Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Social Enterprise

ປອດໄພທຸກກ້າວຍ່າງ

posted by Thanouphet
Feb 12, 2020 845 0 0
Share

MAG ໄດ້ໃຫ້ການຊ່ວຍເຫຼືອປະເທດລາວແກ້ໄຂໄພອັນຕະລາຍທີ່ເກີດຈາກລະເບີດຍັງບໍ່ທັນແຕກຈາກປາງສົງຄາມ.

ປະເທດລາວເປັນປະເທດທີ່ຖືກຖິ້ມລະເບີດໃສ່ ໜັກໜ່ວງທີ່ສຸດໃນໂລກ (ເມື່ອທຽບກັບຈໍານວນພົນລະເມືອງ).  ລະເບີດຫຼາຍກວ່າ ສອງລ້ານໂຕນ ຖືກຖິ້ມໃສ່ປະເທດລາວໃນລະຫວ່າງປີ 1964 ແລະ 1973ສະເລ່ຍແມ່ນໜຶ່ງໂຕນຕໍ່ຫົວຄົນທີ່ອາໄສຢູ່ປະເທດລາວໃນເວລານັ້ນ. ລະເບີດລູກວ່ານ ຫຼາຍກວ່າ 250 ລ້ານລູກ ຖືກຖິ້ມໃສ່ປະເທດລາວແຕ່ວ່າ 30 ສ່ວນຮ້ອຍຂອງລະເບີດທີ່ຖືກຖິ້ມດັ່ງກ່າວ ເປັນລູກລະເບີດທີ່ຍັງບໍ່ທັນແຕກ ນັບແຕ່ມື້ສົງຄາມໄດ້ສິ້ນສຸດລົງ ມີປະມານ 50,000 ຄົນທີ່ເສຍຊີວິດຈາກລະເບີດທີ່ບໍ່ທັນແຕກ,
ແລະ  ອີກ 20,000 ກວ່າຄົນເສຍຊີວິດ. ທີ່ໜ້າເສົ້າໃຈໄປກວ່ານັ້ນຄື ເກືອບເຄິ່ງໜງຂອງຜູ້ຖືກເຄາະຮ້າຍແມ່ນເດັກນ້ອຍ. ການສູນເສຍຊີວິດ ຈາກເຫດການດັ່ງກ່າວ ຍັງຄົງສືບຕໍ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດຂອງປະຊາຊົນຫຼາຍພັນຄົນທີ່ອາໄສຢູ່ທົ່ວປະເທດລາວ.

ອົງການເກັບກູ້ລະເບີດ Mines Advisory Group ເປັນອົງການເກັບກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ທີ່ບໍ່ຫວັງຜົນກຳໄລ ໃນບັນດາປະເທດທີ່ຖືກຜົນກະທົບຈາກສົງຄາມ. ອົງການ MAGໄດ້ຖືກເຊີນມາເຮັດວຽກຢູ່ປະເທດລາວໃນປີ 1994 ຮ່ວມກັບລັດຖະບານລາວເພື່ອເກັບກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກຈຳນວນຫຼາຍກວ່າ 250,000 ໜ່ວຍ. ໃນຂັ້ນຊຸມຊົນ, ທີມງານຂອງ MAG ຍັງໄດ້ເຮັດວຽກເພື່ອສ້າງຄວາມຮັບຮູ້ ແລະໃຫ້ຄວາມຮູ້ກ່ຽວກັບວິທີການສັງເກດ, ຫຼົບຫຼີກ ແລະ ລາຍງານຖ້າຫາກພົບເຫັນລະເບີດທີ່ຍັງບໍ່ທັນແຕກທີ່ອາດຈະເຮັດໃຫ້ປະຊາຊົນຖືກບາດເຈັບ, ພິການຫຼື ອາດເຖິງຂັ້ນເສຍຊີວິດ. ຈາກຂໍ້ມູນຫຼ້າສຸດຈາກອົງການ MAG ໃຫ້ຮູ້ວ່າ ເນື້ອທີ່ດິນຢ່າງໜ້ອຍ 2,000 km² ຍັງແຝງດ້ວຍລະເບີດບໍ່ທັນແຕກຫຼົງເຫຼືອຢູ່ເຊິ່ງຕ້ອງໄດ້ຖືກເກັບກູ້.

