ການປະດິດແປຮູບເຫຼັກລະດັບໂລກໃນລາວ

Author:

Category:

spot_img

ເມື່ອເອີ່ຍເຖິງການປະດິດແປຮູບເຫຼັກແວດໂຊແມ່ນຢູ່ແຖວໜ້າລະດັບໂລກ.

ໂຮງງານຂອງບໍລິສັດ ແວດໂຊລາວ ແມ່ນຕັ້ງຢູ່ໃນເຂດຊານເມືອງ ນະຄອນຫຼວງວຽງຈັນ, ຫຼັກກິໂລແມັດ 16. ທີ່ນີ້ແມ່ນແຫຼ່ງອອກແບບ ແລະ ຜະລິດອຸປະກອນກົນຈັກເຊັ່ນ: ທໍ່ເຫຼັກ, ປະຕູນໍ້າ, ລະບົບເປີດປິດປະຕູນໍ້າ ແລະ ເຄື່ອງມືສຳລັບອຸດສາຫະກຳພະລັງງານໄຟຟ້ານໍ້າຕົກ ຕະຫຼອດຮອດການແປຮູບເຫຼັກທົ່ວໄປສຳລັບອຸດສາຫະກຳບໍ່ແຮ່ ແລະ ການກໍ່ສ້າງ, ເຊີ່ງມີແຫ່ງດຽວໃນລາວ. 

ບໍລິສັດ Whessoe ເລີ່ມກໍ່ຕັ້ງເມື່ອ 230 ປີກ່ອນ ທີ່ປະເທດ ອັງກິດ ແລະ ຕັ້ງແຕ່ປີ 1999 ກໍ່ໄດ້ຍ້າຍສຳນັກງານໃຫຍ່ມາຕັ້ງທີ່ປະເທດ ມາເລເຊຍ. ບໍລິສັດ Whessoe ໄດ້ມີປະຫວັດການດຳເນີນງານໃນລາວມາດົນນານແລ້ວ ເປັນໄລຍະເວລາກວ່າ 12 ປິ  ເຊີ່ງໄດ້ສະໜອງອຸປະກອນ ແລະ ການບໍລິການໃຫ້ແກ່ຫຼາຍໆໂຄງການ ເປັນຕົ້ນແມ່ນໂຄງການ ເຂື່ອນໄຟຟ້ານໍ້າງື່ມ 2 ແລະ ອີກ 2 ໂຄງການທີ່ຍັງສືບຕໍ່ດຳເນີນງານໃນປະຈຸບັນກໍ່ຄື ໂຄງການເຂື່ອນໄຟຟ້າໄຊຍະບູລີ ແລະ ໂຄງການເຂື່ອນໄຟຟ້ານໍ້າກົງ 3. ໃນປີ 2013, ເຈົ້າຂອງບໍລິສັດ Whessoe ໄດ້ເລັງເຫັນເຖິງໂອກາດໃນການດຳເນີນທຸລະກິດໃນລາວຈິ່ງໄດ້ ລົງທືນສ້າງໂຮງງານຖາວອນທີ່ນະຄອນຫຼວງວຽງຈັນ.

ດ້ວຍລະບົບການຜະລິດ ແລະ ເຄື່ອງມືທີ່ທັນສະໄໝ, ໂຮງງານຂອງບໍລິສັດ Whessoe ສາມາດຜະລິດອຸປະກອນສຳລັບອຸດສາຫະກຳໜັກໃນລະດັບມາດຕະຖານສາກົນໄດ້ເອງພາຍໃນປະເທດ, ໂດຍບໍ່ຈໍາເປັນທີ່ຈະນໍາເຂົ້າອຸປະກອນດັ່ງກ່າວຈາກຕ່າງປະເທດອີກຕໍ່ໄປ. ບໍລິສັດ Whessoe ມີຄວາມພາກພູມໃຈໃນຄຸນນະພາບ ແລະ ການຜະລິດຂອງຕົນ ທີ່ໄດ້ຄຸນນະພາບຕາມມາດຕະຖານ ISO ເຊິ່ງເປັນລະບົບການຄຸ້ມຄອງດ້ານຄຸນນະພາບໃນລະດັບໂລກ. ບໍລິສັດຕັ້່ງໃຈທຸ້ມເທດຳເນີນການຜະລິດເພື່ອເປັນທາງເລືອກທຳອິດ ແລະ ທາງເລືອກທີ່ດີທີ່ສຸດຂອງລູກຄ້າ ໃນວຽກງານການແປຮູບເຫຼັກ ແລະ ຜະລິດເຄື່ອງມື ອຸປະກອນສຳລັບອຸດສາຫະກຳໜັກ ເຊັ່ນ: ການຜະລິດເຄື່ອງກົນຈັກ, ການຂັດເງົາ ແລະ ການບໍາລຸງຮັກສາອຸປະກອນກົນຈັກ ທີ່ນຳໃຊ້ໃນວຽກງານການຜະລິດພະລັງງານໄຟຟ້ານໍ້າຕົກ, ບໍລິສັດໄດ້ກາຍເປັນຜູ້ຈັດຈໍາໜ່າຍທີ່ມີຄຸນນະພາບ ແລະ ໄດ້ຮັບ
ຄວາມໄວ້ວາງໃຈຕະຫຼອດມາຈາກລູກຄ້າເກົ່າ ໃນຂົງເຂດວຽກງານການຜະລິດເຂື່ອນໄຟຟ້າພະລັງງານນໍ້າຕົກ ແລະ ການຂຸດຄົ້ນບໍ່ແຮ່ ເຊັ່ນ : ບໍລິສັດ ຊໍ ການຊ່າງ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE), ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ (NTPC), ບໍລິສັດ ພູເບ້ຍ ມາຍນິ້ງ ຈໍາກັດ ແລະ ບໍລິສັດ ລ້ານຊ້າງ ມິນເນໂຣນສ໌ ຈຳກັດ ເປັນຕົ້ນ. 

