ປູກມອນ ລ້ຽງມ້ອນ ອອນຊອນສີມືສາວຊຽງຂວາງ

Author:

Category:

spot_img

ຜ້າແພໄໝ, ວາຍ ແລະ ຊາຈາກໝາກມອນແລະໃບມອນ ເປັນພຽງສ່ວນໜຶ່ງຂອງຄວາມສ້າງສັນທີ່ທ່ານຈະໄດ້ຄົ້ນພົບຢູ່ໃນສວນມາວເບີຣີ້ແຫ່ງນີ້.

 

ສິລະປະການປູກມອນ-ລ້ຽງມ້ອນ, ສາວໄໝ ເປັນວັດທະນະທຳໜຶ່ງ ທີ່ຕິດພັນກັບວິຖີການດຳລົງຊີວິດ ຂອງແມ່ຍິງລາວ ມາແຕ່ບູຮານະການ, ໂດຍສະເພາະແມ່ນຢູ່ດິນແດນຊຽງຂວາງ ທີ່ຂຶ້ນຊື່ລືຊາ ທາງດ້ານການຕໍ່າຫູກທໍໄໝ ສືບທອດກັນມາຫຼາຍເຊັ່ນຄົນ. ນອກຈາກທົ່ງໄຫຫີນທີ່ໜ້າອັດສະຈັນໃຈແລ້ວ, ຢູ່ແຂວງຊຽງຂວາງ ຍັງມີສວນປູກມອນ-ລ້ຽງມ້ອນ ມາວເບີຣີ້ (Mulberries) ເຊິ່ງເປັນສວນກະສິກຳອິນຊີ  ແລະ ເປັນບ່ອນຜະລິດຫັດຖະກຳຜ້າໄໝ ແລະ ຜະລິດຕະພັນຕ່າງໆທີ່ມາຈາກຕົ້ນມອນ ບໍ່ວ່າຈະເປັນ ວາຍໝາກມອນ, ຊາໃບມອນ, ກວນໝາກມອນ ແລະ ອື່ນໆ. ສວນມາວເບີຣີ້ຍັງເປັນສູນຝຶກຝົນ ແມ່ຍິງລາວໜຸ່ມນ້ອຍຜູ້ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກ ໃຫ້ມີໂອກາດໄດ້ສຶກສາຮໍ່າຮຽນ, ມີວຽກເຮັດງານທຳ, ທັງຍັງຍົກສູງຄຸນຄ່າ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງພາຍໃນຊຸມຊົນນໍາອີກ.

ສວນນີ້ສ້າງຕັ້ງຂຶ້ນໃນປີ 1993 ໂດຍ ທ່ານ ນາງ ກົມມະລີ ຈັນທະວົງ, ເຊິ່ງເພິ່ນເຄີຍຖືກສະເໜີຊື່ເຂົ້າຊິງລາງວັນ ໂນເບວ ສາຂາສັນຕິພາບອີກດ້ວຍ. ທ່ານນາງ ກົມມະລີ ມີຄວາມເຊື່ອວ່າ ແມ່ຍິງທີ່ຖ່າຍທອດວິຊາຄວາມຮູ້ຄວາມສາມາດ ໃນການສາວໄໝ ແລະ ປະເພນີການຕໍ່າຫູກທໍໄໝ ໃຫ້ແກ່ລູກຫຼານ ແມ່ນເປັນແມ່ຍິງທີ່ມີອິດທິພົນທາງສັງຄົມຫຼາຍໃນການປົກປັກຮັກສາມູນເຊື້ອຂອງລາວ ຜ່ານການສິດສອນລູກຫຼານຂອງພວກເຂົາ ແລະ ຊ່ວຍເສີມສ້າງສະຖຽນລະພາບໃຫ້ແກ່ຄອບຄົວ.

