ທົ່ງລະຫາສິນ

Author:

Category:

spot_img

ສີຟ້າຄາມ ເປັນສີທີ່ຕິດພັນກັບຊີວິດການເປັນຢູ່ ຂອງຄົນລາວເຮົາ, ໂດຍສະເພາະແມ່ນຊາວໄຮ່ ຊາວນາ ທີ່ມັກນຸ່ງຜ້າຝ້າຍຍ້ອມສີທຳມະຊາດທີ່ໃຫ້ ຄວາມຮູ້ສຶກ ເຢັນສະບາຍເວລາເຮັດວຽກຕາກແດດ ຕາກລົມ.

ສີຄາມ (Indigo) ທີ່ໄດ້ມາຈາກຕົ້ນຄາມ ມັກຖືກ ຂະໜານນາມວ່າເປັນ “ສີມີຊີວິດ” ເນື່ອງຈາກ ຂັ້ນຕອນການໝັກ ຫຼື ການ “ລ້ຽງຄາມ” ທີ່ຕ້ອງໄດ້ ລະມັດລະວັງບໍ່ໃຫ້ສີ “ຕາຍ”, ຕ້ອງໄດ້ພິຖີພິຖັນໃນທຸກໆຂັ້ນຕອນເປັນພິເສດ. ສີຄາມ ເປັນສີທີ່ມີສະເໜ່ ແລະ ມີເອກະລັກສະເພາະ, ເຊັ່ນດຽວກັບ ທ່ານ ບຸນທົງ ຍົດໝັ້ນຄົງ ທີ່ເຮົາມີໂອກາດໂອ້ລົມນຳໃນມື້ນີ້, ເຊິ່ງທ່ານ ບຸນທົງ ໄດ້ທັກທາຍພວກເຮົາດ້ວຍໃບໜ້າ ຍິ້ມແຍ້ມແຈ່ມໃສ, ໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ເປັນກັນເອງ, ມາໃນເສື້ອຜ້າຝ້າຍຍ້ອມຄາມທຳມະຊາດ ເຊິ່ງເປັນຜະລິດຕະພັນຂອງບໍລິສັດເພິ່ນເອງ.

ທ່ານ ບຸນທົງ ຍົດໝັ້ນຄົງ

ທ່ານ ບຸນທົງ ເປັນຜູ້ກໍ່ຕັ້ງ ບໍລິສັດ ທົ່ງລະຫາສິນ ຈຳກັດ ຮ່ວມກັນກັບພັນລະຍາ ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ທີ່ປັດຈຸບັນດຳລົງຕຳແໜ່ງເປັນຜູ້ບໍລິຫານ.ປັດຈຸບັນ ບໍລິສັດ ທົ່ງລະຫາສິນ ແມ່ນດຳເນີນການ ມາເປັນເວລາ 20 ກວ່າປີແລ້ວ ແລະ ສົ່ງອອກ ຜະລິດຕະພັນ ທີ່ເຮັດຈາກແຜ່ນແພ ຈຳນວນຫຼວງຫຼາຍ ສູ່ປະເທດຍີ່ປຸ່ນ ໂດຍສະເພາະ ແມ່ນບໍລິສັດຊື່ດັງ “ມູຈິ” (MUJI) ທີ່ມີຮ້ານກວ່າ 470 ສາຂາໃນ ທົ່ວໂລກ, ແຕ່ກ່ອນຈະມາຮອດ ທຸກມື້ນີ້ໄດ້ ກໍ່ບໍ່ແມ່ນ ເລື່ອງງ່າຍເລີຍ, ເຊິ່ງທ່ານ ບຸນທົງ ກໍ່ໄດ້ໃຫ້ກຽດມາ ເລົ່າໃຫ້ພວກເຮົາຟັງ ກ່ຽວກັບປະຫວັດຄວາມເປັນມາ ຂອງ “ທົ່ງລະຫາສິນ”.

