ເມື່ອທ່ານໄດ້ອ່ານເລື່ອງລາວຂອງໂມນິກາ ພຣົມສະຫວັນ, ທ່ານຈະມີຄວາມຮູ້ສຶກວ່າເລື່ອງຂອງລາວຄ້າຍຄືກັນກັບໜັງຮໍລິວູດເລື່ອງໜຶ່ງເລີຍກໍວ່າໄດ້. ຈາກເດັກນ້ອຍຄົນລາວໃນຄ້າຍອົບພະຍົບໜ້ອຍໆທີ່ເມືອງອາເຈັນຕີນາ ໄດ້ພະຍາຍາຝັນຝ່າອຸປະສັກຕ່າງໆຈົນກາຍມາເປັນເຈົ້າຂອງກິດຈະການຫຼາຍລ້ານໂດລາໃນມະຫານະຄອນນິວຢອກ.
ໃນສະໄໝສົງຄາມຕໍ່ສູ້ປົດປ່ອຍ, ພໍ່ແມ່ຂອງໂມນິກາ ໄດ້ອົບພະຍົບຈາກລາວມາອາເຈັນຕິນາ, ແລະ ເລືອກທີ່ຈະລົງຫຼັກປັກຖານຢູ່ທີ່ລັດມິຊິໂອເນສ, ເຊິ່ງຄອບຄົວຂອງລາວຫາລ້ຽງຊີບດ້ວຍການເປັນຊາວນາ. ໂມນິກາເກີດ, ເຕີບໃຫຍ່ຢູ່ທີ່ຄ້າຍອົບພະຍົບ ແລະ ອາໄສຢູ່ໃນຊຸມຊົນຄົນລາວໃນຄ້າຍ. ລາວຕ້ອງປະເຊີນໜ້າກັບຄວາມທຸກຍາກ ແລະ ຮູ້ລົດຊາດຂອງການດິ້ນຮົນຕັ້ງແຕ່ອາຍຸຍັງນ້ອຍ. ຫຼັງຈາກພໍ່ແມ່ຂອງລາວຫຍ່າຮ້າງກັນ, ລາວໄດ້ອອກຈາກໂຮງຮຽນ ຕອນອາຍຸ 14 ປີ ແລ້ວໄປເຮັດວຽກໃນໂຮງງານ ແລະ ທ້າຍທີ່ສຸດລາວກໍໄດ້ເດີນທາງໄປອາເມາລິກາ. ລາວໄດ້ເຮັດອາຊີບຂາຍເຄື່ອງແຟຊັ່ນລາຍຍ່ອຍ ເຊິ່ງເປັນຈຸດເລີ່ມຕົ້ນໃນການພາລາວເຂົ້າມາໃນວົງການແຟຊັນ, ຈົນເມື່ອລາວອາຍຸໄດ້ 20 ປາຍປີ ລາວຈຶ່ງໄດ້ເປີດການບໍລິການທາງອອນລາຍຕາມຮູບແບບແນວຄິດຂອງລາວ, ກາຍເປັນຜູ້ປະກອບການດ້ານແຟຊັນຢ່າງເຕັມຕົວ.
ບໍລິສັດຂອງລາວ, ໂມດາບ໋ອກ, ໃຫ້ບໍລິການໃນການແນະນໍາເສື້ອຜ້າ ແລະ ເປັນຕົວແທນໃນການຊື້ເຄື່ອງອອນລາຍໃຫ້ລູກຄ້າ ໂດຍທີມງານນັກອອກແບບເສື້ອຜ້າມືອາຊີບ. ເລີ່ມຕົ້ນ, ລູກຄ້າຈະໄດ້ຕອບແບບສອບຖາມຄວາມມັກສ່ວນຕົວຂອງລູກຄ້າທາງດ້ານການແຕ່ງຕົວ, ມັກແຕ່ງຕົວແບບຄລາດສິກ ຫຼື ຕາມສະໄໝນິຍົມ, ແລະ ຖາມກ່ຽວກັບຂໍ້ມູນກ່ຽວກັບສັດສ່ວນຂອງລູກຄ້າເຊັ່ນ ສ່ວນສູງ, ນໍ້າໜັກ ແລະ ອື່ນໆ ເພື່ອນໍາມາວິເຄາະຮູບແບບການແຕ່ງຕົວທີ່ເໝາະກັບລູກຄ້າທີ່ສຸດ.
