Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Social Enterprise

ອະນຸລັກສັດປ່າແຫ່ງຊາດລາວ

posted by Thanouphet
Feb 5, 2020 3591 0 0
Share

ປົກປ້ອງສັດປ່າລາວ ເພື່ອຄວາມອຸດົມສົມບູນຂອງຊາດ.

ສວນສັດບ້ານເກີນປັດຈຸບັນກາຍເປັນສູນອະນຸລັກສັດປ່າເພື່ອສ້າງຊີວິດໃໝ່ໃຫ້ແກ່ບັນດາສັດປ່າທັງຫລາຍໃນລາວ. ໂຄງການຂອງພວກເຂົາບໍ່ພຽງແຕ່ປ່ອຍສັດອອກຈາກຄອກເທົ່ານັ້ນ, ແຕ່ເປັນໂຄງການໄລຍະຍາວຫລາຍປີ ເພື່ອຍົກລະດັບການຊ່ວຍເຫລືອ, ອະນຸລັກ ແລະ ສ້າງຊີວິດໃໝ່ໃຫ້ແກ່ສັດປ່າໃນທົ່ວປະເທດ.

Eve Mansfield ແລະ George Sullivan ໄດ້ສ້າງສູນເພື່ອຊ່ວຍເຫລືອ, ສົ່ງສັດປ່າຄືນສູ່ຖິ່ນຖານ ແລະ ເປີດທຳການຕະຫລອດ 24 ຊົ່ວໂມງ ຕັ້ງແຕ່ພວກເຂົາໄດ້ຮັບເບິ່ງແຍງື້ສວນສັດບ້ານເກີນມາເປັນສູນອະນຸລັກຕັ້ງແຕ່ 2 ປີກ່ອນ. Eve ແລະ George ໄດ້ພົບກັນຄັ້ງທຳອິດຕອນທີ່ທັງສອງເລີ່ມເຮັດວຽກທີ່ສວນສັດ Yorkshire ກ່ອນທີ່ຈະເດີນທາງໄປເຂົ້າຮ່ວມໂຄງການປົກປ້ອງສັດປ່າຢູ່ເຂດຫ່າງໄກສອກຫລີກທີ່ປະເທດ ອົດສະຕາລີ ແລະ ເຂດຕາເວັນອອກສຽງໃຕ້ຂອງອາຊີ; ແລະ ສຸດທ້າຍກໍເດີນທາງມາທີ່ປະເທດລາວ. Eve ແລະ George ເຫັນຢ່າງວ່າງໄວເຖິງສັກກະຍາພາບໃນການສ້າງບາງສິ່ງບາງຢ່າງທີ່ພິເສດສຳລັບສັດສາຍພັນຕ່າງໆ, ແລະ ສ້າງສູນສົ່ງເສີມການຮຽນຮູ້ກ່ຽວກັບສັດ ເພື່ອອະນຸລັກໄວ້ສັດປ່າແຫ່ງລາວ ນັ້ນກໍຄືການສ້າງ ອົງການອະນຸລັກສັດປ່າແຫ່ງປະເທດລາວຂຶ້ນ.

“ພວກເຮົາພະຍາຍາມສ້າງສູນນີ້ເພື່ອປະເທດລາວກ່າວມັນເປັນໂຄງການທີ່ໃຫຍ່ອີ່ຫລີ. ມັນເຮັດໃຫ້ເຮົາທັງກັງວົນ, ທ້າທາຍ ແລະ ຕື່ນເຕັ້ນ.”

ສູນນີ້ເປັນອົງການບໍ່ສະແຫວງຫາຜົນກຳໄລແຫ່ງດຽວໃນລາວ ທີ່ໃຫ້ການຊ່ວຍເຫລືອ, ຟື້ນຟູ, ປົດປ່ອຍ ແລະ ໃຫ້ຄວາມຮູ້ກ່ຽວກັບສັດປ່າ. ເຈົ້າຂອງສວນສັດຄົນກ່ອນໄດ້ໃຫ້ການຊ່ວຍເຫລືອໃນການກໍ່ຕັ້ງອົງການນີ້ ແລະ ປັດຈຸບັນ ຍັງສືບຕໍ່ໃນການຊ່ວຍເຫລືອທາງດ້ານການເງິນ ແລະ ສະໜັບສະໜູນໂຄງການນີ້ຕໍ່ໄປ. ນອກນັ້ນ, ທຶນສະໜັບສະໜູນໂຄງການຍັງໄດ້ມາຈາກການບໍລິຈາກສ່ວນບຸກຄົນ, ກຸ່ມອະນຸລັກສັດປ່າ, ໂຄງການອາສາສະໝັກ, ສວນສັດຈາກປະເທດໃນຝັ່ງຕາເວັນຕົກ, ສະຫະພາບເອີຣົບ ແລະ ສະຖານທູດອັງກິດອີກດ້ວຍ.