ຍ້ອນກັບໄປເມື່ອຕົ້ນຊຸມປີ 90, ບໍລິສັດ ທົ່ງສະຫວັນ ໄຊ (ຊື່ເດີມ) ໄດ້ຖືກກໍ່ຕັ້ງຂຶ້ນ ເຊິ່ງ ໃນຕອນນັ້ນແມ່ນ ເຮັດເປັນ ໂຮງງານຕັດຫຍິບເສື້ອຜ້າ ສົ່ງອອກໄປເອີຣົບ, ແຕ່ຕໍ່ມາ ເນື່ອງຈາກເງື່ອນໄຂຍົກເວັ້ນພາສີ ມີການ ປ່ຽນແປງ, ເຮັດໃຫ້ປະເທດລາວເຮົາບໍ່ໄດ້ຮັບສິດທິ ພິເສດ ທາງດ້ານການຄ້າຈາກສະຫະພາບເອີຣົບ ຈຶ່ງ ເຮັດໃຫ້ ນັກທຸລະກິດຕ່າງຊາດ ທີ່ມາລົງທຶນຮ່ວມ ຕ້ອງໄດ້ຍ້າຍຖານ ການຜະລິດໄປຈີນ ແລະ ຫວຽດນາມ, ບວກກັບຫຼາຍໆປັດໄຈ ຈຶ່ງເຮັດໃຫ້ ໂຮງງານຕ້ອງໄດ້ປິດກິດຈະການລົງ.

ເຫດການໃນຄັ້ງນັ້ນ ໄດ້ກາຍມາເປັນແຮງຜັກດັນ ໃຫ້ທ່ານ ບຸນທົງ ແລະ ທ່ານນາງ ສົງບັນດິດ ຄິດຄົ້ນຫາທາງ ຜະລິດສິນຄ້າ ທີ່ເປັນຂອງຄົນລາວ, ເປັນມໍລະດົກ ວັດທະນະທຳຂອງເຮົາເອງ. ທ່ານ ນາງ ສົງບັນດິດ ພື້ນຖານເປັນຄົນບ້ານລະຫາ, ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊິ່ງບ້ານ ດັ່ງກ່າວ ແມ່ນຂຶ້ນຊື່ທາງດ້ານການປູກຝ້າຍຍ້ອມຄາມ ແຄມນ້ຳ ມາເປັນເວລາຫຼາຍຮ້ອຍປີ, ຈຶ່ງເຮັດໃຫ້ເພິ່ນ ຜູກພັນກັບງານຜ້າຝ້າຍເສື້ອຄາມ ທີ່ເປັນເອກະລັກຂອງຊົນເຜົ່າຜູ້ໄທມາແຕ່ຍັງນ້ອຍ, ທັງຍັງມີຜ້າເກົ່າ ບູຮານ ທີ່ສະສົມໄວ້ໃນເຮືອນຫຼາຍຮ້ອຍຜືນ.

ຜະລິດຕະພັນລະຫາ

ມາຮອດປີ 1992, ທ່ານ ບຸນທົງ ແລະ ພັນລະຍາກໍ່ມີໂອກາດໄດ້ພົບກັບທ່ານ ມາກິ, ຊ່ຽວຊານງານຜ້າຝ້າຍ ແລະ ນັກຕ່ຳຜ້າພື້ນເມືອງຊາວຍີ່ປຸ່ນ ໂດຍຜ່ານການແນະນຳຈາກທ່ານ ໄຊໂຕະ ຮິໂຣຊິ, ຊ່ຽວຊານຂອງອົງການ ໄຈກາ. ທ່ານ ມາກິ ມີຄວາມສົນໃຈໃນວັດທະນະທຳຕ່ຳຝ້າຍ ແລະ ເຫັນຜ້າເກົ່າງາມໆທີ່ຄອບຄົວທ່ານ ບຸນທົງ ສະສົມ ຈຶ່ງໄດ້ຮ່ວມມືນຳທ່ານ ບຸນທົງ, ແລ້ວພາກັນສຶກສາ ວິທີການຕ່ຳຝ້າຍ ແລະ ຍ້ອມສີຄາມທຳມະຊາດຂອງຊາວບ້ານລະຫາ, ຟື້ນຄືນມໍລະດົກເກົ່າແກ່ທີ່ມີມາແຕ່ບູຮານ ແລ້ວປະສົມກັນກັບການອອກແບບສະໄໝໃໝ່. ທັງສອງຝ່າຍໃຊ້
ເວລາຄົ້ນຄວ້າ ເປັນເວລາຫຼາຍປີ, ແລະ ໃນທີ່ສຸດກໍ່ ສາມາດສົ່ງອອກໃຫ້ ບໍລິສັດຊັ້ນນຳຂອງປະເທດຍີ່ປຸ່ນ ໃນປີ 1997; ເປັນການຫັນຜະລິດຕະພັນພື້ນເມືອງ ທີ່ຊົມໃຊ້ແຕ່ພຽງພາຍໃນບ້ານ ຂອງລາວເຮົາ ໃຫ້ກາຍເປັນສິນຄ້າສົ່ງອອກ, ທັງຍັງເປັນຈຸດຫັນປ່ຽນຂອງແບຣນ “ລະຫາ” ທີ່ກາຍມາເປັນທີ່ຮັບຮູ້ ໃນເວທີສາກົນ, ເປັນຄວາມພາກພູມໃຈຂອງຄົນລາວ, ແລະ ກໍ່ໄດ້ປ່ຽນຊື່ມາເປັນບໍລິສັດ “ທົ່ງລະຫາສິນ” ທີ່ເຮົາຮູ້ຈັກກັນໃນປັດຈຸບັນ.