ປະຈຸບັນ, ມັນໄດ້ການເປັນທຸລະກິດທີ່ມີມູນຄ່າຫຼາຍລ້ານໂດລາ ແລະ ລາວກໍໄດ້ເປີດສາຂາຢູ່ເມືອງເຊວຊີ, ເມືອງແຫ່ງແຟຊັນແຫ່ງອາເມລິກາອີກດ້ວຍ. ໂມນິກາຄິດວ່າທຸລະກິດຂອງລາວຕອນນີ້ຍັງຕ້ອງພັດທະນາຕື່ມອີກ ແລະ ລາວກໍຍັງບໍ່ຢຸດທີ່ຈະພັດທະນາຕໍ່ໄປເລື້ອຍໆ. ລາວຮູ້ດີວ່າກວ່າລາວຈະມາເຖິງຈຸດນີ້ໄດ້ ລາວຕ້ອງຜ່ານຜ່າ ແລະ ອົດທົນກັບອຸປະສັກຫຼາຍໆຢ່າງທີ່ເຂົ້າມາ ຕັ້ງແຕ່ນ້ອຍຮອດໃຫຍ່ຢູ່ໃນຄ້າຍ.
ລາວເຄີຍຮູ້ສຶກອາຍກັບການເປັນຜູ້ອົບພະຍົບລີ້ໄພ, ກັບບ່ອນທີ່ລາວເຕີບໃຫຍ່ມາ ແລະ ສັບສົນກ່ຽວກັບຕົວຕົນຂອງລາວ. ລາວຮູ້ສຶກສັບສົນວ່າລາວແມ່ນຄົນຊາດໃດກັນແທ້, ຄົນລາວກໍບໍ່ຄື, ຄົນລາຕິນກະບໍ່ແມ່ນ.
“ຕອນຂ້ອຍເປັນໄວລຸ້ນ, ຂ້ອຍເຄີຍອາຍກັບຊາດກຳເນີດຂອງຂ້ອຍ. ຂ້ອຍອາຍທີ່ພໍ່ແມ່ຂ້ອຍເປັນຄົນທຸກ, ຂ້ອຍອາຍທີ່ຂ້ອຍເປັນຄົນລາວ ທີ່ຕ້ອງເກີດ ແລະ ໃຫຍ່ຢູ່ໃນຄ້າຍອົບພະຍົບ. ແຕ່ເມື່ອຂ້ອຍໃຫຍ່ຂຶ້ນ, ເມື່ອຂ້ອຍເລີ່ມຫາຕົວຕົນຂອງຕົນເອງພົບ ຂ້ອຍໄດ້ໃຊ້ອະດີດເຫຼົ່ານັ້ນຊ່ວຍເຕືອນຄວາມຊົງຈໍາສະເໝີວ່າ ຂ້ອຍມາຢູ່ໃນບ່ອນທີ່ຂ້ອຍຢູ່ໃນທຸກມື້ນີ້ໄດ້ແນວໃດ, ເພາະວ່າຖ້າບໍ່ມີວັນຄືນແຫ່ງຄວາມລໍາບາກໃນມື້ນັ້ນ, ຂ້ອບຄິດວ່າຂ້ອຍຄືຊິບໍ່ແຂງແກ່ງພໍ ແລະ ມີມື້ນີ້ໄດ້.”
ລາວຍັງຈື່ໄດ້ເຖິງຄັ້ງທຳອິດທີ່ລາວໄດ້ໃຫ້ສຳພາດກັບສື່ຂ່າວຍັກໃຫຍ່, ສຳນັກຂ່າວ NBC, ເຊິ່ງເປັນຄັ້ງທຳອິດທີ່ລາວເວົ້າເຖິງຊີວິດໄວເດັກຂອງລາວ.
“ຂ້ອຍບໍ່ເຄີຍຄິດເລີຍວ່າການໃຫ້ສຳພາດຄັ້ງນັ້ນ ຈະເຮັດໃຫ້ຄົນສົນໃຈເລື່ອງລາວຂອງຂ້ອຍຫຼາຍຂະໜາດນີ້. ຫຼັງຈາກເລື່ອງລາວຂອງຂ້ອຍໄດ້ອອກອາກາດໄປ, ຂ້ອຍເລີ່ມຖືກເຊີນໄປແລກປ່ຽນເລື່ອງລາວຂອງຂ້ອຍໃນງານສຳມະນາຕ່າງໆ. ແຕ່ຂ້ອຍຈະເວົ້າສະເໝີວ່າຕອນນີ້ຂ້ອຍມີຄວາມພູມໃຈຫຼາຍກັບພໍ່ແມ່ຂອງຂ້ອຍ ແລະ ເລື່ອງລາວທີ່ຜ່ານມາ. ຂ້ອຍໄດ້ຮູ້ວ່າຂ້ອຍການເປັນຄົນທີ່ດີຂຶ້ນກວ່າເກົ່າ ແລະ ມາເຖິງຈຸດນີ້ໄດ້ຍ້ອນພໍ່ແມ່ຂອງຂ້ອຍ.”