ໃນໄລຍະ 25 ປີ ຜ່ານມາ, ອົງການ MAG ສາມາດກວດສອບ ແລະ ປະກາດເປັນພື້ນທີ່ປອດໄພໄດ້ 331 km², ທັງໄດ້ເກັບກູ້ລະເບີດລູກຫວ່ານ ຫຼື ບອມບີ້ອອກຈາກເຂດທີ່ໄດ້ຮັບຜົນກະທົບໜັກຫຼາຍບ່ອນ. ພະນັກງານອົງການ MAG ຍັງໄດ້ຄົ້ນພົບລະເບີດມື, ປຶນຄົກ, ລະເບີດຂັບເຄື່ອນ, ແລະ ປືນໃຫຍ່ທີ່ໜັກກວ່ານໍ້າໜັກສະເລ່ຍຂອງລົດຈັກ.

ເພື່ອຄວາມລະອຽດ, ພະນັກງານເກັບກູ້ລະເບີດຕ້ອງໄດ້ຍ່າງສຳຫຼວດ ແລະ ໃຊ້ເຄື່ອງມືກວາດໄປຕາມໜ້າດິນ,ບາງຄັ້ງກໍມີການໃຊ້ເຄື່ອງຈັກເພື່ອບຸກເບີກພື້ນທີ່ທີ່ປົກຫຸ້ມດ້ວຍປ່າຫຍ້າຕຶບໜາ. ການຂຸດຄົ້ນແຕ່ລະຄັ້ງແມ່ນຕ້ອງໄດ້ດຳເນີນດ້ວຍຄວາມລະມັດລະວັງສູງສຸດ. ປັດຈຸບັນອົງການMAG ລາວມີພະນັກງານຫຼາຍກວ່າ 900 ຄົນປະກອບມີ 54
ທີມເຮັດວຽກທຸກປີເພື່ອເຮັດໃຫ້ເປັນພື້ນທີ່ປອດລະເບີດ ແລະ ມີຄວາມປອດໄພ. 

ໃນປີ 2008, ອົງການ MAG ສຳເລັດການກວດກາພື້ນທີ່ຢູ່ເຂດບໍລິເວນໂຮງຮຽນແຫ່ງໜຶ່ງໃນແຂວງ ຊຽງຂວາງ ແລະ ໄດ້ຄົ້ນພົບຊິ້ນສ່ວນລະເບີດນໍາສົ່ງ, ລະເບີດບອມບີ້ທີ່ຍັງບໍ່ທັນແຕກ ແລະ ຊິ້ນສ່ວນຈະຫຼວດຢູ່ບໍລິເວນເດີ່ນຫຼິ້ນຂອງໂຮງຮຽນ ແລະ ຄົ້ນພົບລູກລະເບີດຫຼາຍກວ່າ 400 ລູກໃນເຂດປ່າໄມ້ ຫຼັງໂຮງຮຽນ. ປັດຈຸບັນ, ໄດ້ມີການກໍ່ສ້າງໂຮງຮຽນຫຼັງໃໝ່ ແລະ ເລີ່ມມີນັກຮຽນເຂົ້າຮຽນໃນຊັ້ນປະຖົມ 139 ຄົນ. ຄູ ສີພັນດອນ ບຸນມາ ກ່າວວ່າດຽວນີ້ພື້ນທີ່ບໍລິເວນນີ້ ມີຄວາມປອດໄພແລ້ວ, ຄູອາຈານສາມາດນຳພານັກຮຽນເຂົ້າໄປໃນປ່າ ເພື່ອຮຽນຮູ້ກ່ຽວກັບທຳມະຊາດ. ໂຮງຮຽນຍັງສາມາດສ້າງລາຍໄດ້ຈາກການປູກຕົ້ນສາລີ, ພືດຜັກ ແລະ ໃນປີໜ້າພວກເຮົາມີແຜນຈະປູກກາເຟອີກດ້ວຍ

ນາງ ມານີເຊຍ ເປັນພະນັກງານລຸ້ນອາວຸໂສຂອງອົງການ MAG ໃນລາວ, ເຊິ່ງເປັນຫົວໜ້າທີມນຳພາພະນັກງານອີກ 200 ຄົນຂອງອົງການ MAG. ລາວເລີ່ມເຮັດວຽກກັບອົງການ MAG ມາແຕ່ປີ 2007  ໂດຍການເລີ່ມເປັນພະນັກງານເຕັກນິກວິຊາການແລະ ໃນປັດຈຸບັນລາວກາຍເປັນໜຶ່ງໃນຫົວໜ້າຝ່າຍດຳເນີນງານຂັ້ນແຂວງໃນແຂວງ ຊຽງຂວາງ.

