ທ່ານກຳລັງອອນລາຍຢູ່

Author:

Category:

spot_img

ໃນປະຈຸບັນ, ມີຄວາມເປັນໄປໄດ້ສູງວ່າຜູ້ຄົນບໍ່ຄ່ອຍໄດ້ພິກໜ້າເຈ້ຍໜັງສືພິມ ຫຼື ສິ່ງພິມອື່ນໆເພື່ອຮັບຂ່າວສານ ແຕ່ວ່າປ່ຽນເປັນການເລື່ອນໜ້າຈໍໂທລະສັບ ຫຼື ຄອມພິວເຕີ້ ແທນເພື່ອອ່ານຂ່າວຈາກແຫຼ່ງອອນໄລນ໌ຕ່າງໆ.

ຍ້ອນກັບໄປເມື່ອ 20 ປີກ່ອນ, ເຮົາບໍ່ສາມາດທີ່ຈະຈິນຕະນາການໄດ້ເລີຍເຖິງຄວາມປ່ຽນແປງຂອງສັງຄົມປະຈຸບັນທີ່ອິນເຕີເນັດ ແລະ ການສື່ສານຜ່ານສື່ອອນໄລນ໌ຈະມີອິດທິພົນຕໍ່ການໃຊ້ຊີວິດທຸກມື້ນີ້. ແຕ່ທ່ານ ທະນູສອນ ພົນອາມາດ ໄດ້ເບິ່ງເຫັນອະນາຄົດທີ່ອິນເຕີເນັດຈະເປັນສິ່ງໜຶ່ງທີ່ສາມາດປ່ຽນໂລກເຮົາໄດ້. ທ່ານ ທະນູສອນ ຈົບການສຶກສາຈາກປະເທດເຢຍລະມັນໃນປີ 1966 ໃນສາຂາ ບໍລິຫານທຸລະກິດ.

“ໃນຫຼັກສູດການສຶກສາຂອງຂ້າພະເຈົ້າ,​ ເຊິ່ງມີການຮຽນກ່ຽວກັບໄອທີລວມນໍາໜ້ອຍໜຶ່ງ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ອິນເຕີເນັດແມ່ນສິ່ງໜຶ່ງທີ່ກຳລັງຈະປ່ຽນໂລກຂອງເຮົາ” ກ່າວໂດຍທ່ານ ທະນູສອນ.

“ຂ້າພະເຈົ້າໄດ້ເຫັນວ່າມັນຈະຊ່ວຍພັດທະນາປະເທດທີ່ທຸກຍາກໄດ້. ແຕ່ວ່າ, ເມື່ອຂ້າພະເຈົ້າກັບມາປະເທດລາວ ແມ່ນບໍ່ມີອິນເຕີເນັດຢູ່ບ້ານເຮົາ, ແລະ ຖ້າຫາກຕ້ອງການສົ່ງອີເມວ ແມ່ນຕ້ອງໄດ້ໃຊ້ເຄືອຂ່າຍຂອງປະເທດໄທ”

ເຮົາກຳລັງສົນທະນາກັນກັບທ່ານທະນູສອນຢູ່ທີ່ຫ້ອງການຂອງເພິ່ນ ບໍລິສັດ ແພລນເນັດ ອອນໄລນ໌, ບໍລິສັດທຳອິດທີ່ນໍາສະເໜີຄວາມເປັນໄປໄດ້ໃນໂລກໄຊເບີ (ໂລກເຕັກໂນໂລຢີຂໍ້ມູນຂ່າວສານ) ເຂົ້າມາໃນລາວ.

ປະຈຸບັນ, ແພລນເນັດເປັນໜຶ່ງໃນຜູ້ໃຫ້ບໍລິການດ້ານອິນເຕີເນັດ ທ່າມກາງຜູ້ໃຫ້ບໍລິການທັງລາຍນ້ອຍລາຍໃຫຍ່. ແຕ່ໃນຊ່ວງປີ 1996, ທ່ານ ທະນູສອນແລະຫຸ້ນສ່ວນ ໄດ້ພະຍາຍາມຢ່າງໜັກໃນການໂນ້ມນ້າວລັດຖະບານວ່າອານາຄົດແມ່ນຍຸກອອນໄລນ໌. ລາວຄິດຢາກຫົວທີ່ກັບສິ່ງທີ່ຜ່ານມາ, ແຕ່ກວ່າທີ່ຈະມາເຖິງຈຸດນີ້ໄດ້ກໍຄ່ອນຂ້າງລໍາບາກຫຼາຍ.

