນແຕ່ລະວັນ ໃນຊ່ວງການບັນລະຍາຍແບບສັ້ນໆຂອງພະແນກ ແລະ ຊົ່ວໂມງຮຽນພາສາອັງກິດເປັນປະຈໍາ ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການເບິ່ງແຍງພະນັກງານໃຫ້ມີຄວາມເຕີບໃຫຍ່ ທັງດ້ານຊີວິດສ່ວນຕົວ ແລະ ດ້ານວິຊາຊີບ.

ໂຮງແຮມ ອັງສານາແມ່ຊົງ ສຸວັນນະພູມ ຍັງມີຄວາມເປັນເລີດໃນການສົ່ງເສີມໃຫ້ມີຄວາມຫຼາກຫຼາຍ ແລະ ຮັບປະກັນບໍ່ໃຫ້ມີການແບ່ງແຍກໃນບ່ອນເຮັດວຽກ. ພວກເຂົາໄດ້ເອົາໃຈໃສ່ໃນການເສີມສ້າງຄວາມເຂັ້ມແຂງໃຫ້ກັບທີມງານຂອງຕົນໃນທຸກລະດັບ, ເປັນຜົນໃຫ້ທີມງານແຕ່ລະຄົນ ມີຄວາມຮູ້ສຶກຄືກັບວ່າຕົນເປັນເຈົ້າຂອງ ແລະ ມີຄວາມສາມາດໃນການຕັດສິນໃຈ ເຊິ່ງນໍາໄປສູ່ຄວາມຮູ້ສຶກໃນການເປັນສ່ວນໜຶ່ງຂອງຄວາມຊື່ສັດ ແລະ ມີຄວາມມຸ່ງໝັ້ນ.

ນອກຈາກນີ້, ທາງໂຮງແຮມຍັງເລັງເຫັນຄວາມສໍາຄັນໃນຄວາມສະເໝີພາບດ້ານບົດບາດຍິງຊາຍ ແລະ ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ໂດຍຜ່ານການຊຸກຍູ້ສົ່ງເສີມວັດທະນະທໍາທີ່ສະໜັບສະໜູນແກ່ແມ່ຍິງໃນບ່ອນເຮັດວຽກ. ໂຮງແຮມດັ່ງກ່າວ ມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ ທຸກຄົນລ້ວນແຕ່ມີຄວາມສໍາຄັນ ແລະ ພວກເຂົາຈະຕ້ອງໄດ້ສ້າງເວທີໂຕະມົນ ເພື່ອເປີດໂອກາດໃຫ້ທຸກຄົນສາມາດແບ່ງປັນແນວຄວາມຄິດ ແລະ ທັດສະນະຂອງຕົນໄດ້.

ໃນການທຸ້ມເທເພື່ອຄວາມຍືນຍົງ ໄດ້ກວມເອົາການອະນຸລັກຊັບພະຍາກອນ, ການໃຫ້ຄວາມສໍາຄັນກັບສິ່ງແວດລ້ອມ, ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນ ໂດຍຜ່ານການສຶກສາ ແລະ ການມີສ່ວນຮ່ວມຂອງຊຸມຊົນ. ໃນການລິເລີ່ມຕ່າງໆນັ້ນ ລວມມີ ການຫຼຸດຜ່ອນການນໍາໃຊ້ຢາງພລາສຕິກແບບໃຊ້ຄັ້ງດຽວ ແລະ ກິດຈະກໍາທໍາຄວາມສະອາດຊຸມຊົນ ທີ່ໄດ້ເປັນຕົວຢ່າງທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ໃນການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ ເຊິ່ງບໍ່ພຽງແຕ່ຈະເປັນປະໂຫຍດຕໍ່ພະນັກງານຂອງພວກຕົນເທົ່ານັ້ນ, ແຕ່ຍັງເປັນປະໂຫຍດຕໍ່ຊຸມຊົນ ແລະ ສິ່ງແວດລ້ອມໃນບໍລິເວນກວ້າງນໍາອີກ.