ລາວກ່າວວ່າຂ້າພະເຈົ້າເຄີຍໄດ້ຍິນວ່າການເກັບກູ້ລະເບີດເປັນວຽກທີ່ຍາກ ແລະ ບໍ່ແມ່ນວຽກສຳລັບແມ່ຍິງມັນເປັນວຽກທີ່ຍາກ ແລະ ບໍ່ແມ່ນທຸກຄົນຈະເຮັດໄດ້, ແຕ່ພວກເຮົາ
ສາມາດພິສູດໃຫ້ເຫັນວ່າ ທັງຍິງ ແລະ ຊາຍກໍສາມາດເຮັດໄດ້ຄືກັນ. ຄັ້ງທຳອິດທີ່ຂ້າພະເຈົ້າປະຕິບັດໜ້າທີ່ເກັບກູ້ລະເບີດ ກໍຄ່ອນຂ້າງເປັນຕາຢ້ານ, ແຕ່ຫຼັງຈາກນັ້ນມາ, ຂ້າພະເຈົ້າຮູ້ສຶກຄືວ່າຕົນເອງເປັນສຸດຍອດແມ່ຍິງຜູ້ໜຶ່ງ

ອົງການ MAG ມີທີມງານ ແລະ ສູນໃຫ້ຂໍ້ມູນໃນແຂວງ ຊຽງຂວາງ ແລະ ນະຄອນຫຼວງວຽງຈັນ. ໃນທ້າຍປີ 2019 ນີ້, ອົງການ MAG ວາງແຜນເປີດສູນໃຫ້ຂໍ້ມູນເພີ່ມອີກແຫ່ງໜຶ່ງທີ່ ເມືອງ ທ່າແຂກ ແຂວງ ຄຳມ່ວນ.

ການເຮັດວຽກຂອງອົງການ MAG ໄດ້ຮັບການຊ່ວຍເຫຼືອຈາກບັນດາຜູ້ໃຫ້ທຶນ ແລະ ລັດຖະບານຂອງບັນດາປະເທດຕ່າງໆ ໃນທົ່ວໂລກໂດຍສະເພາະແມ່ນ ລັດຖະບານຂອງປະເທດ ນອກແວ, ສະຫະລັດ ອາເມລິກາ ແລະ ອັງກິດເຊິ່ງຊ່ວຍໃຫ້ອົງການ MAG ສາມາດສ້າງທີມງານລົງເຮັດວຽກຢູ່ພາກສະໜາມ,ຊ່ວຍເລັ່ງ ການສຳຫຼວດ ແລະ ການເກັບກູ້ໃຫ້ໄວຂຶ້ນ.

ປະເທດລາວມີເປົ້າໝາຍໃນການກວດລ້າງລະເບີດບໍ່ທັນແຕກ ເພື່ອຫຼຸດຜ່ອນອັດຕາການເສຍຊີວິດ ຫຼື ບາດເຈັບຈາກລູກລະເບີດດັ່ງກ່າວໃຫ້ໄດ້ໃນປີ 2030. ລັດຖະບານລາວ ກຳລັງດຳເນີນການເພື່ອໃຫ້ສາມາດບັນລຸຄາດໝາຍດັ່ງກ່າວແຕ່ເຫັນວ່າຕ້ອງໄດ້ອາໄສການລົງທຶນໃສ່ວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນເພື່ອປົດປ່ອຍປະຊາຊົນໃນເຂດຊຸມຊົນທີ່ຖືກກະທົບ ໃຫ້ຫຼຸດພົ້ນຈາກໄພອັນຕະລາຍຈາກລູກລະເບີດບໍ່ທັນແຕກທີ່ຫຼົງເຫຼືອຈາກສົງຄາມໃນອະດີດ.

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ Bart Verweij

Exploded BombsMAG
Share

Previous

[:en]Sinh City[:]

Next

[:en]The Plain of Jars[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

Social Enterprise
Feb 13, 2020

ການອະນຸລັກໝີ

ການຊ່ວຍເຫຼືອໝີ ທີ່ບໍ່ແມ່ນເລື່ອງນ້ອຍໆ. ສູນຊ່ວຍເຫຼືອໝີ Free the Bears (FTB) ທີ່ຕາດກວາງຊີ, ຫຼວງພະບາງໄດ້ຖືກສ້າງຂຶ້ນໃນປີ...

Read More
0 0
Social Enterprise
Feb 5, 2020

ອະນຸລັກສັດປ່າແຫ່ງຊາດລາວ

ປົກປ້ອງສັດປ່າລາວ ເພື່ອຄວາມອຸດົມສົມບູນຂອງຊາດ....

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top