“ພວກເຮົາໄດ້ພະຍາຍາມໂນ້ມນ້າວລັດຖະບານວ່າການນໍາອິນເຕີເນັດເຂົ້າມາຈະມີຂໍ້ດີຫຼາຍກວ່າຂໍ້ເສຍ”

“ພວກເຮົາພຽງແຕ່ຕ້ອງຫາວິທີທາງໃນການປ້ອງກັນຂໍ້ເສຍນັ້ນໆ. ຂ້າພະເຈົ້າຄິດວ່າ ພວກເຮົາໃຊ້ເວລາປະມານ ສີ່ປີເພື່ອຈະໄດ້ ໃບຮັບອະນຸຍັດໃນການປະກອບການເປັນຜູ້ໃຫ້ບໍລິການດ້ານອິນເຕີເນັດ (ISP)”

ໃນຊ່ວງທີ່ລໍຖ້າໃບອະນຸຍາດ, ລາວແລະເພື່ອນຮ່ວມງານ ໄດ້ເປີດບໍລິສັດ ໄອທີ, ບໍລິສັດ ແພລນເນັດ ຄອມພິວເຕີ, ຂຶ້ນໃນປີ 1998 ເຊິ່ງເປັນຕົວແທນຂາຍຂອງບໍລິສັດໄອບີເອັມ ແລະ ໄດ້ເຮັດວຽກກັບອົງການນານາຊາດຕ່າງໆ ເພື່ອໃຫ້ບໍລິການດ້ານຄອມພິວເຕີ. ແພລນເນັດຍັງໄດ້ເປີດຮ້ານຄ້າຍ່ອຍ ໃນຕົວເມືອງວຽງຈັນ ແລະ ເຮັດໃຫ້ເຂົາເຈົ້າໄດ້ຮູ້ເຖິງຄວາມຕ້ອງການໃນການສົ່ງຂໍ້ມູນທາງອີເມວ.

“ນັກທ່ອງທ່ຽວມາຮ້ານເຮົາທີ່ຕັ້ງຢູ່ຖະໜົນໄຊເສດຖາ ແລະ ຖາມຫາແຕ່ຮ໋ອດເມວຕະຫຼອດ,” ລາວໄດ້ກ່າວໄວ້.

“ເຮົາໄດ້ພະຍາຍາມອະທິບາຍວ່າເຮົາຂາຍພຽງແຕ່ ຄອມພີວເຕີ, ແຕ່ຈາກນັ້ນ ມັນກໍເຮັດໃຫ້ເຮົາຮູ້ວ່າ ເມືອງນີ້ຕ້ອງການຮ້ານອິນເຕີເນັດ. ຖ້າຫາກຕ້ອງການອິນເຕີເນັດ ເປັນຫຍັງຄືບໍ່ເຊື່ອມຕໍ່ເຊີເວີ້ຈາກປະເທດໄທ ແລະ ທຸກຄົນກໍສາມາດນໍາໃຊ້ຮ໋ອດເມວໄດ້? ນັ້ນຄືຄວາມຄິດຂອງເຮົາໃນຕອນນັ້ນ”

ນັ້ນແມ່ນໃນປີ 1998, ແລະ ຮ້ານອິນເຕີເນັດທຳອິດໃນປະເທດກໍໄດ້ຖືກສ້າງຕັ້ງຂຶ້ນ. ລາຄາຄ່າບໍລິການຕໍ່ນາທີ ແມ່ນ 2 ໂດລາ ສໍາລັບລູກຄ້າເພື່ອເຂົ້າບັນຊີອອນລາຍຂອງພວກເຂົາ. ສິ່ງທີ່ໜ້າແປກໃຈແມ່ນ ບໍ່ມີໃຜສົນໃຈເລື່ອງລາຄາ, ຫຼາຍຄົນໃຊ້ເວລາ ບໍ່ເທົ່າໃດນາທີ ເພື່ອເບິ່ງອີເມວກ່ອນອອກໄປ ແລະ ມີຫຼາຍຄົນຢູ່ຮອດໜຶ່ງຊົ່ວໂມງຫຼືຫຼາຍກ່ວານັ້ນ.