ຂັ້ນຕອນການເຮັດຄາມ

ຫຼັງຈາກນັ້ນ, “ລະຫາ” ກໍ່ເລີ່ມເປັນທີ່ຮູ້ຈັກ ໃນວົງກວ້າງ ແລະ ໄດ້ເຂົ້າຮ່ວມງານວາງສະແດງ ຢູ່ຕ່າງປະເທດມາໂດຍຕະຫຼອດ. ມາຮອດປີ 2012, ໃນຂະນະທີ່ທ່ານ ບຸນທົງ ເຂົ້າຮ່ວມງານ ວາງສະແດງສິນຄ້າ ຢູ່ປະເທດຍີ່ປຸ່ນ ກໍ່ໄດ້ມີໂອກາດພົບກັບທ່ານ ທັດສຸມິ ເຊິ່ງເປັນຕົວແທນຈາກ ບໍລິສັດ ມູຈິ ທີ່ເຂົ້າມາຫາ ແລະ ສະແດງເຈດຈຳນົງ ຢາກຈະຮ່ວມທຸລະກິດນຳ, ທັງຍັງບອກວ່າ ມູຈິ ໄດ້ສຶກສາ ແລະ ຕິດຕາມຜົນງານລະຫາ ມາເປັນເວລາ 12 ປີແລ້ວ ກ່ອນທີ່ຈະເຂົ້າມາຫາ ໃນເວລາອັນເໝາະສົມ. ຫຼັງຈາກນັ້ນທາງທົ່ງລະຫາສິນ ແລະ ມູຈິ ກໍ່ໄດ້ມີການຮ່ວມມືກັນ, ເຊິ່ງທ່ານ ບຸນທົງ ກໍ່ໄດ້ເດີນທາງໄປແລກປ່ຽນບົດຮຽນຢູ່ອິນເດຍ ເບິ່ງ ວິທີການຍ້ອມຄາມ ຮ່ວມກັນກັບຜູ້ບໍລິຫານໃຫຍ່ຂອງ ມູຈິ.

ທ່ານ ບຸນທົງ ກ່າວວ່າ ການເຮັດວຽກນຳຄົນຍີ່ປຸ່ນ ແມ່ນຕ້ອງມີຄວາມລະອຽດ ແລະ ພິຖີພິຖັນສຸດໆ ໃນທຸກຂັ້ນຕອນ ເພື່ອໃຫ້ໄດ້ຜະລິດຕະພັນທີ່ມີ ຄຸນນະພາບ ຕາມມາດຕະຖານຍີ່ປຸ່ນ, ແຕ່ທາງທີມງານກໍ່ບໍ່ທໍ້ຖອຍ ຕັ້ງໜ້າປະຕິບັດ ຈົນສ້າງຄວາມເຊື່ອໝັ້ນ ໃຫ້ແກ່ບໍລິສັດຊັ້ນນຳ ກໍ່ຄື ມູຈິ.