ສວນມາວເບີຣີ້ ຊຸກຍູ້ສົ່ງເສີມນັກສຶກສາທີ່ມີຄວາມສົນໃຈໃນການຮຽນໃນໂຮງຮຽນເຕັກນິກ-ວິຊາຊີບໄປພ້ອມກັບການປະຕິບັດພາກຕົວຈິງ, ເຊິ່ງສ່ວນໃຫຍ່ແມ່ນເປັນແມ່ຍິງໜຸ່ມນ້ອຍຜູ້ດ້ອຍໂອກາດ. ພາຍຫຼັງຮຽນຈົບ, ແມ່ຍິງເຫຼົ່ານີ້ກໍ່ຈະກາຍມາເປັນຜູ້ນຳໃນຊຸມຊົນຂອງພວກເຂົາ ໂດຍການດຶງເອົາປະຊາຊົນພາຍໃນບ້ານ ໃຫ້ເຂົ້າມາມີສ່ວນຮ່ວມໃນທຸກໆຂັ້ນຕອນຂອງການຜະລິດໄໝ; ນັບຕັ້ງແຕ່ການເກັບກ່ຽວໃນສວນ, ການລ້ຽງມ້ອນ, ໄປຈົນຮອດການຕໍ່າແຜ່ນແພ ພາຍໃນເຮືອນຊານ.

ທຸກໆຢ່າງພາຍໃນສວນດັ່ງກ່າວ ແມ່ນຖືກໝູນໃຊ້ໃຫ້ເປັນປະໂຫຍດທັງໝົດ, ເຊັ່ນໃບມອນຈາກຕົ້ນມອນຂາວ ແມ່ນໃຊ້ໄວ້ເກືອໂຕມ້ອນ; ໝາກມອນແມ່ນເອົາໄປເຮັດເຫຼົ້າວາຍ, ກວນໝາກໄມ້, ຊາ, ສີຍ້ອມ, ສະບູ, ແລະ ຢາສະຜົມ; ຫຼື ແມ່ນແຕ່ໂຕດັກແດ້ ກໍ່ສາມາດເອົາໄປຂາຍເປັນອາຫານໃນຕະຫຼາດໄດ້. ກຳໄລທີ່ໄດ້ຈາກການຂາຍແມ່ນນຳໄປຊ່ວຍເຫຼືອປະຊາຊົນໂດຍກົງ ເຊິ່ງປັດຈຸບັນ ແມ່ນມີ 300 ກວ່າຄອບຄົວແລ້ວທີ່ໄດ້ຮັບການຊ່ວຍເຫຼືອ ແລະ ຈະສືບຕໍ່ຂະຫຍາຍເພີ່ມຕື່ມອີກ. ການດໍາເນີນງານພາຍໃນບໍລິສັດ ແມ່ນອີງໃສ່ການຊ່ວຍເຫຼືອຈາກອາສາສະໝັກ, ນັກສຶກສາຝຶກງານ, ແລະ ການບໍລິຈາກຕ່າງໆ.

ຄວາມໂດດເດັ່ນຂອງຜ້າໄໝມາວເບີຮີ້ ແມ່ນລວດລາຍອັນປານີດບັນຈົງ ທີ່ສະທ້ອນໃຫ້ເຫັນເຖິງວັດທະນະທຳລາວ, ທັງຍັງມີຄຸນນະພາບສູງ ແລະ ມີຄວາມເປັນເອກະລັກສະເພາະ, ເຮັດໃຫ້ຜະລິດຕະພັນຜ້າໄໝຂອງມາວເບີຣີ້ ໄດ້ຮັບລາງວັນຈາກອົງການ ຢູເນສໂກ (UNESCO). ຜະລິດຕະພັນແຕ່ລະອັນແມ່ນມີຄຸນຄ່າຫຼາຍ ເນື່ອງຈາກວ່າຕ້ອງໄດ້ໃຊ້ຄວາມພຽນພະຍາຍາມ ເອົາໃຈໃສ່ຕ່ຳເປັນເວລາດົນ ບໍ່ວ່າຈະເປັນ ຜ້າພັນຄໍ ທີ່ໃຊ້ເວລາຕໍ່າຢ່າງໜ້ອຍ 12 ມື້, ຫຼື ສິ້ນ ທີ່ໃຊ້ເວລາຫຼາຍເດືອນໃນການຕ່ຳ.

