ສະບາຍດີ ເອຊີຊີຍິນດີໃຫ້ບໍລິການ

Author:

Category:

spot_img

ເວລາທີ່ເຮົາໂທເຂົ້າສູນຮັບສາຍເພື່ອສອບຖາມຂໍ້ມູນ ຫຼື ສັ່ງຊື່ບໍລິການໃດໜຶ່ງ, ພາບຂອງປາຍສາຍທີ່ເຮົາມັກຄິດຫາກໍຄື ຫ້ອງການທີ່ມີສຽງໂທລະສັບດັງຢູ່ຕະຫຼອດ ແລະ ພະນັກງານທີ່ໃສ່ຫູຟັງອັນໃຫຍ່ ນັ່ງລຽນແຖວຢ່າງເປັນລະບຽບ.

ແຕ່ໃນຕ່າງປະເທດ ສ່ວນຫຼາຍບັນດາບໍລິສັດໃຫຍ່ໆມັກຈະຈ້າງບໍລິສັດນອກ ເຊິ່ງຈະສະໜອງໃນການບໍລິການ ແລະ ໃຫ້ຂໍ້ມູນກັບລູກຄ້າ ແທນທີ່ການໃຊ້ພະນັກງານໃນບໍລິສັດ.

ປະຈຸບັນ, ໃນລາວເຮົາກໍມີບໍລິສັດແບບນີ້້ແລ້ວກໍຄື: ບໍລິສັດ ເອຊຽນຄອນແທັກເຊັນເຕີ້ ຫຼື Asean Contact Center (ACC ເອຊີຊີ) ເຊິ່ງເປັນບໍລິສັດທີ່ໃຫ້ບໍລິການດ້ານການຮັບສາຍ ແຫ່ງທຳອິດໃນ ສປປ ລາວ. ບໍລິສັດ ເອຊີຊີ ເກີດມາຈາກແນວຄວາມຄິດຂອງທ່ານ ເຄວິນ ແມັກກຣໍ,​ ເຊິ່ງເພິ່ນເຄີຍມາທ່ອງທ່ຽວລາວ ແລະ ຕິດອົກຕິດໃຈໃນແດນຈໍາປາແຫ່ງນີ້ ຈຶ່ງຕັດສິນໃຈທີ່ຈະອາໄສຢູ່ໃນເມືອງລາວຕໍ່. ທ່ານເຄວິນໄດ້ເລີ່ມເຮັດວຽກໃນບໍລິສັດ ອາຮີວາ, ເຊິ່ງເປັນບໍລິສັດພັດທະນາຊອບແວຣ໌ຈາກປະເທດການາດາ, ເຊິ່ງເປັນເທດບ້ານເກີດຂອງເພິ່ນ. ບໍລິສັດ ອາຮີວາ ແມ່ນບໍລິສັດ ສະໜອງຊອບແວໃຫ້ແກ່ບໍລິສັດຮັບສາຍຕ່າງໆ, ແຕ່ວ່າຕອນທີ່ທ່ານເຄວິນເລີ່ມມາເຮັດວຽກ ແມ່ນເພິ່ນບໍ່ສາມາດຂາຍຊອບແວໄດ້ເລີຍ, ຫົວໜ້າເພິ່ນຈາກການາດາຈຶ່ງໂທມາຖາມວ່າຍ້ອນສາເຫດຫຍັງ ແລະ ເພິ່ນກໍໃຫ້ຄໍາຕອບກັບໄປວ່າ ຍ້ອນວ່າໃນລາວບໍ່ມີບໍລິສັດຮັບສາຍ. “ຊັນກໍສ້າງບໍລິສັດຂຶ້ນມາຕົວະ” ນັ້ນຄືຄໍາຕອບຂອງຫົວໜ້າຂອງທ່ານເຄວິນ ແລະ ນັ້ນກໍເປັນຈຸດເລີ່ມຕົ້ນໃນການສ້າງບໍລິສັດຮັບສາຍແຫ່ງທຳອິດໃນລາວ.

ບໍລິສັດ ເອຊີຊີ ໄດ້ຖືກສ້າງຕັ້ງຂຶ້ນໂດຍການຮ່ວມທຶນລະຫວ່າງບໍລິສັດ ອາຮີວາ ແລະ ບໍລິສັດ ດາຕາຄອມ. ປະຈຸບັນ, ບໍລິສັດ ເອຊີຊີມີພະນັກງານ 130 ຄົນ ແລະ ມີລູກຄ້າທີ່ໃຊ້ບໍລິການຫຼາຍກວ່າ 10 ບໍລິສັດ ເຊັ່ນ: ຢູນິເທວ, ພິດຊ້າ ຄອມປານີ, ລົດຟອດ, ສາຍການບິນລາວ, ອົງການຢູນີເຊບ ແລະ ອື່ນໆອີກ. ແລະ ບໍລິສັດກໍມີແຜນການໃນການຂະຫຍາຍການບໍລິການໄປທົ່ວທຸກປະເທດໃນຂອບເຂດອາຊຽນ.