ໃນແຕ່ລະມື້, ສູນດັ່ງກ່າວແມ່ນເລັ່ງໃສ່ວຽກງານການບໍລິຫານ, ບຸກຄະລາກອນ ແລະ ດູແລສັດປ່າກວ່າ 500 ໂຕທີ່ຢູ່ໃນການຄຸ້ມຄອງຂອງສູນ. Eve ແລະ George ເປີດໂທລະສັບເປັນສາຍດ່ວນຕະຫລອດ 24 ຊົ່ວໂມງ ແລະ ພ້ອມໄປທຸກທີ່ບໍ່ວ່າເວລາໃດກໍຕາມ ເມື່ອມີສາຍແຈ້ງຂ່າວກ່ຽວກັບສັດປ່າທີ່ຕ້ອງການຄວາມຊ່ວຍເຫລືອ. George ເລົ່າຫວນຄືນເຖິງຕອນທີ່ລາວໄດ້ຮັບສາຍໂທລະສັບເພື່ອໃຫ້ໄປກອບກູ້ເອົາໝີສອງໂຕທີ່ກຳລັງຫລິ້ນຢູ່ໜ້າປໍ້ານໍ້າມັນຢູ່ເມືອງປາກງື່ມ. ຕອນທີ່ລາວເຫັນຮູບລູກໝີທີ່ມີນໍ້າໜັກພຽງ
15 ກິໂລ ເຊິ່ງທາງຜູ້ຮ້ອງຂໍສົ່ງມາໃຫ້, ລາວຄິດວ່າວຽກນີ້ຈະງ່າຍ. ແຕ່ເມື່ອໄປຮອດ, ປະກົດວ່າລູກໝີດັ່ງກ່າວມີນໍ້າໜັກເຖິງ 40 ກິໂລ ແລະ ພວກມັນກຳລັງຢອກກັນຢູເທິງທາງໃຫຍ ແລະ ເພື່ອທີ່ຈັບພວກມັນໄດ້ນັ້ນຕ້ອງໄດ້ໃສ່ຢາສະຫລົບເພື່ອໃຫ້ພວກມັນຢຸດເຄື່ອນໄຫວຊົ່ວຄາວເສຍກ່ອນ. ທີມງານຂອງລາວຍັງໄດ້ກອບກູ້ຊີວິດຂອງນົກ ເຖິງ105 ໂຕຈາກຮ້ານຂາຍສັດໃນວຽງຈັນ ເມື່ອບໍ່ດົນມານີ້ອີກດ້ວຍ.

ສັດຕ່າງໆເຂົ້າມາຢູ່ໃນການດູແລຂອງພວກເຂົາໃນຫລາຍຮູບແບບ. ຄົນທ້ອງຖິ່ນພາກັນເອົາສັດມາໄວ້ໜ້າປະຕູເປັນຈໍານວນຫລາຍຄັ້ງຕໍ່ເດືອນ, ບໍ່ວ່າຈະເປັນການເອົາສັດໄປໃຫ້ສູນດູແລ ຫລື ມາປະໄວ້ແລ້ວກໍ່ໄປ. ຄູບາທີ່ຮັບເອົາສັດທີ່ຄົນມາໂຜດເຊັ່ນ ໂຕນາກນໍ້າ, ໝີ ແລະ ລິງຢູ່ວັດ ກໍໄດ້ໂທຫາສູນດັ່ງກ່າວເພື່ອນໍາໄປໄວ້ໃນສູນ. ແຕ່ສັດສ່ວນໃຫຍ່ທີ່ຢູ່ໃນສູນແມ່ນຖືກກອບກູ້ມາຈາກການຄ້າຂາຍສັດປ່າແບບຜິດກົດໝາຍ. ເຈົ້າໜ້າທີ່ກວດກາປ່າໄມ້ໄດ້ຍຶດເອົາສັດທີ່ຖືກລັກລອບ ແລ້ວສົ່ງເຂົ້າໄປທີ່ອົງການອະນຸລັກສັດປ່າແຫ່ງຊາດ. ປັດຈຸບັນ, ກຳລັງເປັນທີ່ກ່າວຂານກັນຢ່າງແຜ່ຫລາຍໃນໂລກອອນລາຍກ່ຽວກັບການເຮັດວຽກຂອງສູນດັ່ງກ່າວ.

ສັດປ່າທີ່ຖືກກອບກູ້ມາໃໝ່ຈະໄດ້ຖືກປະເມີນເບິ່ງທັງສຸຂະພາບກາຍ ແລະ ໃຈໂດຍສັດຕະວະແພດ ທີ່ໂຮງໝໍສັດປະຈຳພື້ນທີ່ ກ່ອນທີ່ຈະຈັດຫາທີ່ພັກອາໄສໃຫ້ພວກມັນ. ເມື່ອພວກມັນສຸຂະພາບແຂງແຮງແລ້ວ, ພວກມັນກໍຈະຖືກປ່ອຍເຂົ້າເຂດປ່າສະຫງວນທີ່ມີກ້ອງສອດແນມດູແລ.