ແອນນິເມິລ ດອກເຕີຣ໌ ອິນເຕີເນຊັ່ນແນລ
(Animal Doctors International)
ແອນນິເມິລ ດອກເຕີຣ໌ ອິນເຕີເນຊັ່ນແນລ ເຊິ່ງເປັນໜ່ວຍງານທີ່ໃຫ້ບໍລິການດ້ານສັດຕະວະແພດ ທີ່ມີຄລີນິກຕັ້ງຢູ່ໃນປະເທດລາວ ແລະ ພາກພື້ນອື່ນໆ, ໄດ້ຮັບລາງວັນຊະນະເລີດ ປະເພດທຸລະກິດຂະໜາດນ້ອຍ ໃນງານປະກາດມອບລາງວັນທຸລະກິດດີເດັ່ນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມລາວ ປະຈໍາປີນີ້. ຄວາມມຸ່ງໝັ້ນຕັ້ງໃຈຂອງ​ພວກ​ເຂົາ​ໃນ​ການ​ສ້າງ​ຄວາມເປັນຢູ່ທີ່ດີຂອງພະນັກງານ ໂດຍແນໃສ່ຈຸດປະສົງສໍາຄັນ 4 ດ້ານ ໄດ້ແກ່: ການຮັບປະກັນສະຖານທີ່ເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະພາບ, ການມອບໂອກາດໃນການເຕີບໂຕ ທັງດ້ານສ່ວນຕົວ ແລະ ວິຊາຊີບ, ສົ່ງເສີມຄວາມສໍາພັນອັນເຂັ້ມແຂງໃນທີມງານ, ແລະ ສົ່ງເສີມຄວາມສົມດູນລະຫວ່າງວຽກງານ ແລະ ຊີວິດສ່ວນຕົວ.

ໜ່ວຍງານດັ່ງກ່າວ ມີຄວາມເປັນເລີດໃນດ້ານ ສຸຂະພາບ ແລະ ຄວາມປອດໄພໃນອາຊີບ ໂດຍມີໂຄງການຝຶກອົບຮົມກ່ຽວກັບຄວາມປອດໄພໃນການເຮັດວຽກທີ່ເຂັ້ມງວດ ເຊິ່ງເຮັດໃຫ້ບໍ່ມີການບາດເຈັບເກີດຂຶ້ນໃນການເຮັດວຽກໃນໄລຍະ 5 ປີຜ່ານມາ. ພວກເຂົາໃຫ້ຄວາມສໍາຄັນຕໍ່ສຸຂະພາບ ແລະ ຄວາມປອດໄພຂອງທີມງານ, ໂດຍຈັດຫາເຄື່ອງມື ແລະ ຈັດຝຶກອົບຮົມທີ່ຈໍາເປັນ ເພື່ອຮັບມືກັບບັນຫາທີ່ທ້າທາຍໃນອາຊີບຂອງພວກເຂົາ.

ພວກເຂົາໄດ້ສົ່ງເສີມການລາພັກ ແລະ ພັກຜ່ອນຈາກການເຮັດວຽກ ໂດຍໃຫ້ຂໍ້ສະເໜີຕາຕະລາງການເຮັດວຽກທີ່ບໍ່ມີຂໍ້ກໍານົດຕາຍໂຕໃນເລື່ອງເວລາ, ທາງເລືອກໃນການເຮັດວຽກອອນລາຍ, ແລະ ການລາພັກແບບໄດ້ຄ່າຈ້າງສໍາລັບເລື່ອງສ່ວນຕົວ ແລະ ຄອບຄົວ. ໃນການສົ່ງເສີມຄວາມສົມດູນລະຫວ່າງວຽກງານ ແລະ ຊີວິດສ່ວນຕົວນີ້ ສະທ້ອນໃຫ້ເຫັນຈາກອັດຕາການລາອອກຂອງພະນັກງານໃນລະດັບທີ່ຕໍ່າຢ່າງໜ້າເຫຼືອເຊື່ອ.

ຈຸດແຂງທີ່ເປັນເອກະລັກສະເພາະອັນທີໜຶ່ງກໍຄື ການມີສ່ວນຮ່ວມຂອງພະນັກງານໃນການຕັດສິນໃຈ. ພວກເຂົາໄດ້ປູກຝັງວັດທະນະທໍາຂອງການບໍ່ແບ່ງແຍກ ແລະ ການເຮັດວຽກຮ່ວມກັນ ໂດຍເປີດໂອກາດໃຫ້ພະນັກງານສາມາດປະກອບສ່ວນໄດ້ຢ່າງຫ້າວຫັນ ໃນການຕັດສິນໃຈທີ່ສໍາຄັນ. ວິທີການນີ້, ຊ່ວຍສົ່ງເສີມຄວາມຮູ້ສຶກໃນການເປັນເຈົ້າຂອງ ແລະ ຊ່ວຍເສີມສ້າງຄວາມເຂັ້ມແຂງໃນກຸ່ມທີມງານໄດ້.