ບໍລິສັດສະໜອງບໍລິການສອງແບບຄື: ການເປັນສູນຮັບສາຍໃຫ້ແກ່ບໍລິສັດຕ່າງໆ ແລະ ການຝຶກອົບຮົມ ແລະ ການສ້າງສູນຮັບສາຍໃຫ້ບໍລິສັດໃດໜຶ່ງ. ຕົວຢ່າງໃນກໍລະນີຂອງພິດຊ້າ ຄອມປານີ ແມ່ນບໍລິສັດເປັນສູນຮັບສາຍຈາກລູກຄ້າ ໃນການຮັບສັ່ງຊື່ ແລະ ບໍລິການຂໍ້ມູນຕ່າງໆ, ສ່ວນໃນກໍລະນີຂອງສາຍການບິນລາວ ແມ່ນບໍລິສັດໄປສ້າງສູນຮັບສາຍ ແລະ ສະໜອງອຸປະກອນ ແລະ ຊອບແວຈາກບໍລິສັດ ອາຮີວາໃຫ້.

ດ້ວຍການບໍລິການຕະຫຼອດ 24 ຊົ່ວໂມງ ແລະ ພະນັກງານຮັບສາຍທີ່ສາມາດເວົ້າໄດ້ຫຼາຍພາສາ, ມັນໄດ້ຊ່ວຍໃຫ້ບັນດາບໍລິສັດທີ່ໃຊ້ບໍລິການຂອງເອຊີຊີສາມາດເພີ່ມຍອດຂາຍໄດ້ຢ່າງໄວວາ ດັ່ງກໍລະນີຂອງ ພິດຊ້າ ຄອມປານີ ທີ່ສາມາດເພີ່ມຍອດຂາຍເຖິງ 20 ສ່ວນຮ້ອຍຕັ້ງແຕ່ມື້ທຳອິດ.
ເມື່ອວຽກຂອງບໍລິສັດ ແມ່ນການບໍລິການຂໍ້ມູນແກ່ລູກຄ້າ, ການຄວບຄຸມຄຸນະພາບກໍ່ເປັນເລື່ອງງ່າຍ.
“ພວກເຮົາມີຕົວຊີ້ວັດດ້ານການເຮັດວຽກທີ່ຮັດກຸມ ໃນສັນຍາຂອງເຮົາກັບລູກຄ້າ, ແລະຖ້າເຮົາບໍ່ປະຕິບັດ ຕາມນັ້ນ ພວກເຮົາສາມາດຖືກປັບໄໝ,” ກ່າວໂດຍທ່ານ ເຄວິນ.

 

“ພວກເຮົາມີທີມງານ, ຄົນຄວບຄຸມ ແລະ ຟັງການຮັບສາຍ, ວິຊາການໄອທີ ທີ່ຮູ້ການຈັດການລະບົບໄດ້ເປັນຢ່າງດີ ແລະ ສາມາດແກ້ໄຂບັນຫາໄດ້ພາຍໃນ 15 ນາທີ”. ນອກນັ້ນ, ທາງບໍລິສັດຍັງພົບວ່າ ການຊອກພະນັກງານມາຮັບໂທລະສັບນັ້ນເປັນເລື່ອງງ່າຍ. ອັດຕາການໝູນວຽນຂອງພະນັກງານມີພຽງ ແຕ່ປະມານ 5 ສ່ວນຮ້ອຍ (ເຊິ່ງຖືວ່າຕ່ຳຫຼາຍໃນສະພາບບ້ານເຮົາ), ແລະ ກໍ່ເປັນຈຸດດຶງດູດນັກສຶກສາ ເພາະສາມາດເຮັດວຽກໄດ້ທັງເຕັມເວລາ ແລະເຄິ່ງເວລາ.

“ພວກເຮົາບໍ່ມີປັນຫາໃນການຫາພະນັກງານ. ຍາກແດ່ແມ່ນການຫາພະນັກງານທີ່ເວົ້າໄດ້ສອງພາສາ,” ທ່ານ ເຄວິນໄດ້ກ່າວໄວ້.
“ແຕ່ພວກເຮົາກຳລັງຂະຫຍາຍດ້ານພາສາ ແລະການບໍລິການຂອງເຮົາ, ແລະເລີ່ມແຕ່ປີ 2018, ພວກເຮົາ ຈະໃຫ້ການບໍລິການລູກຄ້າຜ່ານສື່ສັງຄົມອອນລາຍ, ເຊິ່ງຈະເປັນວຽກທີ່ໃຫຍ່ສົມຄວນ.”

Read More

Related Articles