ບັນຍາກາດພາຍໃນບໍລິເວນສວນ ມີຄວາມສວຍສົດງົດງາມ ແລະ ມີສີສັນສົດໃສ. ມີການແບ່ງວຽກໃນອາຄານຕ່າງໆຕາມຂັ້ນຕອນໃນການຜະລິດ, ແລະ ອີກຈຸດໜຶ່ງທີ່ສະແດງໃຫ້ເຫັນເຖິງ ຄວາມອັດສະຈັນໃຈທາງທຳມະຊາດແມ່ນ ໂຮງລ້ຽງມ້ອນ ທີ່ປະກອບມີຝັກຫຼອກຫຼາຍພັນອັນ. ໂຕມ້ອນ ຈະສ້າງຝັກຫຼອກຂຶ້ນມາ, ເຊິ່ງຝັກຫຼອກໜຶ່ງອັນ ສາມາດຜະລິດເສັ້ນໄໝໄດ້ປະມານ 600 ແມັດ ໂດຍຜ່ານການຕົ້ມ ເພື່ອສາວເປັນເສັ້ນໄໝ ເພື່ອນຳໃຊ້ເຂົ້າໃນການຕໍ່າ. ສ່ວນການຍ້ອມສີ ແມ່ນນຳໃຊ້ສີຈາກທຳມະຊາດ ເຊັ່ນໝາກມອນທີ່ສາມາດຍ້ອມເປັນສີບົວ, ແດງ, ມ່ວງ ແລະ ສີເທົາ, ສ່ວນສີຂຽວ, ເຫຼືອງ, ນໍ້າຕານ ແມ່ນໄດ້ມາຈາກເຄືອ, ແກ່ນ ແລະ ໃບໄມ້ຕ່າງໆ.

ນັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມພາຍສວນ ສາມາດທົດລອງສາວໄໝ, ຍ້ອມໄໝ, ຫຼື ຕໍ່າຜ້າໄໝ, ໂດຍຈະມີນັກສຶກສາຝຶກງານ ນຳພາທ່ຽວດ້ວຍຄວາມເບີກບານມ່ວນຊືນ, ກະຕືລືລົ້ນ ແລະ ພາກພູມໃຈໃນຜົນງານຂອງພວກເຂົາ. ທາງສວນມີບໍລິການທີ່ພັກພາຍໃນສວນ ສຳລັບທ່ານໃດທີ່ຢາກພັກຜ່ອນຢ່ອນໃຈທ່າມກາງທໍາມະຊາດອັນສວຍສົດງົດງາມ ແລະ ງຽບສະຫງົບນີ້. ສ່ວນທ່ານໃດ ທີ່ຍັງບໍ່ມີໂອກາດເດີນທາງມາແຂວງຊຽງຂວາງ, ທ່ານກໍ່ສາມາດແວ່ໄປຢ້ຽມຢາມຮ້ານ ຢູ່ໃນຕົວເມືອງວຽງຈັນໄດ້ ເຊິ່ງຮ້ານຕັ້ງຢູ່ ຖະໜົນໜໍ່ແກ້ວກຸມມານ, ບ້ານມີໄຊ (ກົງກັນຂ້າມໂຮງແຮມດວງເດືອນ), ຫຼື ຈະສັ່ງອອນລາຍຜ່ານເວັບໄຊ້ກໍ່ໄດ້ເຊັ່ນດຽວກັນ.

 

 

 

ຂຽນໂດຍ: ເກຣໂກຣີ ໂດເລຊານ

ແປ ແລະ ຮຽບຮຽງໂດຍ: ຊິນເວຍ ຫຼວງລາດ

ຮູບໂດຍ: PAUL WAGER ແລະ ສວນມາວເບີຣີ້

Read More

Related Articles