“ຂ້າພະເຈົ້າຫວັງວ່າ ການຄ້າຂາຍສັດປ່າແບບຜິດກົດໝາຍຈະຫລຸດລົງ ແລະ ສັດປ່າທີ່ຢູ່ໃນສູນພວກເຮົາກໍຈະໜ້ອຍລົງເຊັ່ນກັນທ່ານ Eve ກ່າວແຕ່ສູນນີ້ຍັງຈະພັດທະນາຕໍ່ໄປ ເພື່ອພ້ອມຮັບກັບບັນຫາໃໝ່ທີ່ອາດເກີດຂຶ້ນໃນອະນາຄົດແລະໄດ້ກ່າວເສີມອີກວ່າແນວໃດທີ່ສາມາດຊ່ວຍອະນຸລັກສັດປ່າໃນລາວໄດ້, ເຮົາກໍຈະຊ່ວຍ.”

Eve ແລະ George ກ່າວວ່າມັນເປັນສິ່ງສຳຄັນທີ່ຄົນທ້ອງຖິ່ນໃຫ້ການສະໜັບສະໜຸນສູນແຫ່ງນີ້ິແລະ ສະຫວັດດີພາບຂອງສັດປ່າໃນປະເທດ ສັດປ່າຈຳນວນຫລາຍແມ່ນໃກ້ຈະສູນພັນແລ້ວ. ດັ່ງນັ້ນ ພື້ນທີ່ດັ່ງກ່າວຈະເປີດໃຫ້ຄົນທ້ອງຖິ່ນ ແລະ ຄົນຕ່າງປະເທດເຂົ້າມາຢ້ຽມຊົມໄດ້. ຈະມີການຈັດທົວໃຫ້ຄວາມຮູ້ກ່ຽວກັບສັດພາຍໃນປີນີ້ ແລະ ຈະມີການເກັບຄ່າປີ້ເຂົ້າຊົມສຳລັບຄົນຕ່າງປະເທດເພື່ອສົມທົບທຶນຊ່ວຍເຫລືອວຽກງານຂອງສູນ, ສ່ວນຄົນລາວແມ່ນເຂົ້າຊົມຟຣີ!

 

ວິທີເດີນທາງ

ອົງການອະນຸລັກສັດປ່າຕັ້ງທີ່ສວນສັດລາວ ທີ່ບ້ານ ເກີນ, ເມືອງ ຕຸລາຄົມ, ແຂວງວຽງຈັນ.

ທ່ານຕ້ອງການຢາກມີ
ສ່ວນຮ່ວມບໍ?

ຫາກທ່ານຕ້ອງການບໍລິຈາກ ຫລື ສອບຖາມກ່ຽວກັບການຝຶກງານ ຫລື ໂປຣແກມອາສາສະໝັກ ສາມາດຕິດຕໍ່ Trust for Wildlife ໄດ້ທີ່
lctwildlife.org ຫລື  facebook.com/lctwildlife

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫລື້ອງ

ຮູບໂດຍ ອົງການອະນຸລັກສັດປ່າແຫ່ງຊາດລາວ

AnimalsLao Conservation Trust for Wildlife
Share

Previous

[:en]A Capitol Idea[:la]ນັ່ງຊິວໆທີ່ Ray’s Capitol Grille[:]

Next

[:en]Molding his Future[:la]ປັ້ນເລື່ອງ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ຂົວເຊື່ອມຕໍ່ບັນດາປະເທດ, ການສ້າງຝັນຮ່ວມກັນ
  • ຖ້ຳເລິກຜາຊັນ
  • ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ
  • ຊ່ວຍສັດປ່າເທົ່າກັບຊ່ວຍຊີວິດຂອງພວກເຮົາ
  • ຍິນດີຕ້ອນຮັບກັບຄືນສູ່ປະເທດລາວ!

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Save Wildlife
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

Social Enterprise
Feb 12, 2020

ປອດໄພທຸກກ້າວຍ່າງ

MAG ໄດ້ໃຫ້ການຊ່ວຍເຫຼືອປະເທດລາວແກ້ໄຂໄພອັນຕະລາຍທີ່ເກີດຈາກລະເບີດຍັງບໍ່ທັນແຕກຈາກປາງສົງຄາມ....

Read More
0 0
Social Enterprise
Feb 13, 2020

ການອະນຸລັກໝີ

ການຊ່ວຍເຫຼືອໝີ ທີ່ບໍ່ແມ່ນເລື່ອງນ້ອຍໆ. ສູນຊ່ວຍເຫຼືອໝີ Free the Bears (FTB) ທີ່ຕາດກວາງຊີ, ຫຼວງພະບາງໄດ້ຖືກສ້າງຂຶ້ນໃນປີ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top