ນອກຈາກໂຮງງານທີ່ຕັ້ງຢູ່ນະຄອນຫຼວງວຽງຈັນແລ້ວ,ຈຸດເດັ່ນອີກຢ່າງໜື່ງຂອງ Whessoe ແມ່ນທາງບໍລິສັດສາມາດຈັດສະຖານທີ່ສຳລັບການແປຮູບເຫຼັກຢູ່ພື້ນທີ່ໂຄງການ, ເປັນຕົ້ນແມ່ນ ໂຄງການ ເຂື່ອນໄຟຟ້າໄຊຍະບູລີ. ທີ່ເຂື່ອນໄຊຍະບູລີ, ໂດຍການສະໜັບສະໜູນຈາກທີມງານຊ່ຽວຊານຂອງບໍລິສັດ Whessoe ຈາກປະເທດ ມາເລເຊຍ, ອັງກິດ ແລະ ຟິລິບປິນ, Whessoe ໄດ້ອອກແບບ,  ແປຮູບເຫຼັກ ແລະ ຕິດຕັ້ງປະຕູນໍ້າເລື່ອນຂະໜາດໃຫຍ່ທີ່ສຸດຂອງໂລກ ແລະ ຍັງມີສ່ວນປະກອບອື່ນໆເຊັ່ນ ປະຕູລະບາຍນໍ້າ,ຕາໜ່າງກັນຂີ້ເຫື້ຍອ,ລະບົບທໍ່ສົ່ງນໍ້າໄປຊ່ວຍໃບພັດ ທີ່ນຳໃຊ້ໃນການຄວບຄຸມການໄຫຼຂອງນໍ້າໄປຫາໃບພັດຂະໜາດໃຫ່ຍ ເຊິ່ງຖືວ່າເປັນໂຄງການພະລັງງານໄຟຟ້ານໍ້າຕົກທີ່ໃຫຍ່ທີ່ສຸດຂອງລາວ. ໂຄງການດັ່ງກ່າວນຳໃຊ້ເຫຼັກຫຼາຍກວ່າ 33,000 ໂຕນ.

ໃນປັດຈຸບັນ, ພາກສ່ວນອຸດສາຫະກຳຂຸດຄົ້ນບໍ່ແຮ່ແມ່ນໄດ້ໃຊ້ບໍລິການຈາກທີມຊ່ຽວຊານຂອງບໍລິສັດ Whessoe ຢ່າງເຕັມຮູບແບບ, ທັງເປັນການສະໜັບສະໜູນບໍລິສັດພາຍໃນປະເທດ ແລະ ຍັງສາມາດປະຫຍັດເວລາ ແລະ ງົບປະມານໄດ້ເພີ່ມອີກດ້ວຍ. ບໍລິສັດ Whessoe ໄດ້ໃຫ້ການບໍລິການທີ່ຫຼາກຫຼາຍແກ່ອຸດສາຫະກຳຂຸດຄົ້ນບໍ່ແຮ່ ເຊັ່ນ ຜະລິດບ້ວງລົດຈົກ, ໃບມີດລົດເກດ,ໃບມີດເຫຼັກປະສົມສະແຕນເລດ ລວມທັງ ແຮງງານ ແລະ ການແປຮູບໂຄ້ງສ້າງເຫຼັກທົ່ວໄປ.