ປັດຈຸບັນ, ບໍລິສັດ ທົ່ງລະຫາສິນ ຈຳກັດ ມີຍອດສັ່ງຊື້ ຈາກ ບໍລິສັດ ມູຈິມູນຄ່າ 2 ລ້ານໂດລາສະຫະລັດ ຕໍ່ປີ ໂດຍຫຼັກໆ ແມ່ນຖົງຜ້າຝ້າຍ ທີ່ຕັດຫຍິບຢູ່ໂຮງງານ ທີ່ສົ່ງອອກຢ່າງຕ່ຳ 1 ລ້ານຖົງຕໍ່ປີ.

ນອກຈາກຖົງຜ້າແລ້ວ, ທາງ ລະຫາ ຍັງສົ່ງອອກຜະລິດຕະພັນ ຜ້າຝ້າຍຍ້ອມສີທຳມະຊາດ ທີ່ຕ່ຳໂດຍຊາວບ້ານລະຫາ ແລະ ບ້ານມ່ວງໄຂ່ ໃຫ້ແກ່ ມູຈິ ນຳ ໂດຍເນັ້ນສີຄາມເປັນຫຼັກ, ເຊິ່ງຈະເປັນປະເພດເຄື່ອງຕົບແຕ່ງເຮືອນ ເຊັ່ນປອກໝອນ, ຜ້າພັນຄໍ, ຜ້າປູໂຊ ເປັນຕົ້ນ, ແຕ່ຜະລິດຕະພັນດັ່ງກ່າວນີ້ ສ່ວນຫຼາຍແມ່ນຈະເປັນສິນຄ້າພິເສດ ສົ່ງອອກຈຳນວນຈຳກັດ (limited edition) ເທົ່ານັ້ນ, ເນື່ອງຈາກວ່າຕ້ອງໄດ້ໃຊ້ເວລາດົນໃນການຕ່ຳ ແລະຍ້ອມ, ແຕ່ກໍ່ເປັນທີ່ໝາຍປອງຈາກລູກຄ້າຕ່າງປະເທດຫຼາຍທີ່ສົນໃຈໃນ ຜະລິດຕະພັນພື້ນເມືອງ.

ໜຶ່ງຂໍ້ຄິດທີ່ທ່ານບຸນທົງໄດ້ຝາກໄວ້ກ່ອນຈາກກັນ ແມ່ນກ່າວເຖິງຄຳຜະຫຍາພື້ນເມືອງລາວ “ຕາບອດຄຳຊ້າງ”, ແຕ່ລະຄົນທີ່ຄຳເບິ່ງແຕ່ລະພາກສ່ວນຂອງຊ້າງ ກໍ່ມີຄວາມເຂົ້າໃຈຊ້າງ ໃນຄວາມຄິດຂອງໃຜມັນ, ເຊິ່ງກໍ່ປຽບເໝືອນຢູ່ບ້ານເຮົາ ທີ່ມີຄົນເກັ່ງໆຫຼາຍ, ຊ່ຽວຊານໃນຂະແໜງຂອງໃຜມັນ,ແຕ່ລະຄົນກໍ່ມີດີໝົດ ແລະ ຖືກໝົດ, ແຕ່ຈະເຮັດແນວໃດ ທີ່ຈະເປີດໂອກາດໃຫ້
ທຸກຄົນ ໄດ້ມາແລກປ່ຽນປະສົບການ ແລະ ປະກອບສ່ວນສ້າງຊ້າງ” ທີ່ສົມບູນແບບໄດ້ ເຊິ່ງແນ່ນອນວ່າຕ້ອງໄດ້ໃຊ້ເວລາ ແຕ່ກໍ່ເຊື່ອວ່າບໍ່ເກີນ ຄວາມພະຍາຍາມຢ່າງແນ່ນອນ.

 

Words: Silvia Luanglath
Photos: Phoonsab Thevongsa

Champa Meuanglao
Champa Meuanglao
Lorem ipsum dolor sit amet, consectetur adipiscing elit, sed do eiusmod tempor incididunt ut labore et dolore magna aliqua. Ut enim ad minim veniam, quis nostrud exercitation ullamco

Read More

Related Articles