ແອນນິເມິລ ດອກເຕີຣ໌ ອິນເຕີເນຊັ່ນແນລ ຍັງໄດ້ປະກອບສ່ວນສໍາຄັນກັບພາກສ່ວນກ່ຽວຂ້ອງຕ່າງໆນອກເໜືອຈາກພະນັກງານຂອງພວກຕົນ, ໂດຍມີການຮ່ວມມືກັບຊຸມຊົນ ແລະ ອົງການຈັດຕັ້ງຂອງທ້ອງຖິ່ນ ເພື່ອສະໜັບສະໜູນປັດໄຈທາງສັງຄົມ ແລະ ສິ່ງແວດລ້ອມ. ການມີສ່ວນຮ່ວມດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການຈັດຕັ້ງປະຕິບັດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນຄວາມສໍາພັນທີ່ດີພາຍໃນຊຸມຊົນນໍາອີກ.

ເວົ້າລວມແລ້ວ, ທັງໂຮງແຮມ ອັງສານາແມ່ຊົງ ສຸວັນນະພູມ ແລະ ແອນນິເມິລ ດອກເຕີຣ໌ ອິນເຕີເນຊັ່ນແນລ ລ້ວນແຕ່ເຮັດໜ້າທີ່ເປັນແບບຢ່າງທີ່ຊັດເຈນ ໃນການດໍາເນີນທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ, ໃຫ້ຄວາມສໍາຄັນຕໍ່ຄວາມເປັນຢູ່ທີ່ດີຂອງພະນັກງານ. ຄວາມມຸ່ງໝັ້ນຕັ້ງໃຈຂອງ​ພວກເຂົາ ໃນ​ການ​ສ້າງ​ບ່ອນ​ເຮັດ​ວຽກທີ່ດີຕໍ່ສຸຂະພາບ, ມີຄວາມປອດໄພ ແລະ ການເຕີບໃຫຍ່ທັງດ້ານສ່ວນຕົວ ແລະ ວິຊາຊີບ, ການສະໜັບສະໜູນສະພາບແວດລ້ອມໃນການເຮັດວຽກ ບໍ່ສະເພາະແຕ່ຊ່ວຍໃຫ້ພວກເຂົາໄດ້ຮັບການຍອມຮັບເທົ່ານັ້ນ, ແຕ່ຍັງສົ່ງຜົນໃນທາງບວກຕໍ່ການຂະຫຍາຍຕົວຢ່າງກວ້າງຂວາງ ນອກເໜືອທຸລະກິດທີ່ພວກເຂົາດໍາເນີນຢູ່. ທຸລະກິດທີ່ຊະນະເລີດທັງສອງລາຍນີ້ ໄດ້ກໍານົດມາດຕະຖານ ສໍາລັບການດໍາເນີນທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມໃນລາວ, ທັງໄດ້ກາຍເປັນແຮງບັນດານໃຈແກ່ທຸລະກິດອື່ນໆ ໃນການປະຕິບັດຕາມການນໍາພາຂອງຕົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມຍືນຍົງ.

ລາງວັນທຸລະກິດດີເດັ່ນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມລາວ ປະຈໍາປີ 2023 ຖືກຈັດຂຶ້ນ ແລະ ໄດ້ຮັບການສະໜັບສະໜູນຈາກ ສະພາການຄ້າອົດສະຕາລີ ປະຈໍາລາວ, ກຸ່ມທຸລະກິດອັງກິດ ປະຈໍາລາວ, ສະພາການຄ້າ ແລະ ອຸດສາຫະກໍາເອິຣົບ ປະຈໍາລາວ, Civitas Consulting, ສະຖານທູດ ການາດາ, ສະຫະຣາຊະອານາຈັກອັງກິດ ແລະ ສະຫະພາບເອີຣົບ.

ຂໍ້ມູນເພີ່ມເຕີມ
ສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບ
ທຸລະກິດເຫຼົ່ານີ້ທີ່:

ໂຮງແຮມ ອັງສານາແມ່ຊົງ ສຸວັນນະພູມ:
angsana.com/laos/souvannaphoum

Animal Doctors International:
theanimaldoctors.org

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ຄະນະຈັດງານມອບລາງວັນທຸລະກິດດີເດັ່ນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມລາວ ປະຈໍາປີ 2023

Read More

Related Articles