ແລະ ເມື່ອສາມປີກ່ອນ, ໂມນິກາໄດ້ມາຢ້ຽມຢາມເມືອງລາວເປັນຄັ້ງທຳອິດ. ລາວໄດ້ໄປຫາຄອບຄົວທາງພໍ່ຂອງລາວທີ່ຢູ່ວຽງຈັນ, ໄດ້ມາເຫັນບ່ອນທີ່ຄອບຄົວຂອງລາວຈາກມາ.
“ຂີ້ຝຸ່ນ, ອາກາດ, ລົດຈັກ, ຕົ້ນໝາກມ່ວງ, ຕົ້ນໝາກຫຸ່ງ ລ້ວນແລ້ວແຕ່ເຮັດໃຫ້ຂ້ອຍຄິດເຖິງພາບຄວາມຫຼັງຕອນທີ່ຂ້ອຍຢູ່ອາເຈັນຕິນາ ເຊິ່ງເປັນບ່ອນທີ່ຂ້ອຍເກີດ.”
“[ຂ້ອຍໄດ້ຮູ້ວ່າ] ພໍ່ເລືອກ ອາເຈັນຕິນາ, ເປັນໜຶ່ງໃນບັນດາປະເທດທີ່ຈະໄປຢູ່, ເນື່ອງຈາກວ່າ ພໍ່ຢາກເປັນຊາວໄຮ່ຊາວສວນ, ແລະ ບ່ອນຂ້ອຍເກີດນັ້ນ ທຸກຢ່າງຄ້າຍຄືກັນກັບວຽງຈັນໝົດ.”
ລາວໄດ້ມີໂອກາດໄດ້ພົບກັບລູກຂອງນ້ອງສາວພໍ່ຂອງລາວ ເຊິ່ງເສຍຊີວິດຫຼັງຈາກສົງຄາມສິ້ນສຸດບໍ່ດົນ. ລູກໆຂອງອາແມ່ນຖືກຮັບໄປລ້ຽງ ແລະ ລູກອ້າຍລູກນ້ອງຂອງລາວຄົນນີ້ແມ່ນເຮັດວຽກເປັນແມ່ບ້ານຢູ່. ນີ້ເປັນຄັ້ງທຳອິດທີ່ເຮັດໃຫ້ໂມນິກາຄິດໄດ້ວ່າ ຊີວິດຂອງລາວທີ່ລາວຄິດວ່າລໍາບາກແລ້ວ ຍັງບໍ່ລໍາບາກເທົ່າກັບຫຼາຍໆຄົນທີ່ຍັງຢູ່ລາວຫຼັງຈາກສິ້ນສຸດສົງຄາມ.
“ຂ້ອຍແລະລາວມີຊະຕາຊີວິດທີ່ແຕກຕ່າງກັນຫຼາຍ ແຕ່ຂ້ອຍກັບລາວກໍສື່ເຖິງກັນໄດ້.”
“ມັນເປັນເລື່ອງທີ່ໜ້າເສົ້າ ແລະ ເຮັດໃຫ້ຂ້ອຍຄິດຮອດບ້ານ, ແຕ່ໃນຂະນະດຽວກັນ ຂ້ອຍພູມໃຈກັບສິ່ງທີ່ລາວໄດ້ຜ່ານຜ່າມາ.”
ໂມນິກາໃຫຍ່ມາໂດຍການເວົ້າສອງພາສາ, ພາສາແອດສະປາຍຢູ່ໂຮງຮຽນ ແລະ ພາສາລາວຢູ່ເຮືອນ, ໃນຊຸມຊົນນ້ອຍໆທີ່ມີພຽງ 100 ກວ່າຄອບຄົວ ແລະ ບໍ່ເຄີຍຮຽນພາສາອັງກິດເລີຍ ຈົນຕອນທີ່ລາວຍ້າຍມາອາເມລິກາ. ແຕ່ຫຼັງຈາກນັ້ນ, ດ້ວຍຄວາມໂຊກດີ ແລະ ຄວາມດຸໝັ່ນຂະຫຍັນພຽນ, ລາວຈຶ່ງໄດ້ຮັບໂອກາດໜຶ່ງມາ ເຊິ່ງລາວຄິດວ່າລາວຈະບໍ່ໄດ້ຮັບໂອກາດດີໆແບບນີ້ ຖ້າລາວອາໄສຢູ່ລາວ.