“ຂ້ອຍບໍ່ຮູ້ວ່າພວກເຂົາເຮັດຫຍັງກັບອີເມວ, ແຕ່ຫຼັງຈາກນັ້ນພວກເຮົາກໍໄດ້ເລີ່ມຂະຫຍາຍຮ້ານໄປຕາມແຫຼ່ງນັກທ່ອງທ່ຽວຕ່າງໆ. ເຮົາໄດ້ເປີດຮ້ານອິນເຕີເນັດໃນ ວັງວຽງ, ຫຼວງພຣະບາງ ແລະຫຼວງນໍ້າທາ,” ທ່ານ ທະນູສອນໄດ້ກ່າວໄວ້.

ຫຼັງຈາກນັ້ນອິນເຕີເນັດ ກໍ່ໄດ້ຮັບການພັດທະນາຢ່າງຈິງຈັງ ແລະ ດີຂື້ນເລື້ອຍໆ, ແລະ ປະກົດມີຮ້ານອິນເຕີເນັດຫຼາຍຮ້ານເກີດຂື້ນ ໃນເວລາດຽວກັນກັບ ບໍລິສັດໂທລະຄົມມະນາຄົມຢ່າງເປັນທາງການແຫ່ງທຳອິດດຂອງລາວ, ລັດວິສາຫະກິດລາວໂທລະຄົມ,, ໄດ້ຖືກສ້າງຕັ້ງຂຶ້ນ ແລະ ເລີ່ມເປີດເປັນຜູ້ໃຫ້ບໍລິການດ້ານການສື່ສານ ແລະ ອີນເຕີເນັດ.

ແພລນເນັດໄດ້ພາດໂອກາດໃນການເປັນບໍລິສັດທໍາອິດທີ່ເປີດໃຫ້ບໍລິການໂທລະຄົມມະນາຄົມຢ່າງເປັນທາງການຂອງລາວ, ແຕ່ທ່ານ ທະນູສອນ ກ່າວວ່າ ບໍລິສັດພູມໃຈທີ່ໄດ້ວາງແນວທາງ, ແລະໃນຄວາມຈິງແລ້ວ ບໍລິສັດຍັງຄົງຄວາມເປັນທຸລະກິດອິດສະຫຼະຕໍ່ອີກຫຼາຍປີ.

ໃນທີ່ສຸດ, ໃນປີ 2000, ແພລນເນັດໄດ້ຮັບໃບອະນຸຍາດ ISP  ໃນຕອນທີ່ອິນເຕີເນັດຍັງເປັນລະບົບແບບຕໍ່ສາຍຢູ່, ແລະ ໄດ້ເຊັນສັນຍາເປັນຫຸ້ນສ່ວນກັບ ບໍລິສັດ ໂທລະຄົມລາວ ຫຼື ອີທີແອລໃນປີຕໍ່ມາ.

“ຖ້າບໍ່ໄດ້ຮ່ວມງານກັບບໍລິສັດດ້ານເຄື່ອຂ່າຍການສື່ສານ, ເຮົາຈະບໍ່ສາມາດໃຫ້ບໍລິການອິນເຕີເນັດທີ່ດີໄດ້,” ທ່ານ ທະນູສອນໄດ້ກ່າວໄວ້.

“ເຮົາຮ່ວມງານກັບ ອີທີເອລ ເປັນເວລາສອງປີ, ຈົນພວກເຂົາຮຽນຮູ້ພໍທີ່ຈະເລີ່ມໃຫ້ບໍລິການອິນເຕີເນັດຂອງພວກເຂົາເອງ. ດັ່ງນັ້ນເຮົາຕັດສິນໃຈວ່າແຍກອອກເປັນບໍລິສັດອິດສະຫຼະ, ແລະນັ້ນແມ່ນຈຸດທີ່ເຮົາເລີ່ມຫັນມາໃຫ້ບໍລິການ ໄວຟາຍ ໃນປີ 2004.”