ຜູ້ອຳນວຍການຂອງບໍລິສັດ Whessoe ລາວ, ທ່ານ ວາເລກ ຣອສ໌  (Mr. Wallace Ross) ໄດ້ກ່າວວ່າ “ສຳລັບ  Whessoe, ຄຸນນະພາບຕ້ອງມາເປັນອັນດັບໜື່ງ. ລູກຄ້າເລືອກທີ່ຈະເຮັດວຽກຮ່ວມກັບພວກເຮົາຍ້ອນພວກເຂົາໝັ້ນໃຈວ່າ Whessoe ສາມາດຕອບສະໜອງຕາມທີ່ພວກເຂົາຕ້ອງການ”,ເພິ່ນໄດ້ກ່າວເສີມຕື່ມອີກວ່າຊື່ສຽງຂອງເຮົາຖືກສ້າງຂື້ນມາຈາກຄວາມເປັນເອກະລັກແລະຄວາມຄິດຍືດໝັ້ນຂອງພວກເຮົາ. ແນວຄວາມຄິດທີ່ຍຶດໝັ້ນ ແລະ ການຖືຄະຕິພວກເຮົາເຮັດໄດ້ຖືເປັນກະແຈສຳຄັນທີ່ເຮັດໃຫ້ພວກເຮົາປະສົບຄວາມສຳເລັດໃນໂຄງການຕ່າງໆ ແລະ ສ້າງໃຫ້ພວກເຮົາກາຍເປັນອັນດັບໜື່ງທາງດ້ານນີ້.”

ຜູ້ຈັດການທົ່ວໄປຂອງບໍລິສັດ Whessoe ລາວ, ທ່ານ ໄມເຄິນ ສິມຄັອກ (Mr. Michael Simcock ) ໄດ້ກ່າວເຖິງພາລະກິດໃນອະນາຄົດວ່າ, “ພວກເຮົາຮູ້ສືກພາກພູມໃຈຫຼາຍໃນທຸລະກິດທີ່ພວກເຮົາສ້າງຂື້ນ ແລະ ນີ້ເປັນພຽງການເລີ່ມຕົ້ນຂອງພວກເຮົາເທົ່ານັ້ນ. ພວກເຮົາຢາກຈະແນະນຳບັນດາຂະແໜງການອຸດສາຫະກຳໜັກໄດ້ຮູ້ວ່າ ຄຳວ່າ ‘Made in Laos’ ເປັນທາງເລືອກໜື່ງ ແລະ Whessoe ເປັນຄູ່ຮ່ວມທຸລະກິດທີ່ທ່ານສາມາດເຊື່ອໝັ້ນໄດ້ໃນລາວ ທາງດ້ານການແປຮູບເຫຼັກໃຫ້ໄດ້ຕາມມາດຕະຖານອັນສູງສຸດຂອງສາກົນ.”

ຜູ້ຈັດການຝ່າຍບໍລິຫານ, ທ່ານ ຄໍາສິງ ດາວົງ ໄດ້ກ່າວວ່າ: “ຖືເປັນເລື່ອງທີ່ໜ້າຍິນດີຢ່າງຍິ່ງ ທີ່ໄດ້ເຫັນບໍລິສັດສາກົນຂະໜາດໃຫ່ຍທີ່ສ້າງຕັ້ງຂື້ນຢູ່ໃນລາວ, ເຊີ່ງນໍາເອົາມາດຕະຖານລະດັບສູງ ແລະ ຄວາມຊໍານານງານລະດັບສາກົນຂອງພວກເຂົາມາໃຊ້ໃນລາວ. ບໍ່ພຽງແຕ່ຊ່ວຍຊຸກຍູ້ເສດຖະກິດເທົ່ານັ້ນ ແຕ່ຍັງໄດ້ສ້າງໂອກາດໃຫ້ແກ່ພົນລະເມືອງລາວຈຳນວນຫຼວງຫຼາຍໃນການພັດທະນາທັກສະຂອງເຂົາເຈົ້າໃນອຸດສະຫະກຳໃໝ່.”

 

ຂໍ້ມູນເພີ່ມເຕີມ 

ທ່ານສາມາດຕິດຕໍ່ຜູ້ຈັດການທົ່ວໄປຂອງບໍລິສັດ ແວດໂຊລາວ.

ທ່ານ ໄມເຄິນ ສິມຄັອກ (Michael Simcock), ໄດ້ທີ່: michaelsimcock@whessoe.com.my

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ ພູນຊັບ ເທວົງສາ ແລະ Whessoe

Read More

Related Articles