ລາວກ່າວວ່າ: “ຢູ່ເມືອງລາວ, ຖ້າບໍ່ມີນາມສະກຸນ ຫຼື ບໍ່ໄດ້ມາຈາກສັງຄົມໃດໜຶ່ງທີ່ເປັນທີ່ຮູ້ຈັກ, ມັນກໍຄ່ອນຂ້າງຍາກໃນການໄດ້ມາເຊິ່ງໂອກາດ, ສະນັ້ນ ຂ້ອຍຈຶ່ງຄິດວ່າສິ່ງເຫຼົ່ານັ້ນແຫຼະແມ່ນສິ່ງທີ່ພີ່ນ້ອງຂອງຂ້ອຍໄດ້ປະເຊີນ ເພາະຄອບຄົວຂອງຂ້ອຍແມ່ນຄອບຄົວຊາວນາທີ່ຫາເຊົ້າກິນຄໍ່າເທົ່ານັ້ນ”
“ສໍາລັບຂ້ອຍແລ້ວ, ການທີ່ໃຫຍ່ມາໃນອາເຈັນຕິນາ, ເກີດໃນໂຮງໝໍທ້ອງຖິ່ນ, ອາໄສໃນຄ້າຍອົບພະຍົບ ແລະ ອອກຈາກໂຮງຮຽນຕອນ 14 ປີ ແລະ ມີຊີວິດທີ່ທຸກຍາກລໍາບາກຫຼາຍ, ແຕ່ຂ້ອຍໄດ້ເລືອກເຮັດໃນສິ່ງທີ່ແຕກຕ່າງ ເຊິ່ງມັນໄດ້ປ່ຽນຊີວິດຂ້ອຍຢ່າງສິ້ນເຊີງ.”
ທຸກມື້ນີ້, ໂມນິກາມຸ່ງໝັ້ນໃນການໃຊ້ຊິວິດຂອງລາວໃຫ້ຄຸ້ມຄ່າໃນມະຫານະຄອນນິວຢອກແຫ່ງນີ້, ບ່ອນທີ່ວຽກງານ ຄວາມຄິດຕ່າງໆບໍ່ເຄີຍຢຸດໝຸນ ແລະ ຄວາມເປັນໄປໄດ້ທີ່ບໍ່ມີຂີດຈໍາກັດ. ເຖິງແມ່ນວ່າ ບາງຄັ້ງມັນຈະຍາກໃນການທີ່ຈະທຳມາຫາກິນໃຫ້ທັນກັບໂລກແຟຊັນ – ລາວເປັນຄົນອາຊີຫຼືບໍ່? ເປັນຄົນອາເມລິກາ-ລາຕິນຫຼືບໍ່? ມັນບໍ່ສຳຄັນອີກຕໍ່ໄປແລ້ວ ເພາະຕອນນີ້ລາວມຸ່ງໝັ້ນພຽງແຕ່ກັບທຸລະກິດ ແລະ ເຕັກໂນໂລຢີທີ່ຈະຊ່ວຍສົ່ງເສີມທຸລະກິດຂອງລາວເທົ່ານັ້ນ.
“ຂ້ອຍໄດ້ເຮັດວຽກນີ້ມາດົນຈົນຂ້ອຍບໍ່ສົນໃຈຫຍັງແລ້ວ. ແຟຊັ່ນ ເປັນສິ່ງທີ່ສວຍງາມ ແລະ ເປັນທຸກຢ່າງໃນຕົວມັນເອງ, ແຕ່ຂ້ອຍບໍ່ໄດ້ເບິ່ງມັນໃນທາງນັ້ນ, ຂ້ອຍເບິ່ງມັນໃນແງ່ທຸລະກິດຫຼາຍກວ່າ.” ກ່າວໂດຍ ໂມນິກາ.
“ຂ້ອຍເຮັດວຽກຫຼາຍກວ່າອອກໄປທ່ຽວ ແລະ ຂ້ອຍຮູ້ສຶກພູມໃຈກັບຊີວິດຂອງຂ້ອຍໃນຕອນນີ້ ເຊິ່ງບໍ່ແມ່ນຄວາມສຳເລັດທີ່ໄດ້ມາພຽງຂ້າມຄືນ
“ຂ້ອຍອາຍຸພຽງ 35 ປີ, ແລະ ຫາກໍ່ຄົ້ນພົບສັກກະຍາພາບຂອງຕົນເອງວ່າງບໍ່ດົນມານີ້, ສະນັ້ນ ຂ້ອຍຄິດວ່າ ຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ຂ້ອຍຕ້ອງເຮັດ.”
ແປ ແລະ ຮຽບຮຽງໂດຍ: ວາທິດາ ພອນແກ້ວ
ຮູບໂດຍ: GRANT FRIEDMAN, HANS GONZALES, ALEXANDRA L WIMBERLY