ຄົນທ້ອງຖິ່ນ ຫຼື ຄົນທີ່ຢູ່ນະຄອນຫຼວງວຽງຈັນມາດົນ ອາດຈະຈື່ໄດ້ສະໄໝກ່ອນ, ໄວຟາຍໃນສະຖານທີ່ສາທາລະນະເຊັ່ນ ຮ້ານ ໂຈມາ ຄາເຟ, ຊຶ້ເວລາເປັນເຄິ່ງຊົ່ວໂມງ ກັບ ກາເຟໃນລາຄາສູງເພື່ອນັ່ງຫຼິ້ນອີນເຕີເນັດໃນຮ້ານ. ແຕ່ໃນປະຈຸບັນ, ມັນເປັນໄປບໍ່ໄດ້ເລີຍທີ່ຈະຈິນຕະນາການເຖິງການໃຫ້ບໍລິການທີ່ບໍ່ມີອິນເຕີເນັດມາກ່ຽວຂ້ອງ. ທ່ານ ທະນູສອນ ກ່າວວ່າ ແພລນເນັດ ແນໃສ່ລູກຄ້າອົງກອນເປັນຫຼັກ,  ລວມທັງບັນດາທະນາຄານໃນປະເທດ. ແທນທີ່ລາວຕະໜັກໃຈກັບການແຂ່ງຂັນກັບຜູ້ບໍລິການອື່ນ, ລາວຊໍ້າພັດດີໃຈທີ່ເປັນໜຶ່ງໃນຜູ້ບຸກເບີກອິນເຕີເນັດລຸ້ນທໍາອິດຂອງປະເທດ ແລະ ຍັງເປັນຜູ້ທໍາອິດໃນພູມິພາກທີ່ນໍາໃຊ້ເຄືອຂ່າຍ 4G, ເຊິ່ງເປັນຜົນສໍາເລັດທີ່ໄດ້ຮັບຄວາມສົນໃຈຈາກປະເທດເພື່ອນບ້ານ ເຊັ່ນໄທແລະຫວຽດນາມ.

“ປະຈຸບັນ ມີອິນເຕີເນັດຢູ່ທຸກບ່ອນ, ໃນທຸກສ່ວນຂອງການໃຊ້ຊິວິດ, ເຮົາດີໃຈທີ່ສາມາດບັນລຸເປົ້າໝາຍຂອງເຮົາໄດ້,” ກ່າວໂດຍ ທ່ານ ທະນູສອນ.

ຕອນນີ້ ແພລນເນັດ ໄດ້ມີໂຄງການພັດທະນາໃນເຂດຊົນນະບົດ, ບ່ອນທີ່ຊຸມຊົນສາມາດເຊື່ອມຕໍ່ກັບອິນເຕີເນັດໄດ້, ແຕ່ບໍ່ມີອຸປະກອນທີ່ເໝາະສົມເພື່ອນໍາໃຊ້ປະໂຫຍດຈາກອິນເຕີເນັດ.

“ເດັກນ້ອຍຫຼາຍຄົນບໍ່ມີຄອມພິວເຕີ – ມັນບໍ່ມີຄວາມໝາຍໃນການມີສັນຍານທົ່ວປະເທດ ແຕ່ຜູ້ຄົນຍັງມີອຸປະສັກໃນການເຂົ້າເຖິງ,” ທ່ານໄດ້ກ່າວ.

ແພລນເນັດໄດ້ ສ້າງຕັ້ງບໍລິສັດ Alo! ຂຶ້ນໃນຫຼາຍປີກ່ອນ, ເພື່ອຜະລິດຄອມພິວເຕີ ແລະ ແທັບເລັດລາຄາຍ່ອມເຍົາສໍາລັບນັກຮຽນ ໂດຍຮ່ວມມືກັບ ບໍລິສັດໄມໂຄຣຊອບ ແລະ ກະຊວງສຶກສາທິການຂອງລາວ.” ທ່ານ ທະນູສອນໄດ້ກ່າວ.

“ທຸກມື້ນີ້, ມັນບໍ່ແມ່ນພຽງແຕ່ເລື່ອງຜົນກໍາໄລທາງທຸລະກິດ ແຕ່ເຮົາເຫັນວ່າເຮົາສາມາດຊ່ວຍນໍາເອົາອິນເຕີເນັດຄວາມໄວສູງມານໍາໃຊ້ທົ່ວປະເທດ ແລະ ສາມາດນໍາໃຊ້ຜົນປະໂຫຍດສູງສຸດຈາກເທັກໂນໂລຢີໄດ້.

Read More

Related Articles